ພິກຂຸທັງຫລາຍ ! ບຸກຄົນ ໔ ຈຳພວກນີ້ມີປາກົດຢູ່ໃນໂລກ, ໔ ຈຳພວກເປັນຢ່າງໃດ? ຄື:

ບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນແລະບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນຈຳພວກ ໑

ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນຈຳພວກ ໑

ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຕົນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນຈຳພວກ ໑

ບຸກຄົນຜູ້ປະຕິບັດທັງເພື່ອປະໂຫຍດຕົນທັງເພື່ອປະໂຫຍດຜູ້ອື່ນຈຳພວກ ໑

ພິກຂຸທັງຫລາຍ ! ທ່ອນໄມ້ທີ່ຖິ້ມຢູ່ໃນປ່າຊ້າ ໄຟເຜົາທັງສອງຂ້າງ ທາງກາງກໍເປື້ອນຄູດ ຍ່ອມຫາປະໂຫຍດບໍ່ໄດ້ທີ່ຈະນຳມາເປັນເຄື່ອງໄມ້ໃນບ້ານ ທັງບໍ່ມີປະໂຫຍດແກ່ເຄື່ອງໄມ້ໃນປ່າສັນໃດ, ເຮົາກ່າວບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນແລະບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນກໍສັນນັ້ນເໝືອນກັນ.

ພິກຂຸທັງຫລາຍ ! ໃນບັນດາບຸກຄົນເຫລົ່ານັ້ນ ບັນດາບຸກຄົນ ໒ ຈຳພວກນີ້ ຄື ບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນແລະບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນ ກັບບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນ ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນເປັນຜູ້ງາມກວ່າແລະປານີຕກວ່າ.

ບັນດາບຸກຄົນ ໓ ຈຳພວກ ຄື ບຸກຄົນຜູ້ບໍ່ປະຕິບັດເພື່ອປະໂຫຍດຕົນແລະບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນ ກັບບຸກຄົນຜູ້ປະຕິບັດເພື່ອປະໂຫຍດຜູ້ອື່ນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຕົນ ແລະບຸກຄົນຜູ້ປະຕິບັດເພື່ອປະໂຫຍດຕົນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນ, ບຸກຄົນຜູ້ປະຕິບັດເພື່ອປະໂຫຍດຕົນ ແຕ່ບໍ່ປະຕິບັດເພື່ອປະໂຫຍດຜູ້ອື່ນນີ້ເປັນຜູ້ງາມກວ່າແລະປານີຕກວ່າ.

ບັນດາບຸກຄົນ ໔ ຈຳພວກນີ້ ບຸກຄົນຜູ້ປະຕິບັດທັງເພື່ອປະໂຫຍດຕົນທັງເພື່ອປະໂຫຍດຜູ້ອື່ນເປັນຜູ້ເລີດ ເປັນຜູ້ປະເສີດ ເປັນປະທານ ເປັນຜູ້ສູງສຸດ.

ພິກຂຸທັງຫລາຍ ! ນົມສົດເກີດຈາກແມ່ງົວ ນົມສົ້ມເກີດຈາກນົມສົດ ເນີຍຂຸ້ນເກີດຈາກນົມສົ້ມ ເນີຍໃສເກີດຈາກເນີຍຂຸ້ນ ຫົວເນີຍໃສເກີດຈາກເນີຍໃສ ຫົວເນີຍໃສຊາວໂລກກ່າວວ່າເປັນເລີດໃນບັນດານົມສົດເຫລົ່ານັ້ນ ສັນໃດ, ບັນດາບຸກຄົນ ໔ ຈຳພວກນີ້ ບຸກຄົນຜູ້ປະຕິບັດທັງເພື່ອປະໂຫຍດຕົນທັງເພື່ອປະໂຫຍດຜູ້ອື່ນເປັນຜູ້ເລີດ ເປັນຜູ້ປະເສີດ ເປັນປະທານ ເປັນຜູ້ສູງສຸດ.

ພິກຂຸທັງຫລາຍ ! ບຸກຄົນ ໔ ຈຳພວກນີ້ແລ ມີປາກົດຢູ່ໃນໂລກ.

................................................

ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໙໕-໙໖/໙໕

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ