ຢ່າປະມາດ

ພິກຂຸທັງຫລາຍ! ຄວນທຳຄວາມບໍ່ປະມາດໂດຍຖານະ 4 ປະການ; 4 ປະການເປັນຢ່າງໃດ?

 ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈົ່ງລະກາຍທຸຈະຣິດ ຈົ່ງຈະເຣີນກາຍສຸຈະຣິດ ແລະ ຢ່າປະມາດໃນການລະກາຍທຸຈະຣິດ ແລະ ການຈະເຣີນກາຍສຸຈະຣິດນັ້ນ.

 ຈົ່ງລະວະຈີທຸຈະຣິດ ຈົ່ງຈະເຣີນວະຈີສຸຈະຣິດ ແລະ ຢ່າປະມາດໃນການລະວະຈີທຸຈະຣິດ ແລະ ການຈະເຣີນວະຈີສຸຈະຣິດນັ້ນ.

 ຈົ່ງລະມະໂນທຸຈະຣິດ ຈົ່ງຈະເຣີນມະໂນສຸຈະຣິດ ແລະຢ່າປະມາດໃນການລະມະໂນທຸຈະຣິດ ແລະ ການຈະເຣີນມະໂນສຸຈະຣິດນັ້ນ.

 ຈົ່ງລະມິດສາທິດຖິ ຈົ່ງຈະເຣີນສັມມາທິດຖິ ແລະ ຢ່າປະມາດໃນການລະມິດສາທິດຖິ ແລະ ການຈະເຣີນສັມມາທິດຖິນັ້ນ.

 ພິກຂຸທັງຫລາຍ! ໃນການໃດແລ ພິກຂຸລະກາຍທຸຈະຣິດ ຈະເຣີນກາຍສຸຈະຣິດ, ລະວະຈີທຸຈະຣິດ ຈະເຣີນວະຈີສຸຈະຣິດ, ລະມະໂນທຸຈະຣິດ ຈະເຣີນມະໂນສຸຈະຣິດ ລະມິດສາທິດຖິ ຈະເຣີນສັມມາທິດຖິ ໃນການນັ້ນ ເຂົາຍ່ອມບໍ່ຢ້ານກົວຕໍ່ຄວາມຕາຍ ອັນຈະມີໃນພາຍໜ້າ.

...................................................................

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໑໑໙/໑໑໖.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ