ກົດສູງສຸດຂອງທັມມະຊາດ


ດູຣາພິກຂຸທັງຫຼາຍ! ເຮົາຈັກສະເເດງເຊິ່ງປະຕິຈະສະມຸບາດ(ຄືທັມມະອັນເປັນທັມມະຊາດອາໃສກັນເເລ້ວເກີດຂຶ້ນ) ເເກ່ພວກທ່ານທັງຫຼາຍ ພວກທ່ານທັງຫຼາຍຈົ່ງຟັງເຊິ່ງ ປະຕິຈະສະມຸບາດນັ້ນ ຈົ່ງທຳໃນໃຈໃຫ້ສຳເຫຼັດປະໂຫຍດ ເຮົາຈັກກວ່າໃນບັດນີ້... ດູຣາພິກຂຸທັງຫຼາຍ! ກໍປະຕິຈະສະມຸບາດເປັນຢ່າງໃດ? ດູຣາພິກຂຸທັງຫຼາຍ! ເພາະການເກີດເປັນປັດໃຈ ຊະຣາມໍຣະນະຍ່ອມມີ. ດູຣາພິກຂຸທັງຫຼາຍ! ເພາະເຫດທີ່ ຕະຖາຄົດທັງຫຼາຍຈະບັງເກີດຂຶ້ນກໍຕາມ ຈະບໍ່ບັງເກີດຂຶ້ນກໍ່ຕາມທັມມະທາດນັ້ນ ຍ່ອມຕັ້ງຢູ່ເເລ້ວນັ້ນທຽວ ຄືຄວາມຕັ້ງຢູ່ເເຫ່ງທັມມະດາ ຄືຄວາມເປັນກົດຕາຍຕົວເເຫ່ງທັມມະດາ ຄືຄວາມທີ່ເມື່ອສິ່ງນີ້ສິ່ງນີ້ເປັນປັດໃຈ ສິ່ງນີ້ສິ່ງນີ້ຈຶ່ງເກີດຂຶ້ນ ຕະຖາຄົດຍ່ອມຮູ້ພ້ອມສະເພາະ ຍ້ອມເຖິງພ້ອມສະເພາະ ເຊິ່ງທັມມະທາດນັ້ນ ຄັ້ນຮູ້ພ້ອມສະເພາະເເລ້ວ ເຖິງພ້ອມສະເພາະເເລ້ວ ຍ່ອມບອກ ຍ່ອມສະເເດງ ຍ່ອມບັນຢັດ ຍ່ອມຕັ້ງຂຶ້ນໄວ້ ຍ່ອມເປີດເຜີຍ ຍ່ອມຈຳເເນກເເຈກເເຈງ ຍ່ອມເຮັດໃຫ້ເປັນເໝືອນການຫງາຍຂອງທີີ່ຄວ້ຳ ເເລະ ໄດ້ກ່ວາເເລ້ວໃນບັດນີ້ວ່າ: "ດູຣາພິກຂຸທັງຫຼາຍ! ທ່ານທັງຫຼາຍຈົ່ງມາເບິ່ງເຖີດ ເພາະການເກີດເປັນປັດໃຈ ຊະຣາມໍຣະນະຍ່ອມມີ ດັ່ງນີ້. ດູຣາພິກຂຸທັງຫຼາຍ! ເພາະເຫດດັ່ງນີ້ເເລ ທັມມະທາດໃດໃນກໍລະນີນັ້ນ ອັນເປັນ ຕະຖະຕາ: ຄືຄວາມເປັນຢ່າງນັ້ນ ອະວິຕະຖະຕາ: ຄືຄວາມບໍ່ຜິດໄປຈາກຄວາມເປັນ ຢ່າງນັ້ນ ອະນັນຍະຖະຕາ: ຄືຄວາມບໍ່ເປັນໄປໂດຍປະການອື່ນ ອິທັບປັດຈະຍະຕາ: ຄືຄວາມທີ່ ເມື່ອມີສິ່ງນີ້ສິ່ງນີ້ເປັນປັດໃຈ ສິ່ງນີ້ສິ່ງນີ້ຈຶ່ງເກີດຂຶ້ນ ດູຣາພິກຂຸທັງຫຼາຍ! ທັມນີ້ ເຮົາກວ່າວ່າ: ປະຕິຈະສະມຸບາດ(ຄືທັມມະອັນເປັນທັມມະຊາດອາໃສກັນເເລ້ວເກີດຂຶ້ນ)

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ