ຈິດນີ້ຄົດໂກງລວງຫຼອກ

ດູຣາທ່ານຜູ້ຈະເລີນທັງຫຼາຍເອີຍ !

 ເຮົາຖືກບຸຣຸດນີ້ຄົດໂກງ ລວງຫຼອກ ປີ້ນປ້າຍ ດ້ວຍຜ້າທີ່ເນື້ອບໍ່ດີ ຂີ້ຮ້າຍ ເປື່ອນຂີ້ຝຸ່ນຂີ້ໄງ່ ມາດົນນານແທ້ແລ້ວ ໂດຍຕົວະເຮົາວ່າ...

 ດູຣາບຸຣຸດຜູ້ຈະເລີນ ! ນີ້ແລເປັນຜ້າເນື້ອດີ ເປັນຂອງງົດງາມປາສະຈາກມົນທິນ ເປັນຜ້າສະອາດສຳລັບທ່ານ ດັ່ງນີ້ ອຸປະມານີ້ເຊັ່ນໃດ

 ດູຣາມາຄັນທິຍະ ! ອຸປະໄມກໍສັນນັ້ນ ເຮົາສະແດງທັມແກ່ທ່ານວ່າ ຢ່າງນີ້ເປັນຄວາມບໍ່ມີໂຣກ ຢ່າງນີ້ເປັນນິບພານ ດັ່ງນີ້.

 ທ່ານຈະຮູ້ຈັກຄວາມບໍ່ມີໂຣຄຈະເຫັນນິບພານໄດ້ ກໍຕໍ່ເມື່ອທ່ານລະຄວາມເພີດເພິນ ແລະ ຄວາມກຳນັດ ໃນອຸປາທານຂັນທັງ 5 ເສຍໄດ້ ພ້ອມກັບການເກີດແຫ່ງທັມມະຈັກຂຸຂອງທ່ານນັ້ນ.

 ອັນນຶ່ງ ຄວາມຮູ້ສຶກຈະເກີດຂື້ນແກ່ທ່ານວ່າ:

 ດູຣາທ່ານຜູ້ມີອາຍຸທັງຫຼາຍເອີຍ ! ດົນນານແທ້ຫນໍ ທີ່ເຮົາ... ຖືກ ຈິດ ນີ້ຄົດໂກງ ລວງຫຼອກປິ້ນປ້າຍ ເຮົາເມື່ອຢືດຖື ກໍຢືດຖືເອົາແລ້ວ ເຊິ່ງຮູບ ເຊິ່ງເວທະນາ ເຊິ່ງສັນຍາ ເຊິ່ງສັງຂານ ເຊິ່ງວິນຍານ ນັ້ນແລ ເພາະຄວາມຢືດຖື (ອຸປາທານ) ຂອງເຮົານັ້ນເປັນປັດໃຈ ຈຶ່ງມິພົບ ເພາະມີພົບເປັນປັດໃຈ ຈຶ່ງມີຊາຕິ ເພາະມີຊາຕິເປັນປັດໃຈ ຊະຣາ ມະຣະນະ ໂສກະປະຣິເທວະທຸກຂະໂທມະນັດອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີ ດ້ວຍອາການຢ່າງນີ້ ດັ່ງນີ້.

...........................................................

ພຣະໄຕຣປິດົກ13/217-221/288-292

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ