ທັມ 5 ປະການ ທີ່ມີຄວາມສຳຄັນຕໍ່ຜູ້ເຈັບໄຂ້

ພິກຂຸທັງຫລາຍ! ຖ້າທັມ 5 ປະການບໍ່ເວັ້ນຫ່າງໄປເສຍຈາກຄົນເຈັບໄຂ້ທຸກພົນລະພາບຄົນໃດ ຂໍ້ນີ້ເປັນສິ່ງທີ່ເຂົາຜູ້ນັ້ນຍ່ອມຫວັງໄດ້ ຕໍ່ການບໍ່ນານຄື: ເຂົາຈັກກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນທິດຖະທັມນີ້ ເຂົ້າເຖິງຢູ່ ຕໍ່ການບໍ່ນານເລີຍ.

ທັມ 5 ປະການນັ້ນເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້

1. ຍ່ອມພິຈາຣະນາເຫັນຄວາມບໍ່ງາມໃນກາຍ,

2. ກຳນົດໝາຍໃນຄວາມເປັນປະຕິກູນຂອງອາຫານ,

3. ມີຄວາມສຳຄັນວ່າ ບໍ່ໜ້າຍິນດີໃນໂລກທັງປວງ,

4. ພິຈາຣະນາເຫັນຄວາມບໍ່ທ່ຽງໃນສັງຂານທັງປວງ,

5. ເຂົ້າໄປຕັ້ງມໍຣະນະສັນຍາໄວ້ໃນພາຍໃນ,

ພິກຂຸທັງຫລາຍ! ທັມ 5 ປະການນີ້ແລ ບໍ່ເວັ້ນຫ່າງໄປເສຍຈາກຄົນເຈັບໄຂ້

ທຸກພົນລະພາບຄົນໃດ ຂໍ້ນີ້ເປັນສິ່ງທີ່ເຂົາຜູ້ນັ້ນຍ່ອມຫວັງໄດ້ ຕໍ່ການບໍ່ນານ

ຄື ເຂົາຈັກກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້

ເພາະອາສະວະທັງຫລາຍສິ້ນໄປ ດ້ວຍປັນຍາອັນຍິ່ງເອງໃນທິດຖະທັມນີ້ ເຂົ້າເຖິງຢູ່.

........................................................

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໒໘/໑໒໑

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ