ອະຣິຍະຍາຍະທັມທີ່ອະຣິຍະສາວົກເຫັນດີແລ້ວ ແທງຕະຫລອດດີແລ້ວດ້ວຍປັນຍາ

ຄະຫະບໍດີ! ກໍອະຣິຍະຍາຍະທັມທີ່ອະຣິຍະສາວົກເຫັນດີແລ້ວ ແທງຕະຫລອດດີແລ້ວດ້ວຍປັນຍາເປັນຢ່າງໃດ?
 ຄະຫະບໍດີ! ອະຣິຍະສາວົກໃນທັມວິໄນນີ້ ຍ່ອມກະທຳໄວ້ໃນໃຈໂດຍລະອຽດເປັນຢ່າງດີ ເຊິ່ງປະຕິດຈະສະມຸບບາດນັ້ນແລ ດັ່ງນີ້ວ່າ:

 ເມື່ອສິ່ງນີ້ມີ ສິ່ງນີ້ຍ່ອມມີ
 ເພາະຄວາມເກີດຂຶ້ນແຫ່ງສິ່ງນີ້ ສິ່ງນີ້ຈຶ່ງເກີດຂຶ້ນ
 ເມື່ອສິ່ງນີ້ບໍ່ມີ ສິ່ງນີ້ຍ່ອມບໍ່ມີ
 ເພາະຄວາມດັບໄປແຫ່ງສິ່ງນີ້ ສິ່ງນີ້ຈຶ່ງດັບໄປ

ໄດ້ແກ່ສິ່ງເຫລົ່ານີ້ຄື:
ເພາະມີອະວິຊຊາເປັນປັດໃຈ ຈຶ່ງມີສັງຂານທັງຫລາຍ
ເພາະມີສັງຂານເປັນປັດໃຈ ຈຶ່ງມີວິນຍານ
ເພາະມີວິນຍານເປັນປັດໃຈ ຈຶ່ງມີນາມຣູບ
ເພາະມີນາມຣູບເປັນປັດໃຈ ຈຶ່ງມີສະລາຍະຕະນະ
ເພາະມີສະລາຍະຕະນະເປັນປັດໃຈ ຈຶ່ງມີຜັດສະ
ເພາະມີຜັດສະເປັນປັດໃຈ ຈຶ່ງມີເວທະນາ
ເພາະມີເວທະນາເປັນປັດໃຈ ຈຶ່ງມີຕັນຫາ
ເພາະມີຕັນຫາເປັນປັດໃຈ ຈຶ່ງມີອຸປາທານ
ເພາະມີອຸປາທານເປັນປັດໃຈ ຈຶ່ງມີພົບ
ເພາະມີພົບເປັນປັດໃຈ ຈຶ່ງມີຊາດ
ເພາະມີຊາດເປັນປັດໃຈ ຊະຣາມະຣະນະ ໂສກະປະຣິເທວະທຸກຂ໌ໂທມະນັດອຸປາຍາສະທັງຫລາຍ ຈຶ່ງເກີດຂຶ້ນຄົບຖ້ວນ;
ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້
ຍ່ອມມີດ້ວຍອາການຢ່າງນີ້.

ເພາະຄວາມດັບໄປໂດຍບໍ່ເຫລືອດ້ວຍວິຣາຄະແຫ່ງອະວິຊານັ້ນໆແລ ຈຶ່ງມີຄວາມດັບແຫ່ງສັງຂານ;
ເພາະມີຄວາມດັບແຫ່ງສັງຂານ ຈຶ່ງມີຄວາມດັບແຫ່ງວິນຍານ;
ເພາະມີຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຣູບ;
ເພາະມີຄວາມດັບແຫ່ງນາມຣູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ;
ເພາະມີຄວາມດັບແຫ່ງສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັດສະ;
ເພາະມີຄວາມດັບແຫ່ງຜັດສະ ຈຶ່ງມີຄວາມດັບແຫ່ງເວທະນາ;
ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ;
ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ;
ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ;
ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ;
ເພາະມີຄວາມດັບແຫ່ງຊາດນັ້ນແລ ຊະຣາມະຣະນະໂສກະປະຣິເທວະທຸກຂ໌ໂທມະນັດອຸປາຍາສະທັງຫລາຍຈຶ່ງດັບສິ້ນ;
ຄວາມດັບລົງແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາການຢ່າງນີ້ ດັ່ງນີ້.
ຄະຫະບໍດີ! ອະຣິຍະຍາຍະທັມນີ້ແລ ທີ່ອະຣິຍະສາວົກເຫັນດີແລ້ວ ແທງຕະຫລອດດີແລ້ວດ້ວຍປັນຍາ.
.........................................................
ສັງຍຸຕຕະນິກາຍ ນິທານວັຄ ໑໖/໖໘/໑໕໔.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ