ທັມທັງປວງມີສະຕິເປັນໃຫຍ່

ດູກ່ອນພິດວກຂຸທັງຫລາຍ! ອັນພວກອັນຍະເດຍຣະຖີປະຣິພາຊົກເພິ່ງຖາມຢ່າງນີ້ວ່າ:

 ດູກ່ອນອາວຸໂສທັງຫລາຍ! ທັມທັງປວງ ມີສິ່ງໃດເປັນມູນ ມີສິ່ງໃດເປັນແດນເກີດ ມີສິ່ງໃດເປັນເຫດເກີດ ມີສິ່ງໃດເປັນທີ່ປະຊຸມລົງ ມີສິ່ງໃດເປັນປະມຸກ ມີສິ່ງໃດເປັນໃຫຍ່ ມີສິ່ງໃດເປັນຍອດ ມີສິ່ງໃດເປັນແກ່ນ ມີສິ່ງໃດເປັນທີ່ຢັ່ງລົງ ມີສິ່ງໃດເປັນທີສຸດ ເຈົ້າທັງຫລາຍຖືກຖາມຢ່າງນີ້ແລ້ວຈະພຶ່ງພະຍາກອນແກ່ອັນຍະເດຍຣະຖີ ປະຣິພາຊົກເຫລົ່ານັ້ນວ່າຢ່າງໃດ?

 ພິກຂຸເຫລົ່ານັ້ນກຣາບທູນວ່າ ຂ້າແຕ່ພຣະອົງຜູ້ຈະເລີນ ທັມຂອງຂ້າພຣະອົງທັງຫລາຍມີພຣະຜູ້ມີພຣະພາກເປັນມູນມີພຣະຜູ້ມີພຣະພາກເປັນຜູ້ນຳ ມີພຣະຜູ້ມີພຣະພາກເປັນທີ່ເພິ່ງ

ພຣະພຸດທະເຈົ້າ ຂ້ານ້ອຍຂໍປະທານພຣະວະໂອກາດ ຂໍເນື້ອຄວາມແຫ່ງພາສິດນີ້ຈົ່ງແຈ່ມແຈ້ງກັບພຣະຜູ້ມີພຣະພາກເຖີດ

 ພິກຂຸທັງຫລາຍໄດ້ຟັງຕໍ່ພຣະຜູ້ມີພຣະພາກແລ້ວຈະຊົງຈຳໄວ້ ພຣະຜູ້ມີພຣະພາກກວ່າວ່າ:

 ດູກ່ອນພິກຂຸທັງຫລາຍ! ຖ້າເຊັ່ນນັ້ນເຈົ້າທັງຫລາຍຈົ່ງຟັງ ຈົງໃສ່ໃຈໃຫ້ດີ ເຮົາຈະກ່າວ ພິກຂຸເຫລົານັ້ນທູນຮັບພຣະຜູ້ມີພຣະພາກແລ້ວ ພຣະຜູ້ມີພຣະພາກໄດ້ກວ່າວ່າ:

 ດູກ່ອນພິກຂຸທັງຫລາຍ! ຖ້າພວກອັນຍະເດຍຣະຖີປະຣິພາຊົກພຶ່ງຖາມຢ່າງນີ້ວ່າ:

 ດູກ່ອນອາວຸໂສທັງຫລາຍ! ທັມທັງປວງມີສິ່ງໃດເປັນມູນ ມີສິ່ງໃດເປັນແດນເກີດ ... ມີສິ່ງໃດເປັນທີ່ຍັ່ງລົງ ມີສິ່ງໃດເປັນທີ່ສຸດ ເຈົ້າທັງຫລາຍຖືກຖາມຢ່າງນີ້ແລ້ວ ພຶ່ງພະຍາກອນແກ່ອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນຢ່າງນີ້ວ່າ:

 ດູກ່ອນອາວຸໂສທັງຫລາຍ 

- ທັມທັງປວງມີສັນທະ(ຄວາມພໍໃຈ)ເປັນມູນ 

- ມີມະນະສິການ(ການກະທັມໄວ້ໃນໃຈ)ເປັນແດນເກີດ 

- ມີຜັດສະ(ການກະທົບ)ເປັນເຫດເກີດ 

- ມີເວທະນາ(ອາລົມ)ເປັນທີ່ປະຊຸມລົງ

- ມີສະມາທິ(ໃຈທີມີຄວາມຕັ້ງໝັ້ນ)ເປັນປະມຸກມີສະຕິເປັນໃຫຍ່ 

- ມີປັນຍາ(ເຫັນຄວາມບໍ່ທ່ຽງ)ເປັນຍິ່ງ 

- ມີວິມຸດຕິ(ຄວາມເປັນອິດສະລະຈາກຄວາມຍຶດໝັ້ນໃນຕົວຕົນ)ເປັນແກ່ນ 

- ມີອະມະຕະ(ຄວາມຄົງທີ່)ເປັນທີ່ຢັ່ງລົງ

- ມີນິບພານ(ຄວາມດັບເຢັນ)ເປັນທີ່ສຸດ 

 ດູກ່ອນພິກຂຸທັງຫລາຍ! ເຈົ້າທັງຫລາຍຖືກຖາມຢ່າງນີ້ແລ້ວ ພຶ່ງພະຍາກອນແກ່ອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນ ຢ່າງນີ້ແລ

...........................................

ສຸຕຕັນຕະປິດົກ ອັງຄຸຕຕຣນິກາຍ ໒໔/໙໗/໕໘

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ