ອະນັດຕາ

ຄຳວ່າອະນັດຕາເປັນແນວໃດ ມີໄດ້ດ້ວຍເຫດພຽງເທົ່າໃດ?

 ພິກຂຸທັງຫລາຍ! 

 ຮູບບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັດຕາ ສິ່ງໃດເປັນອະນັດຕາ ສິ່ງນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບໍ່ແມ່ນຕົວຕົນຂອງເຮົາ ພວກເຈົ້າທັງຫລາຍຄວນເຫັນດ້ວຍປັນຍາຕາມຄວາມເປັນຈິງຢ່າງນີ້. 

 (ຣູປັງ ພິກຂະເວ ອະນິຈຈັງ ຍະທະນິຈຈັງ ຕັງ ທຸກຂັງ ຍັງ ທຸກຂັງ ຕະທະນັຕຕາ ຍະທະນັຕຕາ ຕັງ ເນຕັງ ມະມະ ເນໂສຫະມັສມິ ນະ ເມໂສ ອັຕຕາຕິ ເອວະເມຕັງ ຍະຖາພູຕັງ ສັມມັປປັນຍາຍະ ທັຕຖັພພັງ ໆ)

 ເວທະນາບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັດຕາ ສິ່ງໃດເປັນອະນັດຕາ ສິ່ງນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບໍ່ແມ່ນຕົວຕົນຂອງເຮົາ ພວກເຈົ້າທັງຫລາຍຄວນເຫັນດ້ວຍປັນຍາຕາມຄວາມເປັນຈິງຢ່າງນີ້.

 ສັນຍາບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັດຕາ ສິ່ງໃດເປັນອະນັດຕາ ສິ່ງນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບໍ່ແມ່ນຕົວຕົນຂອງເຮົາ ພວກເຈົ້າທັງຫລາຍຄວນເຫັນດ້ວຍປັນຍາຕາມຄວາມເປັນຈິງຢ່າງນີ້.

 ສັງຂານບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັດຕາ ສິ່ງໃດເປັນອະນັດຕາ ສິ່ງນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບໍ່ແມ່ນຕົວຕົນຂອງເຮົາ ພວກເຈົ້າທັງຫລາຍຄວນເຫັນດ້ວຍປັນຍາຕາມຄວາມເປັນຈິງຢ່າງນີ້.

 ວິນຍານບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັດຕາ ສິ່ງໃດເປັນອະນັດຕາ ສິ່ງນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບໍ່ແມ່ນຕົວຕົນຂອງເຮົາ ພວກເຈົ້າທັງຫລາຍຄວນເຫັນດ້ວຍປັນຍາຕາມຄວາມເປັນຈິງຢ່າງນີ້.

 ພິກຂຸທັງຫລາຍ! ອະຣິຍະສາວົກຜູ້ໄດ້ສະດັບແລ້ວເຫັນຢູ່ຢ່າງນີ້ 

  ຍ່ອມເບື່ອໜ່າຍໃນຮູບ

  ເບື່ອໜ່າຍໃນເວທະນາ

  ເບື່ອໜ່າຍໃນສັນຍາ 

  ເບື່ອໜ່າຍໃນສັງຂານ

  ຍ່ອມເບື່ອໜ່າຍໃນວິນຍານ 

  ເມື່ອເບື່ອໜ່າຍ ຍ່ອມຄາຍກຳນັດ ເພາະຄາຍກຳນັດ ຈຶ່ງຫລຸດພົ້ນ ເມື່ອຫລຸດພົ້ນແລ້ວ ຍ່ອມມີຍານຢັ່ງຮູ້ວ່າຫລຸດພົ້ນແລ້ວ ຍ່ອມຮູ້ຊັດເຈນວ່າ ຊາດສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ ກິດທີ່ຄວນທຳ ໄດ້ທຳສຳເລັດແລ້ວ ກິດອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ.

.........................................................................

ສຸຕຕັນຕະປິດົກ ສັງຍຸຕຕະນິກາຍ ຂັນທະວາຣະວັຄ ໑໗/໒໑-໒໒/໔໒

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ