ສິ້ນຄວາມຢາກກໍສິ້ນທຸກ(ຕັນຫາ)

ຄວາມຫວັ່ນໄຫວຍ່ອມມີແກ່ບຸກຄົນຜູ້ອັນຕັນຫາ ແລະ ທິດທິອາໃສແລ້ວ 

ຄວາມຫວັ່ນໄຫວຍ່ອມບໍ່ມີແກ່ບຸກຄົນຜູ້ອັນຕັນຫາ ແລະ ທິດທິບໍ່ອາໃສແລ້ວ ເມື່ອຄວາມຫວັ່ນໄຫວບໍ່ມີ ຄວາມສະຫງົບກາຍ ສະຫງົບໃຈ ຍ່ອມມີ

ເມື່ອຄວາມສະຫງົບກາຍ ສະຫງົບໃຈມີ ຄວາມນ້ອມໄປຍ່ອມບໍ່ມີ 

ເມື່ອຄວາມນ້ອມໄປບໍ່ມີການມາ ແລະ ການໄປຍ່ອມບໍ່ມີເມື່ອການມາ ແລະ ການໄປບໍ່ມີ ການເຄື່ອນ ແລະ ການເກີດຂື້ນຍ່ອມບໍ່ມີ ເມື່ອການເຄື່ອນ ແລະ ການເກີດຂື້ນບໍ່ມີ ອັນໃດອັນໃດກໍບໍ່ມີໃນໂລກນີ້ ບໍ່ມີໃນໂລກອື່ນ ບໍ່ມີໃນລະຫວ່າງແຫ່ງໂລກທັງສອງ ນີ້ເເຫຼະຄືທີ່ສຸດແຫ່ງທຸກແລ.

(ນິດສິຕະສະຈະລິຕັງ)

(ອະນິດສິຕະສະຈະຣິຕັງນັດທິ)

(ຈະລິເຕອະສະຕິປັດສະທິ) 

(ປະສະທິຍາສະຕິນັດຕິນະໂຫຕິ)

(ນະຕິຍາອະສະຕິ ອາຄະຕິ ຄະຕິນະໂຫຕິ)

(ອາຄະຕິຄະຕິຍາອາສະຕິຈຸຕູປາປາໂຕນະໂຫຕິ)

(ຈຸຕູປາປາເຕອະສະຕິເນວິທະນະອຸລັງນະອຸພະຍະມັນຕະເລ)

(ເອເສວັນໂຕທຸກຂະສັດ)

----------------------------------------------------

-ບາລີ ອຸ. ຂຸ. 25/204/161.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ