ສັນຍາ 10 ປະການ

ອານົນທ໌ ! ຖ້າເຈົ້າຈະເຂົ້າໄປຫາພິກຂຸຄິຣິມານົນທ໌ ແລ້ວກ່າວສັນຍາ 10 ປະການແກ່ທ່ານແລ້ວ ຂໍ້ນີ້ເປັນຖານະທີ່ຈະມີໄດ້ ຄື ພິກຂຸຄິຣິມານົນທ໌ ຟັງສັນຍາສິບປະການແລ້ວ ອາພາດອັນເປັນທຸກຂ໌ຫຼາຍຂອງທ່ານ ກໍ່ຈະຣະງັບໄປໂດຍຄວນແກ່ຖານະ ສັນຍາ 10 ປະການນັ້ນ ຄື:

     ອະນິຈະສັນຍາ,

     ອະນັດຕະສັນຍາ, 

     ອະສຸພະສັນຍາ, 

     ອາທີນະວະສັນຍາ,

     ປະຫານະສັນຍາ, 

     ວິຣາຄະສັນຍາ, 

     ນິໂຣທະສັນຍາ,

     ສັບພະໂລເກອະນະພິຣະຕະສັນຍາ, 

     ສັບພະສັງຂາເຣສຸອະນິຈຈະສັນຍາ, 

     ອານາປານະສະຕິ.    

             

1. ອານົນທ໌ ! ອະນິຈະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ໄປສູ່ປ່າ ສູ່ເຫຼົ້າໄມ້ ຫຼື ສູ່ເຮືອນວ່າງກໍຕາມ ຍ່ອມພິຈາຣະນາເຫັນຢ່າງນີ້ວ່າ 

  ຮູບບໍ່ທ່ຽງ

  ເວທະນາບໍ່ທ່ຽງ 

  ສັນຍາບໍ່ທ່ຽງ 

  ສັງຂານບໍ່ທ່ຽງ

  ວິນຍານບໍ່ທ່ຽງ ດັ່ງນີ້, 

  ເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງໃນອຸປາທານຂັນທັງຫ້າເຫຼົ່ານີ້ຢູ່ ດ້ວຍອາການຢ່າງນີ້ 

  ອານົນທ໌ ! ນີ້ເອີ້ນວ່າ: ອະນິດຈະສັນຍາ.                                                                       

2. ອານົນທ໌ ! ອະນັຕຕະສັນຍາເປັນຢ່າງໃດໜໍ ? 

ອານົນທ໌ ! ພິກຂຸໃນກໍຣະນີນີ້ ໄປສູ່ປ່າ ສູ່ເຫຼົ້າໄມ້ ຫຼືສູ່ເຮືອນວ່າງກໍດີ ຍ່ອມພິຈາຣະນາເຫັນຢ່າງນີ້ວ່າ 

  “ຕາເປັນອະນັຕຕາ ຮູບ ເປັນອະນັຕຕາ

   ຫູເປັນອະນັຕຕາ ສຽງ ເປັນອະນັຕຕາ

   ດັງເປັນອະນັຕຕາ ກິ່ນ ເປັນອະນັຕຕາ

   ລີ້ນເປັນອະນັຕຕາ ຣົດ ເປັນອະນັຕຕາ 

   ກາຍເປັນອະນັດຕາ ໂຜດຖັບພະ ເປັນອະນັຕຕາ  

   ໃຈເປັນອະນັຕຕາ  ທັມມາຣົມ ເປັນອະນັຕຕາ” ດັ່ງນີ້, 

  ເປັນຜູ້ເຫັນເຊິ່ງຄວາມເປັນອະນັຕຕາໃນອາຍະຕະນະທັງພາຍໃນແລະພາຍນອກ 6 ເຫຼົ່ານີ້ຢູ່ ດ້ວຍອາການຢ່າງນີ້ ອານົນທ໌ ! ນີ້ເອີ້ນວ່າ: ອະນັດຕະສັນຍາ.


3. ອານົນທ໌ ! ອະສຸພະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ຍ່ອມພິຈາຣະນາເຫັນກາຍນີ້ນັ້ນແລ ເບື້ອງເທິງແຕ່ພື້ນຕີນຂື້ນໄປ ເບື້ອງລຸ່ມ ແຕ່ປາຍຜົມລົງມາ ມີໜັງຫຸ້ມຢູ່ໂດຍຮອບ ເຕັມໄປດ້ວຍຂອງບໍ່ສະອາດມີປະການຕ່າງໆ ວ່າ ມີຢູ່ໃນກາຍນີ້ ຄື ຜົມ ຂົນ ເລັບ ຟັນ ໜັງ ຊີ້ນ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ພັງຜືດ ໄຕ ປອດ ລຳໄສ້ ລຳໄສ້ສຸດ ອາຫານໃນກະເພາະ ອຸດຈາຣະ ບີ ສະເຫຼດ ນ້ຳໜອງ ເລືອດ ເຫື່ອ ໄຂມັນ ນ້ຳຕາ ນ້ຳເຫຼືອງ ນ້ຳລາຍ ນ້ຳເມືອກ ນ້ຳມື່ນຫຼໍ່ຂ້ໍ ນ້ຳມູກ ເປັນຜູ້ເຫັນຄວາມບໍ່ງາມໃນກາຍນີ້ຢູ່ ດ້ວຍອາການຢ່າງນີ້ ອານົນທ໌ ! ນີ້ເອີ້ນວ່າ ອະສຸພະສັນຍາ.  


4. ອານົນທ໌ ! ອາທີນະວະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ໄປສູ່ປ່າ ສູ່ເຫຼົ້າໄມ້ ຫຼື ສູ່ເຮືອນວ່າງກໍດີ ຍ່ອມພິຈາຣະນາເຫັນຢ່າງນີ້ວ່າ “ກາຍນີ້ມີທຸກຫຼາຍ ມີໂທດຫຼາຍ ຄືໃນກາຍນີ້ມີອາພາດຕ່າງໆເກີດຂື້ນ ກ່າວຄື ໂຣກຕາ ໂຣກຫູ ໂຣກດັງ  ໂຣກລີ້ນ ໂຣກກາຍ ໂຣກທີ່ຫົວ ໂຣກທີ່ຫູ ໂຣກປາກ ໂຣກເເເຂວ ໂຣກໄອ ໂຣກຫືດ ໄຂ້ຫວັດ ໄຂ້ພິດຮ້ອນ ໄຂ້ຊຶມເສົ້າ ໂຣກກະເພາະ ໂຣກລົມສະຫຼົບ ລົງແດງ ຈຸກສຽບ ເຈັບສຽບ ໂຣກເຣື້ອລັງ ໂຣກຝີ ໂຣກກາກ  ໂຣກຫລອດລົມໂປ່ງພອງ ໂຣກລົມບ້າໝູ ໂຣກຫິດເປື່ອຍ ໂຣກຫິດດ້ານ ໂຣກແຜເຣື້ອຣັງ ໂຣກຝຸ່ນລະອອງ ໂຣກບ່ວມ ໂຣກອາຈຽນໂລຫິດ ໂຣກບີຊ່ານ ໂຣກເບົາຫວານ ໂຣກເຣິມ (ຊື່ໂຣກທີ່ຕິດເຊື້ອໄວຣັດຊະນິດໜຶ່ງ ຂຶ້ນເປັນເມັດນ້ອຍໆ ພອງໃສຕິດກັນເປັນກຸ່ມ ມີອາການຄັນ ປວດແສບອອກຮ້ອນ) ໂຣກພຸພອງ ຣິດສີດວງທະວານ ອາພາດມີບີເປັນສະມຸດຖານ ອາພາດມີເສມຫະເປັນສະມຸດຖານ ອາພາດມີລົມເປັນສະມຸຕຖານ  ໄຂ້ສັນນິບາດ ໄຂ້ເພາະຣະດູປ່ຽນແປງ ໄຂ້ເພາະບໍຣິຫານກາຍບໍ່ສະໝ່ຳສະເໝີ ໄຂ້ເພາະອອກກຳລັງເກີນ ໄຂ້ເພາະວິບາກແຫ່ງກັມ ຄວາມບໍ່ສະບາຍເພາະຄວາມໜາວ ຄວາມຮ້ອນ ຄວາມຫິວ ຄວາມກະຫາຍ ການຖ່າຍປັດສະວະ ອຸດຈະຣະ” ດັ່ງນີ້ ເປັນຜູ້ເຫັນໂທດໃນກາຍນີ້ຢູ່ ດ້ວຍອາການຢ່າງນີ້ 

ອານົນທ໌ ! ນີ້ເອີ້ນວ່າ ອາທີນະວະສັນຍາ.


5. ອານົນທ໌ ! ປະຫານະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ 

- ຍ່ອມບໍ່ຍິນດີ ຍ່ອມລະ ຍ່ອມບັນເທົາ ຍ່ອມກະທຳໃຫ້ໝົດສິ້ນໄປ ຍ່ອມກະທຳໃຫ້ເຖິງຄວາມບໍ່ມີເຊິ່ງກາມວິຕົກທີ່ເກີດຂື້ນແລ້ວ; 

- ຍ່ອມລະ ຍ່ອມບັນເທົາ ຍ່ອມກະທຳໃຫ້ໝົດສິ້ນໄປ ຍ່ອມກະທຳໃຫ້ເຖິງຄວາມບໍ່ມີເຊິ່ງພະຍາປາທະວິຕົກທີ່ເກີດຂື້ນແລ້ວ;

- ຍ່ອມລະ ຍ່ອມບັນເທົາ ຍ່ອມກະທຳໃຫ້ໝົດສິ້ນໄປ ຍ່ອມກະທຳໃຫ້ເຖິງຄວາມບໍ່ມີເຊິ່ງວິຫິງສາວິຕົກທີ່ເກີດຂື້ນແລ້ວ;

- ຍ່ອມລະ ຍ່ອມບັນເທົາ ຍ່ອມກະທຳໃຫ້ໝົດສິ້ນໄປ ຍ່ອມກະທຳໃຫ້ເຖິງຄວາມບໍ່ມີເຊິ່ງອະກຸສົນລະທັມທັງຫຼາຍອັນເປັນບາບທີ່ເກີດຂື້ນແລ້ວ.

  ອານົນທ໌ ! ນີ້ເອີ້ນວ່າ ປະຫານະສັນຍາ.

                       

6. ອານົນທ໌ ! ວິຣາຄະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ໄປສູ່ປ່າ ສູ່ເຫຼົ້າໄມ້ ຫຼື ສູ່ເຮືອນວ່າງກໍຕາມ  ຍ່ອມພິຈາຣະນາເຫັນຢ່າງນີ້ວ່າ: 

 “ທັມມະຊາດນັ້ນສະຫງົບ ທັມມະຊາດນັ້ນປານີດ ກ່າວຄື ທັມອັນເປັນທີ່ຣະງັບແຫ່ງສັງຂານທັງປວງ ເປັນທີ່ສະລະຄືນເຊິ່ງອຸປະທິທັງປວງ ເປັນທີ່ສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບເຢັນ”

 ດັ່ງນີ້ ອານົນທ໌ ! ນີ້ເອີ້ນວ່າ ວິຣາຄະສັນຍາ.


7. ອານົນທ໌ ! ນິໂຣທະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ໄປສູ່ປ່າ ສູ່ເຫຼົ້າໄມ້ ຫຼືສູ່ເຮືອນວ່າງກໍດີ ຍ່ອມພິຈາຣະນາເຫັນຢ່າງນີ້ວ່າ:

 “ທັມມະຊາດນັ້ນສະຫງົບ ທັມມະຊາດນັ້ນປານີດ ກ່າວຄື ທັມອັນເປັນທີ່ຣະງັບແຫ່ງສັງຂານທັງປວງ ເປັນທີ່ສະລະຄືນເຊິ່ງອຸປະທິທັງປວງ ເປັນທີ່ສິ້ນໄປແຫ່ງຕັນຫາ ເປັນຄວາມຈາງຄາຍ ເປັນຄວາມດັບເຢັນ” ດັ່ງນີ້ 

ອານົນທ໌ ! ນີ້ເອີ້ນວ່າ ນິໂຣທະສັນຍາ.


8. ອານົນທ໌ ! ສັບພະໂລເກອະນະພິຣະຕະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ອະນຸໄສ(ຄວາມເຄີຍຊິນ) ໃນການຕັ້ງທັບ ໃນການຝັງຕົວເຂົ້າໄປຢຶດໝັ້ນແຫ່ງຈິດດ້ວຍຕັນຫາ ອຸປາທານໃດໆ ໃນໂລກມີຢູ່ ເຂົາລະຢູ່ເຊິ່ງອະນຸໄສນັ້ນໆ ງົດເວັ້ນ ບໍ່ເຂົ້າໄປຢຶດຖືຢູ່ 

ອານົນທ໌ ! ນີ້ເອີ້ນວ່າ ສັບພະໂລເກອະນະພິຣະຕະສັນຍາ (ຄວາມສຳຄັນໃນໂລກທັງປວງວ່າເປັນສິ່ງບໍ່ໜ້າຍິນດີ).

          

9. ອານົນທ໌ ! ສັບພະສັງຂາເຣສຸອະນິຈຈະສັນຍາເປັນຢ່າງໃດໜໍ ?

ອານົນທ໌ ! ພິກຂຸໃນກໍຣະນີນີ້ ຍ່ອມອຶດອັດ ຍ່ອມລະອາ ຍ່ອມກຽດຊັງ ຕໍ່ສັງຂານທັງປວງ

 ອານົນທ໌ ! ນີ້ເອີ້ນວ່າ ສັບພະສັງຂາເຣສຸອະນິຈຈະສັນຍາ (ມີຄວາມສຳຄັນວ່າບໍ່ທ່ຽງໃນສັງຂານທັງປວງ).                                                               


10. ອານົນທ໌ !  ອານາປານະສະຕິເປັນຢ່າງໃດໜໍ ?

ອານົນທ໌ ! ໃນກໍຣະນີນີ້ ພິກຂຸໄປແລ້ວສູ່ປ່າ ສູ່ເຫງົ້າໄມ້ ຫຼືເຮືອນວ່າງກໍຕາມ ນັ່ງຄູ້ຂາເຂົ້າມາໂດຍຮອບ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ມີສະຕິຫາຍໃຈເຂົ້າ ມີສະຕິຫາຍໃຈອອກ.

* ເມື່ອຫາຍໃຈເຂົ້າຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າຍາວ;

* ເມື່ອຫາຍໃຈອອກຍາວ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກຍາວ; 

* ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈເຂົ້າສັ້ນ;

* ເມື່ອຫາຍໃຈອອກສັ້ນ ກໍຮູ້ແຈ້ງວ່າ ເຮົາຫາຍໃຈອອກສັ້ນ;

  ທຳການຝຶກຫັດສຶກສາວ່າ “ ຮູ້ພ້ອມສະເພາະເຊິ່ງກາຍທັງປວງ (ສັບພະກາຍະປະຕິສັງເວທີ) ຫາຍໃຈເຂົ້າ;

  ວ່າ “ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ”                        

 ຍ່ອມທຳການຝຶກຫັດສຶກສາວ່າ “ ທຳກາຍສັງຂານໃຫ້ຣະງັບ (ປັສສັັມພະຍັງ ກາຍະສັງຂາຣັງ) ຫາຍໃຈເຂົ້າ” ວ່າ “ທຳກາຍສັງຂາຣໃຫ້ຣະງັບ ຫາຍໃຈອອກ”

  ຍ່ອມທຳການຝຶກຫັດສຶກສາວ່າ “ຮູ້ພ້ອມສະເພາະເຊິ່ງປີຕິ (ປີຕິປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ”           

 ຍ່ອມທຳການຝຶກຫັດສຶກສາວ່າ “ຮູ້ພ້ອມສະເພາະເຊິ່ງສຸກ (ສຸກຂະປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ຮູ້ພ້ອມສະເພາະເຊິ່ງສຸກ ຫາຍໃຈອອກ”        

  ທຳການຝຶກຫັດສຶກສາວ່າ “ ຮູ້ພ້ອມສະເພາະເຊິ່ງຈິດຕະສັງຂານ (ຈິດຕະສັງຂານປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ຮູ້ພ້ອມສະເພາະເຊິ່ງຈິດຕະສັງຂານ ຫາຍໃຈອອກ”     

 ຍ່ອມທຳການຝຶກຫັດສຶກສາວ່າ “ທຳຈິດຕະສັງຂານໃຫ້ຣະງັບ (ປັດສັມພະຍັງ ຈິດຕະສັງຂາຣັງ) ຫາຍໃຈເຂົ້າ” ວ່າ “ທຳຈິດຕະສັງຂານໃຫ້ຣະງັບ ຫາຍໃຈອອກ”

 ຍ່ອມທຳການຝຶກຫັດສຶກສາວ່າ “ຮູ້ພ້ອມສະເພາະເຊິ່ງຈິດ (ຈິດຕະປະຕິສັງເວທີ) ຫາຍໃຈເຂົ້າ” ວ່າ “ຮູ້ພ້ອມສະເພາະເຊິ່ງຈິດ ຫາຍໃຈອອກ”     

 ຍ່ອມທຳການຝຶກຫັດສຶກສາວ່າ “ທຳຈິດໃຫ້ປາໂມດຢ່າງຍິ່ງ (ອະພິປປະໂມທະຍັງ ຈິດຕັງ)ຫາຍໃຈເຂົ້າ” ວ່າ "ທຳຈິຕໃຫ້ປາໂມທຍ໌ຢ່າງຍິ່ງ ຫາຍໃຈອອກ”        

 ຍ່ອມທຳການຝຶກຫັດສຶກສາວ່າ “ທຳຈິຕໃຫ້ຕັ້ງໝັ້ນ (ສະມາທະຫັງ ຈິດຕັງ) ຫາຍໃຈເຂົ້າ” ວ່າ “ທຳຈິດໃຫ້ຕັ້ງໝັ້ນ ຫາຍໃຈອອກ”             

 ຍ່ອມທຳການຝຶກຫັດສຶກສາວ່າ “ທຳຈິດໃຫ້ປ່ອຍຢູ່ (ວິໂມຈະຍັງ ຈິຕຕັງ) ຫາຍໃຈເຂົ້າ”  ວ່າ “ທຳຈິດໃຫ້ປ່ອຍຢູ່ ຫາຍໃຈອອກ” 

 ຍ່ອມທຳການຝຶກຫັດສຶກສາວ່າ “ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ (ອະນິຈຈານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈອອກ”                 

 ຍ່ອມທຳການຝຶກຫັດສຶກສາວ່າ “ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ (ວິຣາຄານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈອອກ”                 

 ຍ່ອມທຳການຝຶກຫັດສຶກສາວ່າ “ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ (ນິໂຣທານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ ຫາຍໃຈອອກ”

 ຍ່ອມທຳການຝຶກຫັດສຶກສາວ່າ “ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ (ປະຕິນິສສັຄຄານຸປັສສີ) ຫາຍໃຈເຂົ້າ” ວ່າ “ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈອອກ”

ອານົນທ໌ ! ນີ້ເອີ້ນວ່າ ອານາປານະສະຕິ.

ອານົນທ໌ ! ຖ້າເຈົ້າຈະເຂົ້າໄປຫາ ພິກຂຸຄິຣິມານົນທ໌ ແລ້ວກ່າວສັນຍາ 10 ປະການເຫຼົ່ານີ້ແກ່ທ່ານນັ້ນແລ້ວ ຂໍ້ນີ້ເປັນຖານະທີ່ຈະມີໄດ້ ຄື ເມື່ອພິກຂຸຄິຣິມານົນທ໌ ຟັງສັນຍາສິບປະການແລ້ວ ອາພາດອັນເປັນທຸກຫຼາຍຂອງທ່ານນັ້ນກໍ່ຈະຣະງັບໄປໂດຍຄວນແກ່ຖານະ.

----------------------------------------------------

ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ 24/99-102/60 

[ພຸທທະວະຈະນະ ອານາປານະສະຕິ]

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ