ຜູ້ເຂົາໄປຫາເປັນຜູ້ບໍ່ຫລຸດພົ້ນ, ຜູ້ບໍ່ເຂົ້າໄປຫາເປັນຜູ້ຫຼຸດພົ້ນ(ຣາຄະ)

 ພິກຂຸທັງຫລາຍ!

ຜູ້ເຂົ້າໄປຫາເປັນຜູ້ບໍ່ຫລຸດພົ້ນ. ຜູ້ບໍ່ເຂົ້າໄປຫາເປັນຜູ້ຫຼຸດພົ້ນ.

ພິກຂຸທັງຫລາຍ!

ວີນຍານເຊີ່ງຖືເອົາຮູບ ຕັ້ງຢູ່ ກໍຕັ້ງຢູ່ໄດ້ 

ເປັນວີນຍານທີ່ມີຮູບເປັນອາລົມ ມີຮູບເປັນທີ່ຕັ້ງອາໃສ ມີນັນທິເປັນທີ່ເຂົ້າໄປສ້ອງເສບ ກໍເຖິງຄວາມຈະເລີນງອກງາມ ໄພບູນໄດ້

ພິກຂຸທັງຫລາຍ!

ວີນຍານເຊີ່ງຖືເອົາເວທະນາ ຕັ້ງຢູ່ ກໍຕັ້ງຢູ່ໄດ້ 

ເປັນວີນຍານທີ່ມີເວທະນາເປັນອາລົມ ມີເວທະນາເປັນທີ່ຕັ້ງອາໃສ ມີນັນທິເປັນທີ່ເຂົ້າໄປສ້ອງເສບ ກໍເຖິງຄວາມຈະເລີນງອກງາມ ໄພບູນໄດ້

ພິກຂຸທັງຫລາຍ!

ວີນຍານເຊີ່ງຖືເອົາສັນຍາ ຕັ້ງຢູ່ ກໍຕັ້ງຢູ່ໄດ້

ເປັນວີນຍານທີ່ມີສັນຍາເປັນອາລົມ 

ມີສັນຍາເປັນທີ່ຕັ້ງອາໃສ

ມີນັນທິເປັນທີ່ເຂົ້າໄປສ້ອງເສບ ກໍເຖິງຄວາມຈະເລີນງອກງາມ ໄພບູນໄດ້

ພິກຂຸທັງຫລາຍ!

ວີນຍານເຊີ່ງຖືເອົາສັງຂານ ຕັ້ງຢູ່ ກໍຕັ້ງຢູ່ໄດ້

ເປັນວີນຍານທີ່ມີສັງຂານເປັນອາລົມ 

ມີສັງຂານເປັນທີ່ຕັ້ງອາໃສ

ມີນັນທິເປັນທີ່ເຂົ້າໄປສ້ອງເສບ ກໍເຖີງຄວາມຈະເລີນງອກງາມ ໄພບູນໄດ້

ພິກຂຸທັງຫລາຍ!

ຜູ້ໃດທີ່ກ່າວຢ່າງນີ້ວ່າ

"ເຮົາຈະບັນຢັດ ການມາ ການໄປ ການຈຸຕິ ການອຸບັດ ຄວາມຈະເລີນ ຄວາມງອກງາມ ແລະ ຄວາມໄພບູນຂອງວີນຍານ ໂດຍເວັ້ນຈາກຮູບ ເວັ້ນຈາກເວທະນາ ເວັ້ນຈາກສັນຍາ ແລະ ເວັ້ນຈາກສັງຂານ" ດັ່ງນີ້. ບໍ່ແມ່ນຖານະທີ່ຈະມີໄດ້ເລີຍ

ພິກຂຸທັງຫລາຍ!

ຖ້າຣາຄະໃນຮູບປະທາດ ໃນເວທະນາທາດ ໃນສັນຍາທາດ ໃນສັງຂານທາດ ໃນວີນຍານທາດ ເປັນສີ່ງທີ່ພິຂຸລະໄດ້ແລ້ວ

ເພາະລະຣາຄະໄດ້ ອາລົມສຳລັບວີນຍານກໍຂາດລົງ

ທີ່ຕັ້ງຂອງວີນຍານກໍບໍ່ມີ ວີນຍານອັນບໍ່ມີທີ່ຕັ້ງນັ້ນກໍບໍ່ງອກງາມ ຫລຸດພົ້ນໄປເພາະບໍ່ຖືກປຸງແຕ່ງ ເພາະຫລຸດພົ້ນໄປ ກໍຕັ້ງໝັ້ນ ເພາະຕັ້ງໝັ້ນ ກໍຍີນດີໃນຕົນເອງ

ເພາະຍີນດີໃນຕົນເອງ ກໍບໍ່ຫວັ່ນໄຫວ ເມື່ອບໍ່ຫວັ່ນໄຫວ

ກໍປະລິນິພານສະເພາະຕົນ 

ຍ່ອມຮູ້ຊັດວ່າ "ຊາດສີ້ນແລ້ວ ພົມມະຈັນຢູ່ຈົບແລ້ວ

ກິດທີ່ຄວານທຳໄດ້ທຳສຳເລັດແລ້ວ ກິດອື່ນທີ່ຈະທຳເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ" ດັ່ງນີ້.


ຂນຣ ສໍ 17/53/105.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ