ຈົ່ງສືບຕໍ່ພະຍາຍາມໃນປະໂຫຍດຂອງຕົນໆເຖີດ

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພວກຂ້ານ້ອຍຄວນຈະປະຕິບັດໃນພຣະສະຣີຣະຂອງພຣະຕະຖາຄົດຢ່າງໃດ?

 ອານົນທ໌! ພວກເຈົ້າຈົ່ງຢ່າຂົນຂວາຍເພື່ອບູຊາສະຣີຣະຂອງຕະຖາຄົດເລີຍ ຈົ່ງສືບຕໍ່ພະຍາຍາມໃນປະໂຫຍດຂອງຕົນໆເຖີດ ຈົ່ງເປັນຜູ້ບໍ່ປະມາດໃນປະໂຫຍດຂອງຕົນໆ ມີຄວາມພຽນ ມີຕົນສົ່ງໄປແລ້ວຢູ່ເຖີດ ກະສັດຜູ້ເປັນບັນດິດກໍດີ ພຣາມຜູ້ເປັນບັນດິດກໍດີ ຄະຫະບໍດີຜູ້ເປັນບັນດິດກໍດີ ທີ່ເຫລື້ອມໃສຢ່າງຍິ່ງໃນຕະຖາຄົດມີຢູ່ ເຂົາທັງຫລາຍຈັກກະທຳການບູຊາສະຣີຣະຂອງຕະຖາຄົດ.

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກໍເຂົາທັງຫລາຍຍ່ອມປະຕິບັດໃນພຣະສະຣີຣະຂອງພຣະຕະຖາຄົດຢ່າງໃດ?

 ອານົນທ໌! ຍ່ອມປະຕິບັດໃນສະຣີຣະຂອງຕະຖາຄົດເໝືອນທີ່ເຂົາປະຕິບັດໃນສະຣີຣະຂອງພຣະເຈົ້າຈັກກະພັດ.

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກໍເຂົາປະຕິບັດໃນພຣະສະຣີຣະຂອງພຣະເຈົ້າຈັກກະພັດຢ່າງໃດ?

 ອານົນທ໌! ເຂົາຫໍ່ສະຣີຣະຂອງພຣະເຈົ້າຈັກກະພັດດ້ວຍຜ້າໃໝ່ ແລ້ວຊັບດ້ວຍສຳລີ ແລ້ວຫໍ່ດ້ວຍຜ້າໃໝ່ ໂດຍອຸບາຍນີ້ ຫໍ່ສະຣີຣະຂອງພຣະເຈົ້າຈັກກະພັດດ້ວຍຜ້າ 500 ຄູ່ ແລ້ວເຊີນສະຣີຣະລົງໃນຮາງເຫລັກອັນເຕັມດ້ວຍນ້ຳມັນ ຄອບດ້ວຍຮາງເຫລັກອື່ນ ແລ້ວກະທຳຈິດກາທາດດ້ວຍໄມ້ຫອມລ້ວນ ຖວາຍເພີງສະຣີຣະຂອງພຣະເຈົ້າຈັກກະພັດ, ສ້າງສະຖູບຂອງພຣະເຈົ້າຈັກກະພັດໄວ້ທີ່ຫົນທາງໃຫຍ່ 4 ແຍກ.

 ອານົນທ໌! ເຂົາປະຕິບັດໃນສະຣີຣະຂອງພຣະເຈົ້າຈັກກະພັດດ້ວຍປະການຢ່າງນີ້ແລ.

 ອານົນທ໌! ພວກກະສັດຜູ້ເປັນບັນດິດເປັນຕົ້ນນັ້ນ ຍ່ອມປະຕິບັດໃນສະຣີຣະຂອງຕະຖາຄົດ ເໝືອນທີ່ເຂົາປະຕິບັດໃນສະຣີຣະຂອງພຣະເຈົ້າຈັກກະພັດ, ຍ່ອມສ້າງສະຖູບຂອງຕະຖາຄົດໄວ້ທີ່ຫົນທາງໃຫຍ່ 4 ແຍກ. ຊົນເຫລົ່າໃດຍົກຂຶ້ນເຊິ່ງພວງມາໄລຂອງຫອມ ຫລືຈຸນ, ອະພິວາດ ຫລືຍັງຈິດໃຫ້ເຫລື້ອມໃສໃນສະຖູບນັ້ນ ການກະທຳເຊັ່ນນັ້ນຈັກເປັນໄປເພື່ອປະໂຫຍດເກື້ອກູນ ເພື່ອຄວາມສຸກແກ່ຊົນເຫລົ່ານັ້ນສິ້ນກາລະນານ.

 ອານົນທ໌! ຖູປາຣະຫະບຸກຄົນ 4 ຈຳພວກນີ້, ຖູປາຣະຫະບຸກຄົນ 4 ຈຳພວກເປັນຢ່າງໃດ? ຄື: 

 1.ຕະຖາຄົດອະຣະຫັນຕະສັມມາສັມພຸດທະ ເປັນຖູປາຣະຫະບຸກຄົນຈຳພວກ 1

 2.ພຣະປັດເຈກສັມພຸດທະ ເປັນຖູປາຣະຫະບຸກຄົນຈຳພວກ 1

 3.ສາວົກຂອງຕະຖາຄົດ ເປັນຖູປາຣະຫະບຸກຄົນຈຳພວກ 1

 4.ພຣະເຈົ້າຈັກກະພັດ ເປັນຖູປາຣະຫະບຸກຄົນຈຳພວກ 1

 ເພາະອາໄສອຳນາດປະໂຫຍດອັນໃດ ຕະຖາຄົດອະຣະຫັນຕະສັມມາສັມພຸດທະຈິ່ງເປັນຖູປາຣະຫະບຸກຄົນ?

 ອານົນທ໌! ຊົນທັງຫລາຍຍັງຈິດໃຫ້ເຫລື້ອມໃສວ່າ ນີ້ເປັນສະຖູບຂອງພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະເຈົ້າພຣະອົງຄ໌ນັ້ນ ພວກເຂົາຍັງຈິດໃຫ້ເຫລື້ອມໃສໃນສະຖູບນັ້ນແລ້ວ ເບື້ອງໜ້າແຕ່ການຕາຍເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ.

 ອານົນທ໌! ເພາະອາໄສອຳນາດປະໂຫຍດນີ້ແລ ຕະຖາຄົຕອະຣະຫັນຕະສັມມາສັມພຸດທະຈິ່ງເປັນຖູປາຣະຫະບຸກຄົນ.

 ເພາະອາໄສອຳນາດປະໂຫຍດອັນໃດ ພຣະປັດເຈກະສັມພຸດທະຈິ່ງເປັນຖູປາຣະຫະບຸກຄົນ?

 ອານົນທ໌! ຊົນທັງຫລາຍຍັງຈິດໃຫ້ເຫລື້ອມໃສວ່າ ນີ້ເປັນສະຖູບຂອງພຣະປັດເຈກສັມພຸດທະ ພວກເຂົາຍັງຈິດໃຫ້ເຫລື້ອມໃສໃນສະຖູບນັ້ນແລ້ວ ເບື້ອງໜ້າແຕ່ການຕາຍເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ.

 ອານົນທ໌! ເພາະອາໄສອຳນາດປະໂຫຍດນີ້ແລ ພຣະປັດເຈກສັມພຸດທະຈິ່ງເປັນຖູປາຣະຫະບຸກຄົນ.

 ເພາະອາໄສອຳນາດປະໂຫຍດອັນໃດ ສາວົກຂອງຕະຖາຄົດຈິ່ງເປັນຖູປາຣະຫະບຸກຄົນ?

 ອານົນທ໌! ຊົນທັງຫລາຍຍັງຈິດໃຫ້ເຫລື້ອມໃສວ່າ ນີ້ເປັນສະຖູບຂອງສາວົກຂອງພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະເຈົ້າພຣະອົງຄ໌ນັ້ນ ພວກເຂົາຍັງຈິຕໃຫ້ເຫລື້ອມໃສໃນສະຖູປນັ້ນແລ້ວ ເບື້ອງໜ້າແຕ່ການຕາຍເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ.

 ອານົນທ໌! ເພາະອາໄສອຳນາຈປະໂຫຍດນີ້ແລ ສາວົກຂອງຕະຖາຄົດຈິ່ງເປັນຖູປາຣະຫະບຸກຄົນ.

 ເພາະອາໄສອຳນາດປະໂຫຍດອັນໃດ ພຣະເຈົ້າຈັກກະພັດຈິ່ງເປັນຖູປາຣະຫະບຸກຄົນ?

ອານົນທ໌! ຊົນທັງຫລາຍຍັງຈິຕໃຫ້ເຫລື້ອມໃສວ່າ ນີ້ເປັນສະຖູປຂອງພຣະຣາຊາຜູ້ຊົງທັມ ເປັນພຣະຣາຊາໂດຍທັມ ພວກເຂົາຍັງຈິດໃຫ້ເຫລື້ອມໃສໃນສະຖູບນັ້ນແລ້ວ ເບື້ອງໜ້າແຕ່ການຕາຍເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ.

 ອານົນທ໌! ເພາະອາໄສອຳນາດປະໂຫຍດນີ້ແລ ພຣະເຈົ້າຈັກກະພັດຈຶ່ງເປັນຖູປາຣະຫະບຸກຄົນ.

ອານົນທ໌! ຖູປາຣະຫະບຸກຄົນ 4 ຈຳພວກນີ້ແລ.

.......................................

- ທີຄະນິກາຍ ມະຫາວັຄ ໑໐/໑໑໔/໑໓໓

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ