ຄວາມຊຸດໂຊມໄປເປັນທັມມະດາ

ອານົນທ໌ ! ເຮົາໄດ້ກ່າວເຕືອນໄວ້ກ່ອນແລ້ວບໍ່ແມ່ນບໍ

ວ່າ “ຄວາມເປັນຕ່າງໆ ຄວາມພັດພາກ ຄວາມເປັນຢ່າງອື່ນ

ຈາກຂອງຮັກ ຂອງຖືກໃຈ ຍ່ອມມີ;

 ອານົນທ໌ ! ຂໍ້ນັ້ນຈັກໄດ້ມາແຕ່ໃສໜໍ : ສີ່ງໃດເກີດຂຶ້ນແລ້ວ ເປັນແລ້ວ ອັນປັດໃຈປຸ່ງແລ້ວ ມີຄວາມຊຸດໂຊມໄປເປັນທັມມະດາ, ສີ່ງນັ້ນຢ່າຊຸດໂຊມໄປເລີຍ ດັ່ງນີ້; 

 ຂໍ້ນັ້ນ ຍ່ອມເປັນຖານະທີ່ມີບໍ່ໄດ້”.

 ອານນົນທ໌ ! ປຽບເໝືອນເມື່ອຕົ້ນໄມ້ໃຫຍ່ ມີແກ່ນເຫຼືອຢູ່ ສ່ວນໃດເກົ່າຄໍ້າກົ່ວສ່ວນອື່ນ ສ່ວນນັ້ນພຶ່ງຍ່ອຍຍັບໄປກ່ອນ,

 ຂໍ້ນີ້ ສັນໃດ; ອານົນທ໌! ເມື່ອພິກຂຸສົງໝູ່ໃຫຍ່ມີທັມເປັນແກ່ນສານເຫຼືອຢູ່, ສາລີບຸດປະລິນິພານໄປແລ້ວ ສັນນັ້ນເໝືອນກັນ.

 ອານົນທ໌! ຂໍ້ນັ້ນຈັກມາແຕ່ໃສໜໍ : ສິ່ງໃດເກີດຂຶ້ນແລ້ວ ເປັນແລ້ວ ອັນປັດໃຈປຸງແລ້ວ ມີຄວາມຊຳລຸດໄປເປັນທຳມະດາ ສິ່ງນັ້ນຢ່າຊຳລຸດໄປເລີຍ ດັ່ງນີ້; 

 ຂໍ້ນັ້ນ ຍ່ອມເປັນຖານະທີ່ມີບໍ່ໄດ້.

.............................................

-ບາລີ ມະຫາວາລ. ສັງ. ໑໙/໒໑໖/໗໓໗.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ