ຕະປູຕຶງໃຈ 5 ປະການ

ດູຣາພິກຂຸທັງຫຼາຍ ! ຕະໂປຕຶງໃຈ 5 ປະການນີ້ 5 ປະການເປັນແນວໃດ ? ຄື:

 1. ພິກຂຸໃນທັມວິໄນນີ້ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນພຣະສາສະດາ ພິກຂຸໃດ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນພຣະສາສະດາ ຈິດຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອເຮັດໃຫ້ຕິດຕໍ່ກັນ ເພື່ອບຳເພັນພຽນ ນີ້ເປັນຕະປູຕຶງໃຈປະການທີ່ໜຶ່ງ.

 2. ອີກປະການຫນຶ່ງ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນພຣະທັມ ພິກຂຸໃດ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນພຣະທັມ ຈິດຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອເຮັດໃຫ້ຕິດຕໍ່ກັນ ເພື່ອບຳເພັນພຽນ ນີ້ເປັນຕະປູຕຶງໃຈປະການທີ່ສອງ.

 3. ອີກປະການຫນຶ່ງ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນພຣະສົງຄ໌ ພິກຂຸໃດ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນພຣະສົງຄ໌ ຈິດຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອເຮັດໃຫ້ຕິດຕໍ່ກັນ ເພື່ອບຳເພັນພຽນ ນີ້ເປັນຕະປູຕຶງໃຈປະການທີ່ສາມ.

 4. ອີກປະການໜຶ່ງ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນສິກຂາ ພິກຂຸໃດ ຍ່ອມລັງເລສົງໄສ ບໍ່ນ້ອມໃຈເຊື່ອ ບໍ່ເຫຼືອມໃສໃນສິກຂາ ຈິດຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອເຮັດໃຫ້ຕິດຕໍ່ກັນ ເພື່ອບຳເພັນພຽນ ນີ້ເປັນຕະປູຕຶງໃຈປະການທີ່ສີ່.

 5. ອີກປະການໜຶ່ງ ພິກຂຸຍ່ອມໂກດ ມີໃຈບໍ່ເບີກບານ ມີຈິດອັນໂທສະກະທົບແລ້ວ ກະດ້າງໃນພວກເພຶ່ອນພຣົມມະຈັນ ຈິດຂອງພິກຂຸນັ້ນ ຍ່ອມບໍ່ນ້ອມໄປເພື່ອຄວາມພຽນ ເພື່ອຄວາມປະກອບເນື່ອງໆ ເພື່ອເຮັດໃຫ້ຕິດຕໍ່ກັນ ເພື່ອບຳເພັນພຽນ ນີ້ເປັນຕະປູຕຶງໃຈປະການທີ່ຫ້າ.

 ດູຣາພິກຂຸທັງຫຼາຍ ! ກະປູຕຶງໃຈ 5 ປະການເປັນຢ່າງນີ້ແລ.

...................................................

ພຣະໄຕຣປິດົກເລັ້ມ ໐໓ ຫນ້າ 415 ຂໍ້ 205

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ