ເທວະທູດທີ 5 ຄວາມຕາຍ

 ພິກຂຸທັງຫຼາຍ ! ພະຍາຍົມຄັນປອບໂຍນ ເອົາອົກເອົາໃຈ ສອບຖາມເຖິງເທວະທູດທີ 4 ກັບສັດນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈ ສອບຖາມເຖິງເທວະທູດທີ 5 ກັບສັດຕະນັ້ນວ່າ “ທ້າວຜູ້ຈະເລີນ ! ທ່ານບໍ່ໄດ້ເຫັນເທວະທູດທີ 5 ປາກົດໃນໝູ່ມະນຸດເລີຍບໍ ?”

  ສັດຕະນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ເຫັນເດີ້ຂ້ານ້ອຍ”

 ພະຍາຍົມຈຶ່ງກ່າວດັ່ງນີ້ວ່າ “ທ້າວຜູ້ຈະເລີນ ! ທ່ານບໍ່ໄດ້ເຫັນຍິງ ຫຼື ຊາຍ ທີ່ຕາຍແລ້ວມື້ໜຶ່ງສອງມື້ ຫຼື ສາມມື້ ຂຶ້ນອືດ ຂຽວຊໍ້າ ມີນ້ຳເຫຼືອງຍ້ອຍ ຢູ່ໃນໝູ່ມະນຸດເເດ່ບໍ່ ?

  ສັດຕະນັ້ນທູນຕອບດັ່ງນີ້ວ່າ “ເຫັນ ຂ້ານ້ອຍ”

 ພະຍາຍົມຖາມດັ່ງນີ້ວ່າ “ທ້າວຜູ້ຈະເລີນ ! ທ່ານນັ້ນເມື່ອຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມຄິດດັ່ງນີ້ແດ່ບໍ່ວ່າ “ເຖີງແມ່ນໂຕເຮົາແລ ກໍມີຄວາມຕາຍເປັນທຳມະດາ ບໍ່ຫຼຸດພົ້ນຄວາມຕາຍໄປໄດ້ ຄວນທີ່ເຮົາຈະເຮັດຄວາມດີທາງກາຍ ທາງວາຈາ ທາງໃຈ”

 ສັດຕະນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ສາມາດ ຂ້ານອ້ຍ ! ເພາະມົວປະໝາດເສຍແລ້ວຂ້ານ້ອຍ ! ”

ພະຍາຍົມກ່າວດັ່ງນີ້ວ່າ “ທ້າວຜູ້ຈະເລີນ ! ທ່ານບໍ່ເຮັດຄວາມດີທາງກາຍ ທາງວາຈາແລະທາງໃຈໄວ້ ເພາະມົ່ວແຕ່ປະໝາດເສຍດັ່ງນັ້ນ ເຫຼົ່ານາຍນິຣະຢະບານຈະລົງໂທດໂດຍອາການທີ່ທ່ານປະມາດແລ້ວ ກໍບາບກັມນີ້ນັ່ນແລ ບໍ່ແມ່ນມານດາເຮັດໃຫ້ທ່ານ ບໍ່ແມ່ນບິດາເຮັດໃຫ້ທ່ານ ບໍ່ແມ່ນອ້າຍ ນ້ອງຊາຍເຮັດໃຫ້ທ່ານ ບໍ່ແມ່ນເອື້ອຍ ນ້ອງສາວເຮັດໃຫ້ທ່ານ ບໍ່ແມ່ນມິດອາມາດເຮັດໃຫ້ທ່ານ ບໍ່ແມ່ນຍາດສາຍໂລຫິດເຮັດໃຫ້ທ່ານ ບໍ່ແມ່ນສະມະນະ ພຣາມເຮັດໃຫ້ທ່ານ ໂຕທ່ານເອງເຮັດເອົາໄວ້ ທ່ານເທົ່ານັ້ນຈະສະເຫວີຍວິບາກຂອງບາບກັມນີ້”

.............................................................

ພຣະໄຕຣປິດົກ -ບາລີ ອຸຜຣິ. ມ. 14/334-346/504-525

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ