ຄະລືຫັດ ແລະ ບັນພະຊິດທັງຫຼາຍຕ່າງອາໄສເຊິ່ງກັນ ແລະ ກັນ

 ດູຣາພິກຂຸທັງຫຼາຍ ! ຄະລືຫັດ ແລະ ບັນພະຊິດທັງຫຼາຍ ຕ່າງອາໄສເຊິ່ງກັນ ແລະ ກັນ ດ້ວຍອຳນາດອາມິດສະທານ ແລະ ທັມມະທານ ຢູ່ປະພືດພຣົມມະຈັນນີ້ ເພື່ອຕ້ອງການສະລະໂອຄະ "ເພື່ອຈະທຳເຊິ່ງທີ່ສຸດແຫ່ງທຸກຂ໌ໂດຍຊອບ" ດ້ວຍອາການຢ່າງນີ້

  ຄະລືຫັດ ແລະ ບັນພະຊິດທັງຫຼາຍ ຕ່າງອາໄສເຊິ່ງກັນ ແລະ ກັນທັງສອງຝ່າຍ "ຍ່ອມເຮັດສັດທັມອັນກະເສມຈາກໂຍຄະ ຢ່າງຍອດຍ້ຽມໃຫ້ສຳເລັດ" ບັນພະຊິດທັງຫຼາຍ ຍ່ອມປາຖະໜາສະເພາະຈີວອນ ບິນທະບາດ ທີ່ນອນທີ່ນັ່ງ ແລະ ຄີລານະປັດໃຈອັນເປັນເຄື່ອງບັນເທົາເສຍເຊິ່ງອັນຕະລາຍຈາກ ຄະລືຫັດທັງຫຼາຍ

 "ສ່ວນຄະລືຫັດທັງຫຼາຍ ຜູ້ຢູ່ຄອງເຮືອນອາໄສພຣະອາຣິຍະບຸກຄົນຜູ້ປະຕິບັດດີແລ້ວ" ເຊື່ອຖື ເຊິ່ງຖ້ອຍຄຳ ຂອງພຣະອະຣະຫັນຕະທັງຫຼາຍ ມີປົກກະຕິ ເພັ່ງພິນິດດ້ວຍປັນຍາອັນບໍຣິສຸດດີ ປະພຶດທັມອັນເປັນທາງໄປສູ່ສຸຄະຕິໃນສາສະຫນານີ້ ມີປະກະຕິເພີດເພີນ ເປັນຜູ້ໃຄ່ກາມບັນເທິງຢູ່ໃນເທວະໂລກຯ

.................................................

ພຣະໄຕປິດົກ 25/267/267

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ