ທ້າວຈາຕຸມມະຫາຣາຊທ່ຽວກວດເບິ່ງໂລກໃນວັນອຸໂປສົດ 15 ຄໍ່າທ້າວຈາຕຸມມະຫາຣາຊທ່ຽວກວດເບິ່ງໂລກໃນວັນອຸໂປສົດ 15 ຄໍ່າ

ພິກຂຸທັງຫລາຍ ! ໃນດິຖີ 8 ຄໍ່າຂອງເດືອນ ເທວະດາຜູ້ເປັນບໍຣິວານຂອງທ້າວຈາຕຸມມະຫາຣາດຍ່ອມທ່ຽວກວດເບິ່ງໂລກນີ້ວ່າ: ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມານດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍ ຫລືໜໍ.

 ພິກຂຸທັງຫລາຍ ! ໃນດິຖີ 14 ຄໍ່າຂອງເດືອນ ພວກໂອຣົດຂອງທ້າວຈາຕຸມມະຫາຣາດ ຍ່ອມທ່ຽວກວດເບິ່ງໂລກນີ້ວ່າ: ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມານດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍ ຫລືໜໍ.

 ພິກຂຸທັງຫລາຍ ! ໃນວັນອຸໂປສົດ 15 ຄໍ່ານັ້ນ ທ້າວຈາຕຸມມະຫາຣາດຍ່ອມທ່ຽວກວດເບິ່ງໂລກນີ້ດ້ວຍຕົນເອງວ່າ ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມານດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍ ຫລືໜໍ.

 ພິກຂຸທັງຫລາຍ ! ຖ້າໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມານດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີນ້ອຍ ທ້າວຈາຕຸມມະຫາຣາດຍ່ອມບອກເຖິງເຫດທີ່ກ່າວມານັ້ນແກ່ພວກເທວະດາຊັ້ນດາວະດຶງທີ່ມາປະຊຸມກັນຢູ່ທີ່ສຸທັມມະສະພາວ່າ ດູກ່ອນທ່ານຜູ້ນິຣະທຸກຂ໌ທັງຫລາຍ ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມານດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີນ້ອຍ.

 ພິກຂຸທັງຫລາຍ ! ເມື່ອເປັນເຊັ່ນນັ້ນ ພວກເທວະດາຊັ້ນດາວະດຶງກໍພາກັນເສຍໃຈວ່າ ດູກ່ອນທ່ານຜູ້ຈະເຣີນທັງຫລາຍ ກາຍທິບຈັກເສື່ອມຫາຍ ອະສຸຣະກາຍຈັກເຕັມບໍຣິບູນ ດັ່ງນີ້.

 ພິກຂຸທັງຫລາຍ ! ຖ້າໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມານດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍ ທ້າວຈາຕຸມມະຫາຣາດຍ່ອມບອກເຖິງເຫດທີ່ກ່າວມານັ້ນແກ່ພວກເທວະດາຊັ້ນດາວະດຶງທີ່ມາປະຊຸມກັນຢູ່ທີ່ສຸທັມມະສະພາວ່າ ດູກ່ອນທ່ານຜູ້ນິຣະທຸກຂ໌ທັງຫລາຍ ໃນໝູ່ມະນຸດ ມະນຸດທີ່ເກື້ອກູນແກ່ມານດາ ເກື້ອກູນແກ່ບິດາ ເກື້ອກູນແກ່ສະມະນະ ເກື້ອກູນແກ່ພຣາມ ອ່ອນນ້ອມຕໍ່ຜູ້ຫລັກຜູ້ໃຫຍ່ໃນຕະກຸນ ອະທິຖານອຸໂປສົດ ປະຕິບັດກະທໍາບຸນມີຢູ່ຫລາຍແລ.

 ເມື່ອເປັນເຊັ່ນນັ້ນ ພວກເທວະດາຊັ້ນດາວະດຶງກໍພາກັນດີໃຈວ່າ ດູກ່ອນທ່ານຜູ້ຈະເຣີນທັງຫລາຍ ກາຍທິບຈັກເຕັມບໍຣິບູນ ອະສຸຣະກາຍຈັກເສື່ອມສູນ.

..............................................................

ສູຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໓໕/໔໗໖

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ