ເທວະທູດທີ 4 ຜູ້ເຮັດຜິດເເລ້ວຖືກລົງໂທດ

 ພິກຂຸທັງຫຼາຍ ! ພະຍາຍົມຄັນປອບໂຍນ ເອົາອົກເອົາໃຈ ສອບຖາມເຖິງເທວະທູດທີ 3 ກັບສັດຕະນັ້ນແລ້ວ ຈຶ່ງປອບໂຍນ ເອົາອົກເອົາໃຈ ສອບຖາມເຖິງເທວະທູດທີ່ 4 ກັບສັດຕະນັ້ນວ່າ “ທ່ານຜູ້ຈະເລີນ ! ທ່ານບໍ່ໄດ້ເຫັນເທວະທູດທີ່ 4 ປາກົດໃນໝູ່ມະນຸດເລີຍບໍ ?”

  ສັດຕະນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ເຫັນເດີ້ຂ້ານ້ອຍ”

 ພະຍາຍົມຈຶ່ງກ່າວດັ່ງນີ້ວ່າ “ທ່ານຜູ້ຈະເລີນ ! ທ່ານບໍ່ໄດ້ເຫັນພຣະຣາຊາທັງຫຼາຍ ໃນໝູ່ມະນຸດຈັບໂຈນ ຜູ້ປະພຶດຜິດມາແລ້ວ ສັ່ງລົງໂທດຕ່າງຊະນິດແດ່ບໍ ? ຄື: ຕີດ້ວຍແສ້ແດ່ ຕີດ້ວຍຫວາຍແດ່ ຕີດ້ວຍຄ້ອນກະບອງເສັ້ນແດ່ ຕັດມືແດ່ ຕັດຕີນແດ່ ຕັດທັງມືທັງຕີນແດ່ ຕັດຫູແດ່…..

  ສັດຕະນັ້ນທູນຕອບດັ່ງນີ້ວ່າ “ເຫັນ ຂ້ານ້ອຍ”

 ພະຍາຍົມຖາມດັ່ງນີ້ວ່າ “ທ່ານຜູ້ຈະເລີນ ! ທ່ານນັ້ນເມື່ອຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມຄິດດັ່ງນີ້ແດ່ບໍ່ວ່າ ທ່ານຜູ້ຈະເລີນ ເປັນອັນວ່າສັດຕະເຮັດກັມອັນເປັນບາບໄວ້ນັ້ນ ຍ່ອມຖືກລົງໂທດຕ່າງຊະນິດເຫັນປານນີ້ໃນປະຈຸບັນ ຊິເມື່ອຍກ່າວຫຍັງເຖິງຊາດໜ້າ ຄວນທີ່ເຮົາຈະເຮັດຄວາມດີທາງກາຍ ທາງວາຈາ ທາງໃຈ”

  ສັດຕະນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ສາມາດ ຂ້ານອ້ຍ ! 

 ເພາະມົວປະໝາດເສຍແລ້ວຂ້ານ້ອຍ ! ”

 ພະຍາຍົມກ່າວດັ່ງນີ້ວ່າ “ທ່ານຜູ້ຈະເລີນ ! ທ່ານບໍ່ເຮັດຄວາມດີທາງກາຍ ທາງວາຈາ ແລະ ທາງໃຈໄວ້ ເພາະມົ່ວແຕ່ປະໝາດເສຍດັ່ງນັ້ນ ເຫຼົ່ານາຍນິຣະຢະບານຈະລົງໂທດໂດຍອາການທີ່ທ່ານປະມາດແລ້ວ ກໍບາບກັມນີ້ນັ່ນແລ ບໍ່ແມ່ນມານດາເຮັດໃຫ້ທ່ານ ບໍ່ແມ່ນບິດາເຮັດໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍເຮັດໃຫ້ທ່ານ ບໍ່ແມ່ນເອື້ອຍ ນ້ອງສາວເຮັດໃຫ້ທ່ານ ບໍ່ແມ່ນມິດອາມາດເຮັດໃຫ້ທ່ານ ບໍ່ແມ່ນຍາດສາຍໂລຫິດເຮັດໃຫ້ທ່ານ ບໍ່ແມ່ນສະມະນະ ພຣາມເຮັດໃຫ້ທ່ານ ໂຕທ່ານເອງເຮັດເອົາໄວ້ ທ່ານເທົ່ານັ້ນຈະເຫວີຍວິບາກຂອງບາບກັມນີ້”

.......................................................

ພຣະໄຕຣປິດົກ -ບາລີ ອຸຜຣິ. ມ. 14/334-346/504-525

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ