ມິດແທ້(ເພື່ອນທີ່ດີ) ມິດທຽມ(ເພື່ອນບໍ່ດີ)

ຄະຫະບໍດີບຸດ ! ຄົນ 4 ຈຳພວກເຫຼົ່ານີ້ຄື:

1. ຄົນນຳແຕ່ສິ່ງຂອງໆເພື່ອນໄປທ່າດຽວ (ຄົນຫວັງແຕ່ໄດ້ຢ່າງດຽວ) 

2. ຄົນດີແຕ່ເວົ້າ 

3. ຄົນປະຈົບສໍພໍ 

4. ຄົນຊັກຊວນໃນທາງຈິບຫາຍ 

 ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ.

 ຄະຫະບໍດີບຸດ ! ຄົນນຳແຕ່ສິ່ງຂອງໆເພື່ອນໄປທ່າດຽວ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະຄື:

1. ເປັນຄົນຄິດເອົາແຕ່ໄດ້ຝ່າຍດຽວ 

2. ຍອມເສຍນ້ອຍ ແຕ່ຫວັງຢາກໄດ້ຫຼາຍ 

3. ບໍ່ຮັບກະທຳກິດຂອງເພື່ອນໃນຄາວມີໄພ

4. ຄົບເພື່ອນເພາະເຫັນແກ່ປະໂຫຍດຂອງຕົນ 

 ຄະຫະບໍດີບຸດ ! ຄົນນຳແຕ່ສິ່ງຂອງໆເພື່ອນໄປທ່າດຽວ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະເຫຼົ່ານີ້ແລ.

 ຄະຫະບໍດີບຸດ ! ຄົນດີແຕ່ເວົ້າ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະຄື:

1. ເກັບເອົາຂອງທີ່ລ່ວງໄປແລ້ວມາປາໄສ 

2. ອ້າງເອົາຂອງທີ່ຍັງມາບໍ່ເຖິງມາປາໄສ ໑

3. ສົງເຄາະດ້ວຍສິ່ງທີ່ຫາປະໂຫຍດບໍ່ໄດ້ ໑

4. ເມື່ອມີກິຈທຸຣະກໍສະແດງຄວາມຂັດຂ້ອງ ໑

 ຄະຫະບໍດີບຸດ ! ຄົນດີແຕ່ເວົ້າ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະເຫຼົ່ານີ້ແລ.

 ຄະຫະບໍດີບຸດ ! ຄົນປະຈົບສໍພໍ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະຄື:

1. ຕາມໃຈເພື່ອນທີ່ທຳຄວາມຊົ່ວ (ຈະທຳຄວາມຊົ່ວກໍຄ້ອຍຕາມ),

2. ຕາມໃຈເພື່ອນທີ່ທຳຄວາມດີ (ຈະທຳດີກໍຄ້ອຍຕາມ),

3. ຕໍ່ໜ້າສັນລະເສີນ,

4. ລັບຫຼັງນິນທາ.

 ຄະຫະບໍດີບຸດ ! ຄົນປະຈົບສໍພໍ ທ່ານຈົ່ງຮູ້ເຖີດວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະເຫຼົ່ານີ້ແລ.

 ຄະຫະບໍດີບຸດ ! ຄົນຊັກຊວນໃນທາງຈິບຫາຍ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານຄື:

1. ຊັກຊວນໃຫ້ດື່ມນໍ້າເມົາຄື ສຸຣາ ແລະ ເມໄຣ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ.

2. ຊັກຊວນທ່ຽວຕາມສະຖານທີ່ຕ່າງໆໃນເວລາວິການ.

3. ຊັກຊວນໃຫ້ທ່ຽວເບິ່ງການຫຼິ້ນມະຫໍຣະສົບຕ່າງໆ

4. ຊັກຊວນໃຫ້ຫຼິ້ນການພະນັນ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ.

 ຄະຫະບໍດີບຸດ ! ຄົນທີ່ຊັກຊວນໃນທາງຈິບຫາຍ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະເຫຼົ່ານີ້ແລ.

 ບັນດິດຮູ້ແຈ້ງມິດ 4 ຈຳພວກເຫຼົ່ານີ້ຄື:

1. ມິດປອກລອກ 

2. ຄົນດີແຕ່ເວົ້າ 

2. ມີດປະຈົບສໍພໍ 

3. ມິດແນະນຳໃນທາງຈິບຫາຍ 

 ວ່າບໍ່ແມ່ນມິດດັ່ງນີ້ແລ້ວ ກໍເວັ້ນເສຍໃຫ້ຫ່າງໄກ ເໝືອນຄົນເດີນທາງເວັ້ນທາງທີ່ມີໄພ ເຊັ່ນນັ້ນ.


 ຄະຫະບໍດີບຸດ ! ມິດ 4 ຈຳພວກເຫຼົ່ານີ້ຄື:

1. ມິດທີມີອຸປະກາຣະ 

2. ມິດຮ່ວມສຸກຮ່ວມທຸກຂ໌ 

3. ມິດແນະນຳປະໂຫຍດ 

4. ມິດມີຄວາມຮັກໃຄ່ 

 ທ່ານຈົ່ງຮູ້ວ່າ ເປັນມິດແທ້.

 ຄະຫະບໍດີບຸດ ! ມິດທີ່ມີອຸປະກາຣະ ທ່ານຈົ່ງຮູ້ວ່າເປັນມິດແທ້ ໂດຍມີ 4 ສະຖານະຄື:

1. ຮັກສາເພື່ອນຜູ້ປະມາດແລ້ວ 

2. ຮັກສາຊັບສົມບັດຂອງເພື່ອນຜູ້ປະມາດແລ້ວ 

3. ເມື່ອມີໄພກໍເພິ່ງພາອາໄສໄດ້ 

4. ເມື່ອມີກິດທຸຣະທີ່ຈະຕ້ອງກະທຳກໍເພີ່ມຊັບໃຫ້ສອງເທົ່າ (ເມື່ອມີທຸຣະກໍຊ່ວຍຊັບເກີນທີ່ໄດ້ບອກໄວ້)

 ຄະຫະບໍດີບຸດ ! ມິດທີ່ອຸປະກາຣະ ທ່ານຈົ່ງຮູ້ວ່າ ເປັນມິດແທ້ ໂດຍມີ 4 ສະຖານະເຫຼົ່ານີ້ແລ.

 ຄະຫະບໍດີບຸດ ! ມິດຮ່ວມສຸກຮ່ວມທຸກຂ໌ ທ່ານຈົ່ງຮູ້ວ່າ ເປັນມິດແທ້ ໂດຍມີ 4 ສະຖານະຄື:

1. ບອກຄວາມລັບແກ່ເພື່ອນ 

2. ປິດຄວາມລັບຂອງເພື່ອນ 

3. ບໍ່ປະຖິ້ມໃນຄາວມີໄພ

4. ແມ່ນແຕ່ຊີວິດກໍສາມາດສະລະເພື່ອປະໂຫຍດຂອງເພື່ອນໄດ້ 

 ຄະຫະບໍດີບຸດ ! ມິດຮ່ວມສຸກຮ່ວມທຸກຂ໌ ທ່ານຈົ່ງຮູ້ວ່າ ເປັນມິດແທ້ ໂດຍສະຖານະ 4 ຄື:

1. ຫ້າມປາມຈາກຄວາມຊົ່ວ 

2. ແນະນຳໃຫ້ຕັ້ງຢູ່ໃນຄວາມດີ 

3. ໃຫ້ໄດ້ຟັງໃນສິ່ງທີ່ບໍ່ເຄີຍໄດ້ຟັງ 

4. ບອກທາງສະຫວັນໃຫ້ 

 ຄະຫະບໍດີບຸດ ! ມິດແນະນຳປະໂຫຍດ ທ່ານຈົ່ງຮູ້ວ່າ ເປັນມິດແທ້ ໂດຍມີ 4 ສະຖານະເຫຼົ່ານີ້ແລ.

 ຄະຫະບໍດີບຸດ ! ມິດທີ່ມີຄວາມຮັກໃຄ່ ທ່ານຈົ່ງຮູ້ວ່າເປັນມິດແທ້ ໂດຍສະຖານະ 4 ຄື:

1. ບໍ່ຍິນດີກັບຄວາມເສື່ອມຂອງເພື່ອນ 

2. ຍິນດີກັບຄວາມຈະເຣີນຂອງເພື່ອນ 

3. ຫ້າມຄົນທີ່ກ່າວຕິຕຽນເພື່ອນ 

4. ສັນລະເສີນຄົນທີ່ສັນລະເສີນເພື່ອນ 

 ຄະຫະບໍດີບຸດ ! ມິດທີ່ມີຄວາມຮັກໃຄ່ ທ່ານຈົ່ງຮູ້ວ່າເປັນມິດແທ້ ໂດຍສະຖານະ 4 ເຫຼົ່ານີ້ແລ.

 ບັນດິດຮູ້ແຈ້ງມິດ 4 ຈຳພວກເຫຼົ່ານີ້ຄື ມິດທີ່ມີອຸປະກາຣະ, ມິດຮ່ວມສຸກ ຮ່ວມທຸກຂ໌, ມິດແນະນຳປະໂຫຍດ, ມິດທີ່ມີຄວາມຮັກໃຄ່ ວ່າເປັນມິດແທ້ຢ່າງນີ້ແລ້ວ ກໍເຂົ້າໄປນັ່ງໃກ້ໂດຍເຄົາຣົບເໝືອນມານດາກັບບຸດ ເຊັ່ນນັ້ນ. ບັນດິດຜູ້ສົມບູນດ້ວຍສີນຍ່ອມຮຸ່ງເຮືອງສ່ອງສະຫວ່າງເໝືອນດັ່ງໄຟ ເມື່ອບຸກຄົນຮັກສາໂພຄະສົມບັດຢູ່ເໝືອນແມງເຜິ້ງຜະນວກຮັງ ໂພຄະສົມບັດ ຍ່ອມເຖິງເຊິ່ງການສັ່ງສົມ ເໝືອນຈອມປວກທີ່ຕົວປວກກໍ່ຂຶ້ນເຊັ່ນນັ້ນ. ຄະຣືຫັດໃນຕະກຸນຜູ້ສາມາດ ຄັນສັ່ງສົມໂພຄະສົມບັດໄດ້ຢ່າງນີ້ແລ້ວ 

 ຍ່ອມແບ່ງໂພຄິສົມບັດອອກເປັນ 4 ສ່ວນເຂົາຍ່ອມສະໝານມິດໄວ້ໄດ້ 

1. ຍ່ອມໃຊ້ສອຍໂພຄະສົມບັດດ້ວຍສ່ວນໜຶ່ງ,

2.3 ຍ່ອມປະກອບການງານສອງສ່ວນ ແລະ

4. ກໍເກັບຮັກສາສ່ວນທີສີ່ໄວ້ ໂດຍໝາຍວ່າ ຈັກເກັບໄວ້ໃນຍາມມີໄພອັນຕະລາຍ ດັ່ງນີ້.

........................................

ສຸຕຕັນຕະປິດົກ ທີຄະນິກາຍ ປາຕິກະວັກ ພາສາໄທ ສະບັບຫຼວງ ໑໑ /໑໔໓ /໑໘໖

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ