ເຮັດຢ່າງໜຶ່ງ ແຕ່ຢາກໄດ້ຢ່າງໜຶ່ງ

ວາເສດຖະ !​ ປຽບເໝືອນແມ່ນໍ້າອະຈີຣະວະດີນີ້ ມີນໍ້າເຕັມປ່ຽມ ກາຢືນດື່ມໄດ້​ ຄັ້ງນັ້ນ ມີບຸຣຸດຄົນໜຶ່ງມາເຖິງເຂົາ ເຂົາມີປະໂຫຍດທີ່ຝັ່ງນັ້ນ​ ສະແຫວງຫາຝັ່ງນັ້ນມີການຈະໄປສູ່ຝັ່ງນັ້ນ ປະສົງຈະຂ້າມໄປສູ່ຝັ່ງນັ້ນ "ແຕ່ເຂົານອນປົກຫົວຂອງຕົນຢູ່ທີ່ຮີມຝັ່ງນີ້."

 ວາເສດຖະ​!​ ທ່ານຄິດວ່າຢ່າງໃດ ບຸຣຸດນັ້ນຈະໄປຈາກຝັ່ງໃນສູ່ຝັ່ງນອກ ແຫ່ງແມ່ນໍ້າອະຈີຣະວະດີໄດ້ ຫລືບໍ່ໜໍ?

 "ບໍ່ໄດ້ເລີຍ​ ທ່ານພຣະໂຄດົມ"

 ວາເສດຖະ​!​ ຂໍ້ນີ້ກໍສັນນັ້ນເໝືອນກັນ ນິວອນ 5​ ຢ່າງເຫລົ່ານີ້ເອີ້ນກັນໃນອະຣິຍະວິໄນວ່າ 

  ເຄື່ອງປິດແດ່ ວ່າ​ 

  ເຄື່ອງ​ກັ້ນແດ່​ ວ່າ​ 

  ເຄື່ອງຄຸມແດ່ ວ່າ​ 

  ເຄື່ອງຮ້ອຍຮັດແດ່.​

 5​ ຢ່າງ​ ຢ່າງໃດ​ໜໍ​?​ 5 ຢ່າງຄື:

 1.ກາມມະສັນທະນິວອນ

 2.ພະຍາປາທະນິວອນ

 3.ຖີນະມິດທະນິວອນ

 4.ອຸດທັດຈະກຸກກຸດຈະນິວອນ

 5.ວິຈິກິດສານິວອນ

 ວາເສດຖະ ​!​ ນິວອນ​ 5​ ຢ່າງເຫລົ່ານີ້ແລ​ ເອີ້ນກັນໃນອະຣິຍະວິໄນວ່າ ເຄື່ອງປິດແດ່ ວ່າ​ ເຄື່ອງ​ກັ້ນແດ່​ ວ່າ​ ເຄື່ອງຄຸມແດ່ ວ່າ​ ເຄື່ອງຮ້ອຍຮັດແດ່.

 ວາເສດຖະ !​ ພຣາມໄຕຣເພດທັງຫລາຍຖືກນິວອນ 5 ຢ່າງເຫລົ່ານີ້ *ປິ​ດແລ້ວ​ *ກັ້ນແລ້ວ​ *ຄຸມແລ້ວ *ຮ້ອຍຮັດແລ້ວ.

 ວາເສດຖະ !​ ພຣາມໄຕຣເພດເຫລົ່ານັ້ນ *ລະທັມມະທີ່ທຳຄວາມເປັນພຣາມເສຍ *ສະມາທານທັມມະທີ່ບໍ່ທຳຄວາມເປັນພຣາມ​ ດຳຣົງຊີວິດໃຫ້ເປັນໄປຢູ່ ອັນນິວອນທັງ 5​ ຢ່າງ​ ປິດແລ້ວ​ ກັ້ນແລ້ວ​ ຄຸມແລ້ວ​ ຮ້ອຍຮັດແລ້ວ​ *ຈັກເປັນຜູ້ເຂົ້າເຖິງສະຫາຍແຫ່ງພຣົມ ພາຍຫລັງແຕ່ການຕາຍ ເພາະການທຳລາຍແຫ່ງກາຍ ດັ່ງນີ້ນັ້ນ.​ 

 "ນັ້ນບໍ່ແມ່ນຖານະທີ່ຈະມີໄດ້."

🌸🌸🌸🌺🌺🌺

ພຣະ​ໄຕ​ຣ​ປິ​ດົກ.ສີ.​ທີ.​໙/໓໐໖-໓໐໗/໓໗໘-໓໗໙.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ