ບຸກຄົນຂ້າຄວາມໂກດໄດ້ຍ່ອມນອນເປັນສຸກ ຂ້າຄວາມໂກດໄດ້ຍ່ອມບໍ່ເສົ້າໂສກ

ສະໄໝໜຶ່ງພຣະຜູ້ມີພຣະພາກເຈົ້າປະທັບຢູ່ໃນພຣະວິຫານເວລຸວັນ ອັນເປັນທີ່ພຣະຣາຊະທານເຫຍື່ອແກ່ກະແຕ ເຂດພຣະນະຄອນຣາຊະຄຶ ກໍໂດຍສະໄໝນັ້ນ ນາງພຣາມມະນີຊື່ ທະນັນຊານີແຫ່ງພຣາມ...ເປັນຜູ້ເຫລື້ອມໃສຢ່າງຍິ່ງໃນພຣະພຸດທະເຈົ້າ ໃນພຣະທັມ  ແລະ ພຣະສົງຄ໌.

 ຄັ້ງນັ້ນ ນາງທະນັນຊານີພຣາມມະນີກຳລັງນຳພັດຕາຫານເຂົ້າໄປໃຫ້ທ່ານພຣາມພາຣະທະວາຊະໂຄດ ກ້າວຂາພາດ ຈຶ່ງເປັ່ງອຸທານ 3 ຄັ້ງວ່າ ຂໍນອບນ້ອມແດ່ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະເຈົ້າ ພຣະອົງຄ໌ນັ້ນ ຯລຯ ເມື່ອນາງທະນັນຊານີພຣາມມະນີກ່າວຢ່າງນີ້ແລ້ວ ພຣາມພາຣະທະວາຊະໂຄດໄດ້ກ່າວກັບນາງທະນັນຊານີພຣາມມະນີວ່າ ເຈົ້າຍິງຊົ່ວນີ້ ບໍ່ວ່າໃນທີ່ໃດໆ ກໍກ່າວຄຸນຂອງສະມະນະໂລ້ນຢ່າງນີ້ໆ ເຈົ້າຍິງຊົ່ວ ບັດນີ້ເຮົາຈັກໄປໂຕ້ວາທະກັບພຣະສາສະດາຂອງເຈົ້ານັ້ນ.

 ນາງທະນັນຊານີພຣາມມະນີກ່າວວ່າ: ພຣາມ ຂ້ອຍຍັງບໍ່ເຫັນບຸກຄົນໃດທີ່ຈະຍົກຖ້ອຍຄຳຕໍ່ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະເຈົ້າພຣະອົງຄ໌ນັ້ນໃນໂລກ ພ້ອມທັງເທວະໂລກ ມານຣະໂລກ ພຣົມມະໂລກ ໃນໝູ່ສັດຕະພ້ອມທັງສະມະນະພຣາມ ເທວະດາ ແລະ ມະນຸດ; ຂ້າແຕ່ພຣາມ ເອົາເຖີດ ທ່ານຈະໄປກໍໄດ້ ເມື່ອໄປແລ້ວກໍຈະຮູ້ເອງ.

 ລຳດັບນັ້ນ ພຣາມພາຣະທະວາຊະໂຄດໂກດຂັດໃຈ ເຂົ້າໄປຫາພຣະຜູ້ມີພຣະພາກເຈົ້າເຖິງທີ່ປະທັບ...ເມື່ອພຣາມພາຣະທະວາຊະໂຄດນັ່ງໃນທີ່ຄວນສ່ວນຂ້າງໜຶ່ງແລ້ວ ໄດ້ກ່າວກັບພຣະຜູ້ມີພຣະພາກເຈົ້າດ້ວຍຄາຖາວ່າ:

 ບຸກຄົນຂ້າອັນໃດໄດ້ ຍ່ອມນອນເປັນສຸກ ຂ້າອັນໃດໄດ້ ຍ່ອມບໍ່ເສົ້າໂສກ ຂ້າແຕ່ພຣະໂຄດົມ ພຣະອົງຄ໌ຍ່ອມຊອບໃຈການຂ້າທັມອັນໃດວ່າເປັນທັມອັນເອກ?

 ພຣະຜູ້ມີພຣະພາກເຈົ້າກວ່າຕອບວ່າ

 ບຸກຄົນຂ້າຄວາມໂກດໄດ້ຍ່ອມນອນເປັນສຸກ ຂ້າຄວາມໂກດໄດ້ຍ່ອມບໍ່ເສົ້າໂສກ.

 ພຣາມ! ພຣະອະຣິຍະເຈົ້າທັງຫລາຍຍ່ອມສັນລະເສີນການຂ້າຄວາມໂກດອັນມີມູນເປັນພິດ ມີຍອດຫວານ ເພາະວ່າບຸກຄົນຂ້າຄວາມໂກດນັ້ນໄດ້ແລ້ວ ຍ່ອມບໍ່ເສົ້າໂສກ.

 ເມື່ອພຣະຜູ້ມີພຣະພາກເຈົ້າກວ່າຢ່າງນີ້ແລ້ວ ພຣາມພາຣະທະວາຊະໂຄດໄດ້ກຣາບທູນວ່າ ຂ້າແຕ່ພຣະໂຄດົມຜູູ້ຈະເຣີນ ພາສິດຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິດຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະໂຄດົມຜູ້ຈະເຣີນຊົງປະກາດທັມໂດຍອະເນກປະຣິຍາຍ ປຽບເໝືອນບຸກຄົນຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລື ສ່ອງປະທີບໄວ້ໃນທີ່ມືດ ດ້ວຍຕັ້ງໃຈວ່າ ຄົນມີດວງຕາຈັກເຫັນຮູບໄດ້ ສັນນັ້ນ; ຂ້ານ້ອຍຂໍເຖິງພຣະໂຄດົມຜູ້ຈະເຣີນ ກັບທັງພຣະທັມ ແລະ ພຣະພິກຂຸສົງຄ໌ວ່າເປັນສະຣະນະ ຂ້ານ້ອຍຂໍບັນພະຊາ ແລະ ອຸປະສົມບົດໃນສຳນັກຂອງພຣະໂຄດົມຜູ້ຈະເຣີນ.

 ພຣາມພາຣະທະວາຊະໂຄດໄດ້ບັນພະຊາ ໄດ້ອຸປະສົມບົດແລ້ວໃນສຳນັກຂອງພຣະຜູ້ມີພຣະພາກເຈົ້າ ເມື່ອທ່ານພາຣະທະວາຊະອຸປະສົມບົດແລ້ວບໍ່ນານ ຫລີກໄປຢູ່ຜູ້ດຽວບໍ່ປະໝາດ ມີຄວາມພຽນ ມີຕົນສົ່ງໄປຢູ່ ບໍ່ນານເທົ່າໃດກໍກະທຳໃຫ້ແຈ້ງເຊິ່ງຄຸນວິເສດອັນຍອດຢ້ຽມ ເປັນທີ່ສຸດແຫ່ງພຣົມມະຈັນ ເຊິ່ງກຸລະບຸດທັງຫລາຍຜູ້ອອກຈາກເຮືອນບວດເປັນບັນພະຊິດໂດຍຊອບ ມີຄວາມຕ້ອງການ ດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນເຂົ້າເຖິງຢູ່ ໄດ້ຮູ້ຊັດວ່າ ຊາດສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ ກິດທີ່ຄວນທຳໄດ້ທຳສຳເລັດແລ້ວ ກິດອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ ທ່ານພຣະພາຣະທະວາຊະໄດ້ເປັນພຣະອະຣະຫັນຕ໌ອົງຄ໌ໜຶ່ງໃນບັນດາພຣະອະຣະຫັນຕ໌ທັງຫລາຍ.

.............................................................

ສຸຕຕັນຕະປິດົກ ສັງຍຸຕຕະນິກາຍ ສະຄາຖະວັກ ໑໕/໑໙໔-໑໙໕/໖໒໖-໖໓໐

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ