ບໍ່ຄວນດ່າຕອບ

 ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເວລຸວັນ ອັນເປັນທີ່ພຣະຣາຊະທານເຫຍື່ອແກ່ກະແຕ ເຂດພຣະນະຄອນຣາຊະຄຶ.

ອັກໂກສະກະພາຣະທະວາຊະພຣາມໄດ້ຍິນມາວ່າ ພຣາມພາຣະທະວາຊະໂຄດອອກຈາກເຮືອນບວດເປັນບັນພະຊິດ ໃນສຳນັກຂອງພຣະສະມະນະໂຄດົມແລ້ວດັ່ງນີ້ ກໍໂກດ ຂັດໃຈ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຄັນແລ້ວ ກໍດ່າວ່າ ບໍຣິພາດພຣະຜູ້ມີພຣະພາກດ້ວຍວາຈາອັນຫຍາບຄາຍ ອັນບໍ່ແມ່ນວາຈາຂອງສັດຕະບຸຣຸດ ເມື່ອອັກໂກສະກະພາຣະທະວາຊະພຣາມກ່າວຢ່າງນີ້ແລ້ວ ພຣະຜູ້ມີພຣະພາກໄດ້ກວ່າກັບອັກໂກສະກະພາຣະທະວາຊະພຣາມວ່າ:

ດູຣາພຣາມ ! ທ່ານຈະສຳຄັນຄວາມຂໍ້ນັ້ນວ່າແນວໃດ ມິດ ອະມາດ ຍາດສາຍໂລຫິດຜູ້ເປັນແຂກຂອງທ່ານມາຫາທ່ານ ຫລື ບໍ່?

 ຂ້າແຕ່ພຣະໂຄດົມ ! ມິດ ອະມາດ ຍາດ ຫລື ສາຍໂລຫິດຜູ້ເປັນແຂກຂອງຂ້ານ້ອນຍ່ອມມາເປັນບາງຄັ້ງຄາວ.

 ດູຣາພຣາມ ! ທ່ານຈະສໍາຄັນຄວາມຂໍ້ນັ້ນວ່າແນວໃດ ທ່ານຈັດຂອງຄ້ຽວຂອງບໍຣິໂພກ ຫລື ເຄື່ອງດື່ມຕ້ອນຮັບ ມິດ ແລະ ອະມາດ ຍາດ ຫລື ສາຍໂລຫິດຜູ້ເປັນແຂກເຫລົ່ານັ້ນ ຫລື ບໍ່?

 ຂ້າແຕ່ພຣະໂຄດົມ ! ຂ້ານ້ອຍຈັດຂອງຄ້ຽວຂອງບໍຣິໂພກ 

ຫລື ເຄື່ອງດື່ມຕ້ອນຮັບມິດ ແລະ ອະມາດ ຍາດ ຫລື ສາຍໂລຫິດຜູ້ເປັນແຂກເຫລົ່ານັ້ນໃນບາງຄັ້ງຄາວ.

 ດູຣາພຣາມ ! ຖ້າວ່າມິດ ແລະ ອະມາດ ຍາດ ຫລື ສາຍໂລຫິດຜູ້ເປັນແຂກເຫລົ່ານັ້ນບໍ່ຮັບ ຂອງຄ້ຽວຂອງບໍຣິໂພກ ຫລື ຂອງດື່ມນັ້ນຈະເປັນຂອງໃຜ?

 ຂ້າແຕ່ພຣະໂຄດົມ ! ຖ້າວ່າມິດ ແລະ ອະມາດ ຍາດ ຫລືສາຍໂລຫິດຜູ້ເປັນແຂກເຫລົ່ານັ້ນບໍ່ຮັບ ຂອງຄ້ຽວຂອງບໍຣິໂພກ ຫລື ຂອງດື່ມນັ້ນ ກໍເປັນຂອງຂ້ານ້ອຍເໝືອນເດີມ.

 ດູຣາພຣາມ ! ຂໍ້ນີ້ເປັນຢ່າງດຽວກັນ ທ່ານດ່າເຮົາຜູ້ບໍ່ດ່າຕອບ ທ່ານໂກດເຮົາຜູ້ບໍ່ໂກດຕອບ ທ່ານໝາຍໝັ້ນເຮົາຜູ້ບໍ່ໝາຍໝັ້ນຢູ່ ເຮົາບໍ່ຮັບເລື່ອງມີການດ່າເປັນຕົ້ນຂອງທ່ານນັ້ນ.

 ດູຣາພຣາມ ! ເລື່ອງມີການດ່າເປັນຕົ້ນນັ້ນເປັນຂອງທ່ານຜູ້ດຽວ.

 ດູຣາພຣາມ! ຜູ້ໃດດ່າຕອບບຸກຄົນຜູ້ດ່າຢູ່ ໂກດຕອບບຸກຄົນຜູ້ໂກດຢູ່ ໝາຍໝັ້ນຕອບບຸກຄົນຜູ້ໝາຍໝັ້ນຢູ່ ດູຣາພຣາມ ຜູ້ນີ້ເຮົາກ່າວວ່າ ຍ່ອມບໍຣິໂພກດ້ວຍກັນ ຍ່ອມກະທຳຕອບກັນ ເຮົານັ້ນບໍ່ບໍຣິໂພກຮ່ວມ ບໍ່ກະທໍາຕອບກັບທ່ານເປັນອັນຂາດ.

 ດູຣາພຣາມ ! ເລື່ອງມີການດ່າເປັນຕົ້ນນັ້ນເປັນຂອງທ່ານຜູ້ດຽວ; 

ດູຣາພຣາມ ! ເລື່ອງມີການດ່າເປັນຕົ້ນນັ້ນເປັນຂອງທ່ານຜູ້ດຽວ.

 ພຣາມໄດ້ກ່າວວ່າ: ບໍຣິສັດພ້ອມດ້ວຍພຣະຣາຊາ ຍ່ອມຊາບພຣະໂຄດົມຜູ້ຈະເຣີນຢ່າງນີ້ວ່າ ພຣະສະມະນະໂຄດົມເປັນພຣະອະຣະຫັນ ກໍເມື່ອເປັນເຊັ່ນນັ້ນ ເປັນຫຍັງພຣະໂຄດົມຈິ່ງຍັງໂກດຢູ່?

 ພຣະຜູ້ມີພຣະພາກກວ່າວ່າ: ຜູ້ບໍ່ມີຄວາມໂກດ ຝຶກຝົນຕົນແລ້ວ ມີຄວາມເປັນຢູ່ສະໝ່ຳສະເໝີ ຫລຸດພົ້ນແລ້ວເພາະຮູ້ໂດຍຊອບ ມີຄວາມສະຫງົບ ຄົງທີ່ຢູ່ ຄວາມໂກດຈັກມີມາແຕ່ໃສ ຜູ້ໃດໂກດຕອບບຸກຄົນທີ່ໂກດແລ້ວ ຜູ້ນັ້ນເປັນຜູ້ຊົ່ວກວ່າບຸກຄົນຜູ້ໂກດແລ້ວ ເພາະການໂກດຕອບນັ້ນ; ບຸກຄົນຜູ້ບໍ່ໂກດຕອບບຸກຄົນຜູ້ໂກດແລ້ວ ຊື່ວ່າ ຊະນະສົງຄາມອັນບຸກຄົນຊະນະໄດ້ຍາກ. ຜູ້ໃດຮູ້ວ່າຜູ້ອື່ນໂກດແລ້ວ ເປັນຜູ້ມີສະຕິສະຫງົບຢູ່ ຜູ້ນັ້ນຊື່ວ່າ ຍ່ອມປະພຶດປະໂຫຍດແກ່ທັງສອງຝ່າຍຄື ແກ່ຕົນ ແລະແກ່ບຸກຄົນອື່ນ ເມື່ອຜູ້ນັ້ນຮັກສາປະໂຫຍດທັງສອງຝ່າຍ ຄືແກ່ຕົນ ແລະ ແກ່ບຸກຄົນອື່ນ ຊົນທັງຫລາຍຜູ້ບໍ່ສະຫລາດໃນທັມຍ່ອມສຳຄັນບຸກຄົນນັ້ນວ່າ ເປັນຄົນໂງ່ເຂົາ ດັ່ງນີ້.

 ເມື່ອພຣະຜູ້ມີພຣະພາກເຈົ້າກວ່າຢ່າງນີ້ແລ້ວ ອັກໂກສະກະພາຣະທະວາຊະພຣາມໄດ້ກຣາບທູນວ່າ ຂ້າແຕ່ພຣະໂຄດົມຜູູ້ຈະເຣີນ ພາສິດຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິດຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະໂຄດົມຜູ້ຈະເຣີນຊົງປະກາດທັມໂດຍອະເນກປະຣິຍາຍ ປຽບເໝືອນບຸກຄົນຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລື ສ່ອງປະທີບໂຄມໄຟໄວ້ໃນທີ່ມືດ ໂດຍຄິດວ່າ ຄົນມີດວງຕາຈັກເຫັນຮູບໄດ້ ສັນນັ້ນ; ຂ້ານ້ອຍຂໍເຖິງພຣະໂຄດົມຜູ້ຈະເຣີນ ກັບທັງພຣະທັມ ແລະ ພຣະພິກຂຸສົງຄ໌ວ່າເປັນສະຣະນະ ຂ້ານ້ອຍຂໍບັນພະຊາ ແລະ ອຸປະສົມບົດໃນສຳນັກຂອງພຣະໂຄດົມຜູ້ຈະເຣີນ.

 ອັກໂກສະກະພາຣະທະວາຊະພຣາມໄດ້ບັນພະຊາ ໄດ້ອຸປະສົມບົດແລ້ວໃນສຳນັກຂອງພຣະຜູ້ມີພຣະພາກເຈົ້າ ເມື່ອທ່ານອັກໂກສະກະພາຣະທະວາຊະພຣາມອຸປະສົມບົດແລ້ວບໍ່ນານ ຫລີກໄປຢູ່ຜູ້ດຽວບໍ່ປະໝາດ ມີຄວາມພຽນ ມີຕົນສົ່ງໄປຢູ່ ບໍ່ດົນເທົ່າໃດກໍກະທຳໃຫ້ແຈ້ງເຊິ່ງຄຸນວິເສດອັນຍອດຢ້ຽມ ເປັນທີ່ສຸດແຫ່ງພຣົມມະຈັນ ເຊິ່ງກຸລະບຸດທັງຫລາຍຜູ້ອອກຈາກເຮືອນບວດເປັນບັນພະຊິດໂດຍຊອບ ມີຄວາມຕ້ອງການ ດ້ວຍປັນຍາເປັນເຄື່ອງຮູ້ຍິ່ງເອງໃນປັດຈຸບັນເຂົ້າເຖິງຢູ່ ໄດ້ຮູ້ວ່າ ຊາດສິ້ນແລ້ວ ພຣົມມະຈັນຢູ່ຈົບແລ້ວ ກິດທີ່ຄວນທຳໄດ້ທຳສຳເລັດແລ້ວ ກິດອື່ນເພື່ອຄວາມເປັນຢ່າງນີ້ບໍ່ໄດ້ມີອີກ ທ່ານອັກໂກສະກະພາຣະທະວາຊະພຣາມໄດ້ເປັນພຣະອະຣະຫັນອົງຄ໌ໜຶ່ງໃນບັນດາພຣະອະຣະຫັນທັງຫລາຍ.

.....................................................................

ສູຕຕັນຕະປິດົກ ສັງຍຸຕຕະນິກາຍ ສະຄາຖະວັກ ໑໕/໑໙໕-໑໙໗/໖໓໑-໖໓໔

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ