ອາຊີວົກ

ອາຊີວົກຊື່ອຸປະກະໄດ້ພົບພຣະຜູ້ມີພຣະພາກສະເດັດເດີນທາງໄກ ລະຫວ່າງແມ່ນ້ຳຄະຍາ ແລະຕົ້ນໄມ້ໂພ ຄັ້ນແລ້ວໄດ້ທູນຖາມຄຳນີ້ແດ່ພຣະຜູ້ມີພຣະພາກວ່າ ດູກ່ອນອາວຸໂສ ອິນຊີຂອງທ່ານຜ່ອງໃສຫຼາຍ ຜີວພັນຂອງທ່ານບໍລິສຸດຜຸດຜ່ອງ ດູກ່ອນອາວຸໂສ ທ່ານບວດອຸທິດໃຜ? ໃຜເປັນອາຈານຂອງທ່ານ? ຫຼື ທ່ານມັກທັມມະຂອງໃຜ?. 

 ອຸປະກະຊີວົກຂາບທູນຖາມຢ່າງນີ້ແລ້ວ. ພຣະຜູ້ມີພຣະພາກ ໄດ້ກວ່າພຣະຄາຖາຕອບອຸປະກະຊີວົກວ່າດັ່ງນີ້:

 ເຮົາເປັນຜູ້ຄອບງຳທັມທັງປວງ ຮູ້ທັມທັງປວງ ອັນຕັນຫາແລະ ທິດຖິບໍ່ອາໃສແລ້ວ ໃນທັມທັງປວງ ລະທັມເປັນໄປເພື່ອພູມສາມ(ກາມມະພົບ, ຮູບປະພົບ, ອະຮູບປະພົບ) ໄດ້ໝົດ ພົ້ນແລ້ວເພາະຄວາມສິ້ນ ໄປແຫ່ງຕັນຫາ ເຮົາຕຣັດສະຮູ້ຍິ່ງເອງແລ້ວ ຈະຫາອ້າງໃຜແດ່ ອາຈານຂອງເຮົາບໍ່ມີ ຄົນເຊັ່ນເຮົາກໍບໍ່ມີ ບຸກຄົນສະເໝີເໜືອນເຮົາກໍບໍ່

ມີໃນໂລກກັບທັງເທວະໂລກ ເພາະເຮົາເປັນພຣະອະຣະຫັນຕະໃນໂລກ ເຮົາເປັນສາສະດາ ຫາສາສະດາອື່ນຍິ່ງກວ່າບໍ່ມີ ເຮົາຜູ້ດຽວເປັນສັມມະມາ ສັມພຸດທະ ເຮົາເປັນຜູ້ເຢັນໃຈ ດັບກິເລດໄດ້ແລ້ວ ເຮົາຈະໄປເມືອງໃນ ແຄວ້ນກາສີ ເພື່ອປະກາດທັມມະຈັກໃຫ້ເປັນໄປ ເຮົາຈະຕີກອງປະກາດ ອັມມະຕະທັມໃນໂລກອັນມືດ ເພື່ອໃຫ້ສັດຕະໄດ້ມີດວງຕາເຫັນທັມ.

 ອຸປະກະຊີວົກທູນຖາມວ່າ: ດູກ່ອນອາວຸໂສ ທ່ານປະຕິຍານໂດຍປະການໃດ ທ່ານເປັນຜູ້ຊະນະທີ່ສຸດບໍ່ໄດ້ ໂດຍປະການນັ້ນ.

 ພຣະພູມີພຣະພາກກວ່າວ່າ ບຸກຄົນເຫຼົ່າໃດເຖິງຄວາມສິ້ນອາສະວະແລ້ວ ບຸກຄົນເຫຼົ່ານັ້ນເປັນຜູ້ຊະນະເຊັ່ນເຮົາ 

 ດູກ່ອນອຸປະກະ ເຮົາຊະນະທັມອັນລາມົກແລ້ວ ເພາະສະນັ້ນເຮົາຊື່ວ່າເປັນຜູ້ຊະນະ.

 ເມື່ອພຣະຜູ້ມີຣະພາກກວ່າຢ່າງນີ້ແລ້ວ ອຸປະກະຊີວົກວົກທູນຖາມວ່າ: ເປັນໃຫ້ພໍເຖີດ ພໍ່ ດັ່ງນີ້ ແລ້ວສັ່ນຫົວ ຖືເອົາທາງຜິດແລ້ວຫຼີກໄປ.

.......................................................................

ສະບັບຫຼວງເຫຼັ້ມ໔ ໜ້າທີ໑໒ ຂໍ້ທີ໑໑.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ