ໂອກາດໃນການເກີດເປັນມະນຸດນັ້ນແສນຍາກ

ພິກຂຸທັງຫຼາຍ!

ຖ້າສົມມຸດວ່າມະຫາປັດຖະພີອັນໃຫຍ່ຫຼວງນີ້

ມີນ້ຳຖ້ວມເຖິງເປັນອັນດຽວກັນທັງໝົດ

ມີບຸຣຸສຄົນໜຶ່ງຖິ້ມແອກ(ໄມ້ໃຜ່)ເຊິ່ງມີຮູເຈາະພຽງຮູດຽວ

ລົງໄປໃນນ້ຳນັ້ນ

~ ລົມຕາເວັນອອກພັດໃຫ້ລອຍໄປທາງທິດຕາເວັນຕົກ

~ ລົມຕາເວັນຕົກພັກໃຫ້ລອຍໄປທາງທິດຕາເວັນອອກ

~ ລົມທິດເໜືອພັດໃຫ້ລອຍໄປທາງທິດໃຕ້

~ ລົມທິດໃຕ້ພັດໃຫ້ລອຍໄປທາງທິດເໜືອ ຢູ່ດັງນີ້

ໃນນ້ຳນັ້ນ ມີເຕົ່າຕົວຫນຶ່ງ ຕາບອດ ລ່ວງໄປຮ້ອຍໆປີ

ມັນຈະຜຸດຂຶ້ນມາຄັ້ງຫນຶ່ງ.


ພິກຂຸທັງຫຼາຍ!

ພວກເຈົ້າທັງຫຼາຍຈະສຳຄັນຄວາມຂໍ້ນີ້ແນວໃດ

ຈະເປັນໄປໄດ້ບໍ ທີ່ເຕົ່າຕາບອດຮ້ອຍປີ

ຈຶ່ງຈະຜຸດຂຶ້ນມາຄັ້ງຫນຶ່ງ

ຈະຍື່ນຄໍເຂົ້ສໄປໃນຮູເຊິງມີພຽງຮູດຽວໃນແອກ(ໄມ້ໃຜ່)ນັ້ນ


"ຂໍ້ນີ້ຍາກທີ່ຈະເປັນໄປໄດ້ ພະເຈົ້າຂ້າ!

ທີ່ເຕົ່າຕາບອດນັ້ນ

ຮ້ອຍປີຈະຜຸດຂຶ້ນພຽງເທື່ອດຽວ

ຈະຍື່ນຄໍເຂົ້າໄປໃນຮູເຊິງມີພຽງຮູດຽວໃນແອກ(ໄມ້ໃຜ່)ນັ້ນ


ພິກຂຸທັງຫລາຍ! ຍາກທີ່ຈະເປັນໄປໄດ້

ເຊັ່ນດຽວກັນທີ່ໃຜໆຈະເພິງໄດ້ຄວາມເປັນມະນຸດ

ຍາກທີ່ຈະເປັນໄປໄດ້ເຊັ່ນດຽວກັນ

ທີ່ຕະຖາຄົດອະຣະຫັນສັມມາສຳພຸດທະ

ຈະບັງເກີດຂຶ້ນໃນໂລກ ຍາກທີຈະເປັນໄປໄດ້ ເຊັ່ນດຽວກັນ

ທີ່ທັມວິໃນຕະຖາຄົດປະກາດແລ້ວຈະຮຸ່ງເຮືອງໃນໂລກ



ບາລີ ສັງຍຸດຕະນິກາຍ ໑໙/໕໖໘/໑໗.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ