Posts

ມິດທີ່ດີ

Image
ຄະຫະບໍດີບຸດ ! ກຸລະບຸດຄວນປະຕິບັດຕໍ່ມິດຜູ້ເປັນທິດເບື້ອງຊ້າຍໂດຍສະຖານະ 5 ຄື: 1.ດ້ວຍການໃຫ້ ການແບ່ງປັນ  2.ດ້ວຍການເຈຣະຈາດ້ວຍຖ້ອຍຄຳທີ່ໜ້າຮັກ  3.ດ້ວຍການປະພຶດປະໂຫຍດ  4.ດ້ວຍການເປັນຜູ້ມີຕົນສະເໝີ  5.ດ້ວຍການບໍ່ແກ້ງກ່າວໃຫ້ຄາດເຄື້ອນຈາກຄວາມຈິງ  ຄະຫະບໍດີບຸດ ! ມິດສະຫາຍຜູ້ເປັນທິດເບື້ອງຊ້າຍອັນກຸລະບຸດປະຕິບັດໂດຍສະຖານະ 5 ເຫລົ່ານີ້ແລ້ວ ຍ່ອມອະນຸເຄາະກຸລະບຸດໂດຍສະຖານະ 5 ເຫລົ່ານີ້ຄື: 1.ຮັກສາມິດຜູ້ປະໝາດແລ້ວ  2.ຮັກສາຊັບຂອງມິດຜູ້ປະໝາດແລ້ວ  3.ເມື່ອມິດມີໄພກໍເປັນທີ່ເພິ່ງພາອາໄສໄດ້  4.ບໍ່ປະຖິ້ມໃນຍາມວິບັດ  5.ນັບຖືຕະຫລອດເຖິງວົງຕະກຸນຂອງມິດ ຄະຫະບໍດີບຸດ ! ມິດສະຫາຍຜູ້ເປັນທິດເບື້ອງຊ້າຍອັນກຸລະບຸດປະຕິບັດໂດຍສະຖານະ 5 ເຫລົ່ານີ້ແລ້ວ ຍ່ອມອະນຸເຄາະກຸລະບຸດໂດຍສະຖານະ 5 ເຫລົ່ານີ້ ທິດເບື້ອງຊ້າຍນັ້ນ ຊື່ວ່າກຸລະບຸດໄດ້ປົກປ້ອງແລ້ວ ເປັນທິດອັນກະເສມ ບໍ່ມີໄພເກີດຂຶ້ນ. ສຸຕຕັນຕະປິດົກ ທີຄະນິກາຍ ປາຕິກະວັຄ ໑໑/໑໔໕-໑໔໖/໒໐໒

ເຫດປັດໃຈແຫ່ງການກະທຳບາບກຳ ແຫ່ງຄວາມເປັນໄປແຫ່ງບາບກຳ

Image
 ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ກູຕາຄາຣະສາລາ ປ່າມະຫາວັນ ໃກ້ນະຄອນເວສາລີ ຄັ້ງນັ້ນແລ ກະສັດລິດສະວີພຣະນາມວ່າ ມະຫາລິ ໄດ້ສະເດັດເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຖະຫວາຍບັງຄົມພຣະຜູ້ມີພຣະພາກແລ້ວ ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູນຖາມພຣະຜູ້ມີພຣະພາກວ່າ:  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອັນໃດໜໍ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ?  ພຣະຜູ້ມີພຣະພາກກວ່າວ່າ: 1. ມະຫາລິ! ໂລພະ(ຄວາມໂລບ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ. 2. ມະຫາລິ! ໂທສະ(ຄວາມໂກດ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ. 3. ມະຫາລິ! ໂມຫະ(ຄວາມຫຼົງ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ. 4. ມະຫາລິ! ອະໂຍນິໂສມະນະສິການ(ບໍ່ກະທຳໄວ້ໃນໃຈໂດຍເເຍບຄາຍເປັນຢ່າງດີ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ. 5. ມະຫາລິ! ຈິດອັນບຸກຄົນຕັ້ງໄວ້ຜິດແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ.   ມະຫາລິ! ກິເລດມີໂລພະເປັນຕົ້ນນີ້ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ.  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອັນໃດໜໍ ເປັ

ທີ່ຮ້ອງວ່າໂລກ

Image
ຄັ້ງນັ້ນແລ ພິກຂຸອົງຄ໌ໜຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ໆລໆ ຄັນແລ້ວໄດ້ທູນຖາມພຣະຜູ້ມີພຣະພາກວ່າ:  ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ທີ່ກວ່າວ່າ ໂລກ ໂລກ ດັ່ງນີ້; ດ້ວຍເຫດພຽງເທົ່າໃດໜໍຈິ່ງກວ່າວ່າ ໂລກ ພຣະອົງຄ໌ຜູ້ຈະເຣີນ?  ດູກ່ອນພິກຂຸ! ທີ່ກ່ວາວ່າ ໂລກ ເພາະແຕກສະຫລາຍ   ອັນໃດແຕກສະຫລາຍ?  ດູກ່ອນພິກຂຸ!    ຈັກຂຸ ແລແຕກສະຫລາຍ    ຣູບ ແຕກສະຫລາຍ    ຈັກຂຸວິນຍານ ແຕກສະຫລາຍ    ຈັກຂຸສັມຜັດ ແຕກສະຫລາຍ    ສຸກຂະເວທະນາ    ທຸກຂະເວທະນາ ຫລື   ອະທຸກຂະມະສຸກຂະເວທະນາ ທີ່ເກີດຂຶ້ນເພາະຈັກຂຸສັມຜັດເປັນປັດໃຈ ແຕກສະຫລາຍ.  ໂສຕະ ແຕກສະຫລາຍ   ສຽງ ແຕກສະຫລາຍ   ໂສຕະວິນຍານ ແຕກສະຫລາຍ   ໂສຕະສັມຜັດ ແຕກສະຫລາຍ   ສຸກຂະເວທະນາ   ທຸກຂະເວທະນາ ຫລື  ອະທຸກຂະມະສຸກຂະເວທະນາ ທີ່ເກີດຂຶ້ນເພາະໂສຕະສັມຜັດເປັນປັດໃຈ ແຕກສະຫລາຍ.   ຄານະ ແຕກສະຫລາຍ    ກິ່ນ ແຕກສະຫລາຍ    ຄານະວິນຍານ ແຕກສະຫລາຍ   ຄານະສັມຜັດ ແຕກສະຫລາຍ   ສຸກຂະເວທະນາ    ທຸກຂະເວທະນາ ຫລື   ອະທຸກຂະມະສຸກຂະເວທະນາ ທີ່ເກີດຂຶ້ນເພາະຄານະສັມຜັດເປັນປັດໃຈ ແຕກສະຫລາຍ.   ຊິວຫາ ແຕກສະຫລາຍ   ຣົດ ແຕກສະຫລາຍ   ຊິວຫາວິນຍານ ແຕກສະຫລາຍ   ຊິວຫາສັມຜັດ ແຕກສະຫລາຍ   ສຸກຂະເວທະນາ    ທຸກຂະເວທະນາ ຫລື   ອະທຸກຂະມະສຸກຂະເວທະນາ ທີ່ເກີດຂຶ້ນເພາະຊິວຫາສ

ຜົນແຫ່ງການຈະເລີນອະນິຈະສັນຍາ

Image
 ພິກຂຸທັງຫລາຍ! ອະນິຈະສັນຍາ ອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມຄອບງຳກາມຣາຄະທັງປວງໄດ້ ຍ່ອມຄອບງຳຣູບປະຣາຄະທັງປວງໄດ້ ຍ່ອມຄອບງຳພະວະຣາຄະທັງປວງໄດ້ ຍ່ອມຄອບງຳອະວິຊາທັງປວງໄດ້ ຍ່ອມຖອນຂຶ້ນໄດ້ເຊິ່ງອັດສະມິມານະທັງປວງ.  ພິກຂຸທັງຫລາຍ! ໃນສະຣະທະສະໄມ ເມື່ອຊາວນາໄຖນາດ້ວຍຄັນໄຖໃຫຍ່ ຍ່ອມໄຖທຳລາຍຄວາມສືບຕໍ່ແຫ່ງຮາກທຸກຊະນິດ ສັນໃດ; ອະນິຈະສັນຍາອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມຄອບງຳກາມຣາຄະທັງປວງໄດ້ ຍ່ອມຄອບງຳຣູບປະຣາຄະທັງປວງໄດ້ ຍ່ອມຄອບງຳພະວະຣາຄະທັງປວງໄດ້ ຍ່ອມຄອບງຳອະວິຊາທັງປວງໄດ້ ຍ່ອມຖອນຂຶ້ນໄດ້ເຊິ່ງອັດສະມິມານະທັງປວງ ສັນນັ້ນເໝືອນກັນ.  ອານົນທ໌! ອະນິຈະສັນຍາເປັນຢ່າງໃດໜໍ?  ອານົນທ໌! ພິກຂຸໃນກໍຣະນີນີ້ ໄປສູ່ປ່າ ສູ່ເຫຼົ້າໄມ້ ຫຼື ສູ່ເຮືອນວ່າງກໍດີ ຍ່ອມພິຈາຣະນາເຫັນຢູ່ຢ່າງນີ້ວ່າ    ຮູບບໍ່ທ່ຽງ    ເວທະນາບໍ່ທ່ຽງ    ສັນຍາບໍ່ທ່ຽງ    ສັງຂານບໍ່ທ່ຽງ    ວິນຍານບໍ່ທ່ຽງ ດັ່ງນີ້,    ເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງໃນອຸປາທານຂັນທັງຫ້າເຫຼົ່ານີ້ຢູ່ ດ້ວຍອາການຢ່າງນີ້   ອານົນທ໌! ນີ້ເອີ້ນວ່າ: ອະນິຈະສັນຍາ. ........................................................................ ສັງຍຸຕຕະນິກາຍ ຂັນທະວາຣະວັຄ ໑໗/໒໔໕-໒໔໖/໒໖໓ ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສ

ວິທີກວດສອບວ່າ ເປັນຄໍາສອນຂອງພຣະພຸດທະເຈົ້າ

Image
ວິທີກວດສອບວ່າ ເປັນຄໍາສອນຂອງພຣະຜູ້ມີພຣະພາກຫຼືບໍ່ ?   ພິກຂຸທັງຫຼາຍ ! ຖ້າພິກຂຸໃນທັມວິໄນນີ້ ຈະຍ່ອມກ່າວຢ່າງນີ້ວ່າ ຂ້າພະເຈົ້າ ຟັງມາແລ້ວ ໄດ້ຮັບມາແລ້ວສະເພາະພຣະພັກ ພຣະຜູ້ມີ ພຣະພາກເຈົ້າ ວ່ານິ້ເປັນທັມ ນີ້ເປັນວິໄນນີ້ ເປັນຄໍາສອນ ຂອງ ພຣະສາສະດາ ດັ່ງນີ້;  ພວກເຈົ້າຢ່າຟ້າວຮັບຮອງ, ຢ່າຟ້າວຂັດຄ້ານ. ຈົ່ງກໍານົດເນື້ອຄວາມນັ້ນໃຫ້ດີ ແລ້ວນໍາໄປສອບສວນໃນສູດ ນໍາໄປທຽບຄຽງໃນວິໄນ.  ຖ້າບໍ່ເຂົ້າກັນ ທຽບຄຽງກັນບໍ່ໄດ້ ຈົ່ງແນ່ໃຈວ່ານັ້ນບໍ່ແມ່ນຄໍາສອນຂອງພຣະຜູ້ມີພຣະພາກແນ່ນອນ.  ພິກຂຸຕົນນັ້ນຈື່ຈໍາມາຜິດ, ພວກເຈົ້າຈົ່ງປະຖິ້ມຄໍາເຫຼົ່ານັ້ນເສຍ.  ຖ້າເຂົ້າກັນໄດ້ ຖ້າທຽບຄຽງກັນໄດ້ ຈົ່ງແນ່ໃຈວ່ານັ້ນເປັນຄໍາສອນຂອງພຣະຜູ້ມີພຣະພາກແທ້ແນ່ນອນ.  ພິກຂຸອົງຄ໌ນັ້ນຈື່ຈໍາມາຢ່າງດີແລ້ວ ພວກເຈົ້າຈົ່ງຮັບເອົາໄວ້...  ກວ່າທີ່ອານັນທະເຈດີ, ໂພຄະນະຄອນ : ມະຫາປະຣິນິບພານສຕູ  - ບາລີ ມຫາ. ທີ. ໑໐/໑໔໔/໑໑໒.  ການມີທັມ  ຂອງຕະຖາຄົຕຢູ່ໃນໂລກ  ຄືຄວາມສຸກຂອງໂລກ

ນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບໍ່ເປັນຕົວຕົນຂອງເຮົາ

Image
ພິກຂຸທັງຫລາຍ! ຮູບເປັນອະນັດຕາ(ບໍ່ເເມ່ນຕົວຕົນ) ຖ້າຮູບເປັນອັດຕາ(ຕົວຕົນ)ແລ້ວ ຮູບນີ້ກໍຄົງບໍ່ເປັນໄປເພື່ອອາພາດ(ເສີມເເຕກສະຫລາຍ) ແລະ ບຸກຄົນຍ່ອມໄດ້ຕາມປາຖະໜາໃນຮູບວ່າ ຮູບຂອງເຮົາຈົ່ງເປັນຢ່າງນີ້ເຖີດ ຮູບຂອງເຮົາຢ່າໄດ້ເປັນຢ່າງນັ້ນເລີຍ.  ພິກຂຸທັງຫລາຍ! ກໍເພາະຮູບເປັນອະນັດຕາ ສະນັ້ນຮູບຈຶ່ງເປັນໄປເພື່ອອາພາດ ແລະ ບຸກຄົນຍ່ອມບໍ່ໄດ້ຕາມປາຖະໜາໃນຮູບວ່າ ຮູບຂອງເຮົາຈົ່ງເປັນຢ່າງນີ້ເຖີດ ຮູບຂອງເຮົາຢ່າໄດ້ເປັນຢ່າງນັ້ນເລີຍ.  ພິກຂຸທັງຫລາຍ! ພວກທ່ານຈະສຳຄັນຄວາມຂໍ້ນີ້ວ່າແນວໃດ?  ຮູບທ່ຽງ ຫລື ບໍ່ທ່ຽງ?   ບໍ່ທ່ຽງ ຂ້ານ້ອຍ!  ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫລື ເປັນສຸຂ?  ເປັນທຸກຂ໌ ຂ້ານ້ອຍ!  ກໍສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມປ່ຽນແປງເປັນທຳມະດາ ຄວນຫລືໜໍທີ່ຈະໄປຕາມເຫັນສິ່ງນັ້ນວ່າ ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນຕົວຕົນຂອງເຮົາ?  ຂໍ້ນັ້ນບໍ່ຄວນເລີຍ ຂ້ານ້ອຍ!  ພິກຂຸທັງຫລາຍ! ເພາະເຫດນັ້ນແລ ຮູບຢ່າງໃດຢ່າງໜຶ່ງທີ່ເປັນອະດີດ ອະນາຄົດ ແລະ ປັດຈຸບັນ ທັງພາຍໃນ ຫລື ພາຍນອກ ຫຍາບ ຫລື ລະອຽດ ຕ່ຳຊາມ ຫລື ປານີດ ໃນທີ່ໄກ ຫລື ທີ່ໃກ້ ທັງໝົດນັ້ນກໍເປັນພຽງແຕ່ວ່າຮູບ ທ່ານທັງຫລາຍຈົ່ງເຫັນຮູບນັ້ນດ້ວຍປັນຍາອັນຖືກຕ້ອງຕາມຄວາມເປັນຈິງຢ່າງນີ້ວ່າ ນັ້ນບໍ່ແມ່ນຂອງເຮົາ ນັ້ນບໍ່ເປັນເຮົາ ນັ້ນບໍ່ແມ

ການຟັງທຳກ່ອນທຳກາລະ (ອະນຸສາສະນີປະຕິຫານ)

Image
ເຣື່ອງຄວາມອາພາດຂອງ ພຣະຜັກຄຸນະ ແລະ ອານິສົງສ໌ 6 ປະການ ຂອງການຟັງທັມຕາມການອັນຄວນ ໃນສະໄໝນັ້ນ ທ່ານພຣະຜັກຄຸນະອາພາດມີທຸກຂ໌ເປັນໄຂ້ໜັກ ຄັ້ງນັ້ນທ່ານພຣະອານົນທ໌ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຖະຫວາຍອະພິວາດແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ຂາບທູນພຣະຜູ້ມີພຣະພາກວ່າດັ່ງນີ້:   “ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ທ່ານພຣະຜັກຄຸນະອາພາດມີທຸກຂ໌ເປັນໄຂ້ໜັກ;   ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຂໍປະທານວາຣະໂອກາດ ຂໍພຣະຜູ້ມີພຣະພາກໂປດອາໄສຄວາມອະນຸເຄາະ ສະເດັດເຂົ້າໄປຫາທ່ານພຣະຜັກຄຸນະເຖີດ” ພຣະຜູ້ມີພຣະພາກຊົງຮັບໂດຍພຣະອາການດຸສະນີ.   ຄັ້ງນັ້ນເປັນເວລາຄ່ຳ ພຣະຜູ້ມີພຣະພາກສະເດັດອອກຈາກທີ່ຫລີກເຣັ້ນ ເຂົ້າໄປຫາທ່ານພຣະຜັກຄຸນະເຖິງທີ່ຢູ່ ທ່ານພຣະຜັກຄຸນະໄດ້ເຫັນພຣະຜູ້ມີພຣະພາກກຳລັງສະເດັດມາແຕ່ໄກ ຈິ່ງລຸກຂຶ້ນຈາກຕຽງ.   ລຳດັບນັ້ນ, ພຣະຜູ້ມີພຣະພາກໄດ້ກວ່າກັບທ່ານພຣະຜັກຄຸນະວ່າ:  “ຢ່າເລີຍຜັກຄຸນະ ! ເຈົ້າຢ່າໄດ້ລຸກຈາກຕຽງເລີຍ ອາສະນະທີ່ຜູ້ອື່ນປູໄວ້ຍັງມີຢູ່ ເຮົາຈັກນັ່ງເທິງອາສະນະນັ້ນ.”   ພຣະຜູ້ມີພຣະພາກໄດ້ປະທັບນັ່ງເທິງອາສະນະທີ່ປູໄວ້ ໄດ້ກວ່າຖາມທ່ານພຣະຜັກຄຸນະວ່າດັ່ງນີ້:   ຜັກຄຸນະ ເຈົ້າຍັງພໍອົດທົນໄດ້ບໍ່ ພໍຍັງອັດຕະພາບໃຫ້ເປັນໄປໄດ້ບໍ່ ທຸກຂະເວທະນາບັນເທົາລົງ ບໍ່ກຳເລີບຂຶ້ນ ຫຼືບໍ່ ອາການ