ມິດທີ່ດີ

ຄະຫະບໍດີບຸດ ! ກຸລະບຸດຄວນປະຕິບັດຕໍ່ມິດຜູ້ເປັນທິດເບື້ອງຊ້າຍໂດຍສະຖານະ 5 ຄື:

1.ດ້ວຍການໃຫ້ ການແບ່ງປັນ 
2.ດ້ວຍການເຈຣະຈາດ້ວຍຖ້ອຍຄຳທີ່ໜ້າຮັກ 
3.ດ້ວຍການປະພຶດປະໂຫຍດ 
4.ດ້ວຍການເປັນຜູ້ມີຕົນສະເໝີ 
5.ດ້ວຍການບໍ່ແກ້ງກ່າວໃຫ້ຄາດເຄື້ອນຈາກຄວາມຈິງ 

ຄະຫະບໍດີບຸດ ! ມິດສະຫາຍຜູ້ເປັນທິດເບື້ອງຊ້າຍອັນກຸລະບຸດປະຕິບັດໂດຍສະຖານະ 5 ເຫລົ່ານີ້ແລ້ວ ຍ່ອມອະນຸເຄາະກຸລະບຸດໂດຍສະຖານະ 5 ເຫລົ່ານີ້ຄື:

1.ຮັກສາມິດຜູ້ປະໝາດແລ້ວ 
2.ຮັກສາຊັບຂອງມິດຜູ້ປະໝາດແລ້ວ 
3.ເມື່ອມິດມີໄພກໍເປັນທີ່ເພິ່ງພາອາໄສໄດ້ 
4.ບໍ່ປະຖິ້ມໃນຍາມວິບັດ 
5.ນັບຖືຕະຫລອດເຖິງວົງຕະກຸນຂອງມິດ

ຄະຫະບໍດີບຸດ ! ມິດສະຫາຍຜູ້ເປັນທິດເບື້ອງຊ້າຍອັນກຸລະບຸດປະຕິບັດໂດຍສະຖານະ 5 ເຫລົ່ານີ້ແລ້ວ ຍ່ອມອະນຸເຄາະກຸລະບຸດໂດຍສະຖານະ 5 ເຫລົ່ານີ້ ທິດເບື້ອງຊ້າຍນັ້ນ ຊື່ວ່າກຸລະບຸດໄດ້ປົກປ້ອງແລ້ວ ເປັນທິດອັນກະເສມ ບໍ່ມີໄພເກີດຂຶ້ນ.


ສຸຕຕັນຕະປິດົກ ທີຄະນິກາຍ ປາຕິກະວັຄ ໑໑/໑໔໕-໑໔໖/໒໐໒

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ