ເຫດປັດໃຈແຫ່ງການກະທຳບາບກຳ ແຫ່ງຄວາມເປັນໄປແຫ່ງບາບກຳ
ສະໄໝໜຶ່ງ ພຣະຜູ້ມີພຣະພາກປະທັບຢູ່ທີ່ກູຕາຄາຣະສາລາ ປ່າມະຫາວັນ ໃກ້ນະຄອນເວສາລີ ຄັ້ງນັ້ນແລ ກະສັດລິດສະວີພຣະນາມວ່າ ມະຫາລິ ໄດ້ສະເດັດເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຖະຫວາຍບັງຄົມພຣະຜູ້ມີພຣະພາກແລ້ວ ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູນຖາມພຣະຜູ້ມີພຣະພາກວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອັນໃດໜໍ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ? ພຣະຜູ້ມີພຣະພາກກວ່າວ່າ: 1. ມະຫາລິ! ໂລພະ(ຄວາມໂລບ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ. 2. ມະຫາລິ! ໂທສະ(ຄວາມໂກດ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ. 3. ມະຫາລິ! ໂມຫະ(ຄວາມຫຼົງ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ. 4. ມະຫາລິ! ອະໂຍນິໂສມະນະສິການ(ບໍ່ກະທຳໄວ້ໃນໃຈໂດຍເເຍບຄາຍເປັນຢ່າງດີ)ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ. 5. ມະຫາລິ! ຈິດອັນບຸກຄົນຕັ້ງໄວ້ຜິດແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ. ມະຫາລິ! ກິເລດມີໂລພະເປັນຕົ້ນນີ້ແລ ເປັນເຫດ ເປັນປັດໃຈແຫ່ງການກະທຳບາບກັມ ແຫ່ງຄວາມເປັນໄປແຫ່ງບາບກັມ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ອັນໃດໜໍ ເປັ