Posts

ອະນັດຕາ

Image
ຄຳວ່າອະນັດຕາເປັນແນວໃດ ມີໄດ້ດ້ວຍເຫດພຽງເທົ່າໃດ?  ພິກຂຸທັງຫລາຍ!    ຮູບບໍ່ທ່ຽງ  ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັດຕາ ສິ່ງໃດເປັນອະນັດຕາ ສິ່ງນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບໍ່ແມ່ນຕົວຕົນຂອງເຮົາ ພວກເຈົ້າທັງຫລາຍຄວນເຫັນດ້ວຍປັນຍາຕາມຄວາມເປັນຈິງຢ່າງນີ້.   (ຣູປັງ ພິກຂະເວ ອະນິຈຈັງ ຍະທະນິຈຈັງ ຕັງ ທຸກຂັງ ຍັງ ທຸກຂັງ ຕະທະນັຕຕາ ຍະທະນັຕຕາ ຕັງ ເນຕັງ ມະມະ ເນໂສຫະມັສມິ ນະ ເມໂສ ອັຕຕາຕິ ເອວະເມຕັງ ຍະຖາພູຕັງ ສັມມັປປັນຍາຍະ ທັຕຖັພພັງ ໆ)  ເວທະນາບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັດຕາ ສິ່ງໃດເປັນອະນັດຕາ ສິ່ງນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບໍ່ແມ່ນຕົວຕົນຂອງເຮົາ ພວກເຈົ້າທັງຫລາຍຄວນເຫັນດ້ວຍປັນຍາຕາມຄວາມເປັນຈິງຢ່າງນີ້.  ສັນຍາບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັດຕາ ສິ່ງໃດເປັນອະນັດຕາ ສິ່ງນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບໍ່ແມ່ນຕົວຕົນຂອງເຮົາ ພວກເຈົ້າທັງຫລາຍຄວນເຫັນດ້ວຍປັນຍາຕາມຄວາມເປັນຈິງຢ່າງນີ້.  ສັງຂານບໍ່ທ່ຽງ ສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັດຕາ ສິ່ງໃດເປັນອະນັດຕາ ສິ່ງນັ້ນບໍ່ແມ່ນຂອງເຮົາ ບໍ່ເປັນເຮົາ ບ

ຄວາມໂລບ (ໂລພະ)

Image
ສະໄໝໜຶ່ງພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ຄັ້ງນັ້ນແລ ພຣະເຈົ້າປະເສນທິໂກສົນສະເດັດເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຄັນແລ້ວ ຈຶ່ງຊົງກຣາບອະພິວາດພຣະຜູ້ມີພຣະພາກ ແລ້ວປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະເຈົ້າປະເສນທິໂກສົນປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງແລ້ວ ໄດ້ທູນຖາມພຣະຜູ້ມີພຣະພາກວ່າ:  ຂ້າແຕ່ພຣະອົງຜູ້ຈະເຣີນ! ມີທັມຈັກຢ່າງໜໍ ເມື່ອບັງເກີດຂຶ້ນໃນພາຍໃນບຸຣຸດ ຍ່ອມບັງເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ ເພື່ອຄວາມທຸກຂ໌ ເພື່ອຄວາມຢູ່ບໍ່ຜາສຸກ. ມະຫາຣາຊ! ທັມ 3 ຢ່າງແລ ເມື່ອບັງເກີດຂຶ້ນໃນພາຍໃນບຸຣຸດ ຍ່ອມບັງເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ (ອະຫິຕາຍະ) ເພື່ອຄວາມທຸກຂ໌ (ທຸກຂາຍະ) ເພື່ອຄວາມຢູ່ບໍ່ຜາສຸກ (ອະຜາສຸວິຫາຣາຍະ). ທັມ 3 ຢ່າງເປັນແນວໃດ? ທັມ 3 ຢ່າງຄື: ມະຫາຣາຊ! ໂລພະ ເມື່ອບັງເກີດຂຶ້ນໃນພາຍໃນບຸຣຸສ ຍ່ອມບັງເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ ເພື່ອຄວາມທຸກຂ໌ ເພື່ອຄວາມຢູ່ບໍ່ຜາສຸກ. ມະຫາຣາຊ! ໂທສະ  ເມື່ອບັງເກີດຂຶ້ນໃນພາຍໃນບຸຣຸສ ຍ່ອມບັງເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ ເພື່ອຄວາມທຸກຂ໌ ເພື່ອຄວາມຢູ່ບໍ່ຜາສຸກ. ມະຫາຣາຊ! ໂມຫະ ເມື່ອບັງເກີດຂຶ້ນໃນພາຍໃນບຸຣຸສ ຍ່ອມບັງເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ ເພື່ອຄວາມທຸກຂ໌ ເພື່ອຄວາມຢ

ໂທດໃນປ່າຊ້າ 5 ປະການ

Image
ພິກຂຸທັງຫລາຍ! ໂທດໃນປ່າຊ້າ 5 ປະການນີ້; 5 ປະການເປັນຢ່າງໃດ? ຄື:   ເປັນບ່ອນທີ່ບໍ່ສະອາດ ໑   ມີກິ່ນເໝັນ ໑   ມີໄພສະເພາະໜ້າ ໑   ເປັນທີ່ຢູ່ຂອງພວກອະມະນຸດຮ້າຍ ໑   ເປັນທີ່ຣຳພັນທຸກຂອງຊົນທັງຫລາຍ ໑ ພິກຂຸທັງຫລາຍ ໂທດໃນປ່າຊ້າ 5 ປະການນີ້ແລ. ພິກຂຸທັງຫລາຍ! ໂທດໃນບຸກຄົນຜູ້ປຽບດ້ວຍປ່າຊ້າ 5 ປະການນີ້ ສັນນັ້ນເໝືອນກັນ; 5 ປະການເປັນຢ່າງໃດ?  ພິກຂຸທັງຫລາຍ ບຸກຄົນບາງຄົນໃນກໍຣະນີນີ້   ຍ່ອມປະກອບດ້ວຍກາຍກັມທີ່ບໍ່ສະອາດ,    ປະກອບດ້ວຍວະຈີກັມທີ່ບໍ່ສະອາດ,    ປະກອບດ້ວຍມະໂນກັມທີ່ບໍ່ສະອາດ  ເຮົາກ່າວຂໍ້ນີ້ເພາະເຂົາເປັນຜູ້ບໍ່ສະອາດ ປ່າຊ້ານັ້ນເປັນບ່ອນທີ່ບໍ່ສະອາດ ສັນໃດ;  ເຮົາກ່າວບຸກຄົນນີ້ປຽບສັນນັ້ນ.  ກິດຕິສັບອັນຊົ່ວຂອງເຂົາ  ຜູ້ປະກອບດ້ວຍກາຍກັມທີ່ບໍ່ສະອາດ,   ປະກອບດ້ວຍວະຈີກັມທີ່ບໍ່ສະອາດ,   ປະກອບດ້ວຍມະໂນກັມທີ່ບໍ່ສະອາດຍ່ອມຟຸ້ງໄປ   ເຮົາກ່າວຂໍ້ນີ້ເພາະເຂົາເປັນຜູ້ມີກິ່ນເໝັນ ປ່າຊ້າມີກິ່ນເໝັນ ສັນໃດ; ເຮົາກ່າວບຸກຄົນນີ້ປຽບສັນນັ້ນ.  ເພື່ອນພຣົມມະຈັນຜູ້ມີສີນເປັນທີ່ຮັກຍ່ອມເວັ້ນໄກຈາກບຸກຄົນນັ້ນ   ຜູ້ປະກອບດ້ວຍກາຍກັມທີ່ບໍ່ສະອາດ,    ປະກອບດ້ວຍວະຈີກັມທີ່ບໍ່ສະອາດ,   ປະກອບດ້ວຍມະໂນກັມທີ່ບໍ່ສະອາດ  ເຮົາກ່າວຂໍ້ນີ້ເພາະເຂົາມີພັຍສະເພາະໜ້າ ປ່າຊ້າມີໄພສະເພາະໜ້າ ສັນໃດ;   ເຮົາກ

ເດຣະສານວິຊາ

Image
ມະຫາຣາຊ ! ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນໂພສະນາທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດໂດຍມິດສາຊີບດ້ວຍເດຣັດສານວິຊາເຫັນປານນີ້ຄື :    ທຳນາຍອະໄວຍະວະ    ທຳນາຍຕຳຫນິ    ທຳນາຍລາງດີລາງຮ້າຍ    ທຳນາຍຝັນ    ທຳນາຍລັກສະນະ    ທຳນາຍໜູກັດຜ້າ    ທຳນາຍບູຊາໄຟ   ເຮັດພິທີເບີກແວ່ນວຽນທຽນ    ເຮັດພິທີຊັດແກຣບບູຊາໄຟ    ເຮັດພິທີຊັດລຳບູຊາໄຟ    ເຮັດພິທີເຕີມເນີຍບູຊາໄຟ    ເຮັດພິທີເຕີມນໍ້າມັນບູຊາໄຟ    ເຮັດພິທີເສກເປົ່າບູຊາໄຟ   ເຮັດພຣີກຳດ້ວຍໂລຫິດ   ເປັນໝໍດູ ອະໄວຍະວະ    ດູລັກສະນະທີ່ບ້ານ   ດູລັກສະນະທີ່ນາ   ເປັນໝໍປຸກເສກ    ເປັນໝໍຜີ    ເປັນໝໍເລກລົງຍັນຄຸ້ມກັນບ້ານເຮືອນ    ເປັນໝໍງູ    ເປັນໝໍຢາພິດ    ເປັນໝໍມອງງອດ   ເປັນໝໍຮັກສາແຜໜູກັດ   ເປັນໝໍທາຍສຽງນົກ   ເປັນໝໍທາຍສຽງກາ   ເປັນໝໍທາຍອາຍຸ    ເປັນໝໍເສກກັນລູກສອນ   ເປັນໝໍທາຍສຽງສັດ.   ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນໂພສະນາທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດໂດຍມິດສາຊີບດ້ວຍເດຣັດສານວິຊາເຫັນປານນີ້ ຄື:    ທາຍລັກສະນະແກ້ວມະນີ    ທາຍລັກສະນະຜ້າ   ທາຍລັກສະນະໄມ້ພອງ   ທາຍລັກສະນະສັດຕຣາ    ທາຍລັກສະນະດາບ   ທາຍລັກສະນະສອນ    ທາຍລັກສະນະທະນູ    ທາຍລັກສະນະອາວຸດ

ຄວນທຳຄວນພຽນ

Image
ຄວນທຳຄວາມພຽນເສຍໃນວັນນີ້ແຫລະ ໃຜຈະຮູ້ຄວາມຕາຍທີ່ຈະມາໃນວັນໜ້າ ບຸກຄົນບໍ່ຄວນຄຳນຶງເຖິງສິ່່ງທີ່ລ່ວງໄປແລ້ວ  ບໍ່ຄວນມຸ່ງຫວັງເຖິງສິ່ງທີ່ຍັງມາບໍ່ເຖິງ ສິ່ງທີ່ເປັນອະດີດກໍຈາກໄປແລ້ວ  ສິ່ງທີ່ເປັນອະນາຄົດກໍຍັງບໍ່ມາເຖິງ ກໍບຸກຄົນໃດເຫັນແຈ້ງທັມໃນປັດຈຸບັນ  ບໍ່ງອນແງນຄອນແຄນໃນທັມນັ້ນໆ ບຸກຄົນນັ້ນຄວນຈະເຣີນທັມນັ້ນໃຫ້ແຈ່ມແຈ້ງ ຄວນທຳຄວາມພຽນເສຍໃນວັນນີ້ແຫລະ ໃຜຈະຮູ້ຄວາມຕາຍທີ່ຈະມາໃນວັນໜ້າ ເພາະການຜັດຜ່ອນກັບມັດຈຸຣາດຜູ້ມີເສນາໃຫຍ່ນັ້ນ ຍ່ອມບໍ່ມີແກ່ເຮົາທັງຫລາຍ ມຸນີຜູ້ສະຫງົບຍ່ອມກວ່າບຸກຄົນຜູ້ມີປົກກະຕິຢູ່ດ້ວຍຄວາມພຽນ ບໍ່ກຽດຄ້ານທັງກາງເວັນ ແລະ ກາງຄືນນັ້ນແລວ່າ ຜູ້ມີຣາຕຣີໜຶ່ງຈະເຣີນ. ............................................................. ມັຊຊິມະນິກາຍ ອຸປະຣິປັນນາສກ໌ 14/265/527

ການຕາມຮູ້ເຊິ່ງຄວາມຈິງ

Image
"ຂ້າແຕ່ພຣະໂຄດົມຜູ້ຈະເລີນ ! ການຕາມຮູ້ເຊິ່ງຄວາມຈິງ (ສຈຸຈານຸໂພໂທ) ມີໄດ້ ດ້ວຍການກະທຳພຽງເທົ່າໃດ? ບຸກຄົນຊື່ວ່າຕາມຮູ້ຊຶ່ງຄວາມຈິງດ້ວຍການກະທຳພຽງເທົ່າໃດ?   ຂ້າພະເຈົ້າຂໍຖາມພຣະໂຄດົມຜູ້ຈະເລີນ ເຖິງການຕາມຮູ້ຊຶ່ງຄວາມຈິງ"  ພາຣະທະວາຊະ ! ໄດ້ຍິນວ່າ ພິກຂຸໃນທຳວິໄນນີ້ ໄດ້ ເຂົ້າໄປອາໃສຢູ່ໃນບ້ານ ຫລື ໃນນິຄົມແຫ່ງໃດແຫ່ງໜຶ່ງ. ຄະຫະບໍດີ ຫລື ຄະຫະບໍດີບຸດ ໄດ້ເຂົ້າໄປໃກ້ພິກຂຸນັ້ນແລ້ວ ໄຄ່ຄວນເບິ່ງຢູ່  ໃນໃຈກ່ຽວກັບ ທັມ 3 ປະການ ຄື:    ທັມເປັນທີ່ຕັ້ງແຫ່ງ ໂລພະ(ຄວາມໂລບ)    ທັມເປັນທີ່ຕັ້ງແຫ່ງ ໂທສະ(ຄວາມໂກດ)    ທັມເປັນທີ່ຕັ້ງແຫ່ງ ໂມຫະ(ຄວາມຫຼົງ)  ເມື່ອເຂົາໄຄ່ຄວນເບິ່ງຢູ່ ເຊິ່ງພິກຂຸນັ້ນ ຍ່ອມເລັງເຫັນວ່າ ເປັນຜູ້ບໍລິສຸດຈາກທັມ ອັນເປັນທີ່ຕັ້ງ ແຫ່ງໂລພະ ຕ່ໍຈາກນັ້ນເຂົາຈະພິຈາລະນາ ໄຄ່ຄວນພິກຂຸນັ້ນ ໃຫ້ ຍິ່ງຂຶ້ນໄປໃນທັມທັງຫລາຍ ອັນເປັນທີ່ຕັ້ງແຫ່ງ ໂທສະ... ໃນທັມທັງຫລາຍອັນເປັນທີ່ຕັ້ງແຫ່ງໂມຫະ... ເມື່ອເຂົາໄຄ່ຄວນເບິ່ງຢູ່ເຊິ່ງພິກຂຸນັ້ນຍ່ອມເລັງເຫັນວ່າ ເປັນຜູ້ບໍລິສຸດຈາກທັມ ອັນເປັນທີ່ຕັ້ງແຫ່ງໂທສະ... ທັມອັນເປັນທີ່ຕັ້ງແຫ່ງໂມຫະ  ລຳດັບນັ້ນ ເຂົາ (1) ປູກຝັງ ສັດທາ ລົງໄປໃນພິກຂຸນັ້ນ ຄັນມີ ສັດທາເກີດແລ້ວ (2) ຍ່ອມເຂົ້າໄປຫາ ຄັນເຂົ້າໄປຫາແລ້ວ (3) ຍ່ອມເຂົ້າໄປນັ່ງໃກ້

ລັກສະນະຂອງບຸກຄົນຜູ້ມີສັດທາເຫລື້ອມໃສ

Image
ພິກຂຸທັງຫລາຍ ! ຈົ່ງຮູ້ບຸກຄົນທີ່ມີສັດທາເຫລື້ອໃສໂດຍຖານະ 3 ປະການ;    3 ປະການເປັນແນວໃດ? ຄື:  1) ເປັນຜູ້ໄຝ່ທີ່ຈະເຫັນທ່ານຜູ້ມີສີນ,  2) ເປັນຜູ້ໄຝ່ທີ່ຈະຟັງທັມ,  3) ມີໃຈປາສະຈາກຄວາມຂີ້ຖີ່ອັນເປັນມົນທິນ ມີຈາຄະອັນສະລະແລ້ວ ມີຝາມືອັນຊຸ່ມ    ຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນທານ ແລະ ການແຈກຈ່າຍທານ    ຢູ່ຄອງເຮືອນ.   ພິກຂຸທັງຫລາຍ ! ຈົ່ງຮູ້ບຸກຄົນທີ່ມີສັດທາເຫລື້ອໃສໂດຍຖານະ 3 ປະການນີ້ແລ.      ບຸກຄົນຜູ້ໄຝ່ທີ່ຈະເຫັນທ່ານຜູ້ມີສີນ,       ປາຖະໜາທີ່ຈະຟັງພຣະສັດທັມ,       ກຳຈັດຄວາມຂີ້ຖີ່ອັນເປັນມົນທິນນັ້ນແລເອີ້ນວ່າ [ຜູ້ມີສັດທາ]. ........................................................................................................................  ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໑໔໒/໔໘໐-໔໘໑