ຄວາມໂລບ (ໂລພະ)

ສະໄໝໜຶ່ງພຣະຜູ້ມີພຣະພາກປະທັບຢູ່ທີ່ພຣະວິຫານເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ຄັ້ງນັ້ນແລ ພຣະເຈົ້າປະເສນທິໂກສົນສະເດັດເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຄັນແລ້ວ ຈຶ່ງຊົງກຣາບອະພິວາດພຣະຜູ້ມີພຣະພາກ ແລ້ວປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະເຈົ້າປະເສນທິໂກສົນປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງແລ້ວ ໄດ້ທູນຖາມພຣະຜູ້ມີພຣະພາກວ່າ:

 ຂ້າແຕ່ພຣະອົງຜູ້ຈະເຣີນ! ມີທັມຈັກຢ່າງໜໍ ເມື່ອບັງເກີດຂຶ້ນໃນພາຍໃນບຸຣຸດ ຍ່ອມບັງເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ ເພື່ອຄວາມທຸກຂ໌ ເພື່ອຄວາມຢູ່ບໍ່ຜາສຸກ.

ມະຫາຣາຊ! ທັມ 3 ຢ່າງແລ ເມື່ອບັງເກີດຂຶ້ນໃນພາຍໃນບຸຣຸດ ຍ່ອມບັງເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ (ອະຫິຕາຍະ) ເພື່ອຄວາມທຸກຂ໌ (ທຸກຂາຍະ) ເພື່ອຄວາມຢູ່ບໍ່ຜາສຸກ (ອະຜາສຸວິຫາຣາຍະ).

ທັມ 3 ຢ່າງເປັນແນວໃດ? ທັມ 3 ຢ່າງຄື:

ມະຫາຣາຊ! ໂລພະ ເມື່ອບັງເກີດຂຶ້ນໃນພາຍໃນບຸຣຸສ ຍ່ອມບັງເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ ເພື່ອຄວາມທຸກຂ໌ ເພື່ອຄວາມຢູ່ບໍ່ຜາສຸກ.

ມະຫາຣາຊ! ໂທສະ ເມື່ອບັງເກີດຂຶ້ນໃນພາຍໃນບຸຣຸສ ຍ່ອມບັງເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ ເພື່ອຄວາມທຸກຂ໌ ເພື່ອຄວາມຢູ່ບໍ່ຜາສຸກ.

ມະຫາຣາຊ! ໂມຫະ ເມື່ອບັງເກີດຂຶ້ນໃນພາຍໃນບຸຣຸສ ຍ່ອມບັງເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ ເພື່ອຄວາມທຸກຂ໌ ເພື່ອຄວາມຢູ່ບໍ່ຜາສຸຂ.

ມະຫາຣາຊ! ທັມ 3 ຢ່າງນີ້ແລ ເມື່ອບັງເກີດຂຶ້ນໃນພາຍໃນບຸຣຸດ ຍ່ອມບັງເກີດຂຶ້ນເພື່ອຄວາມບໍ່ເປັນປະໂຫຍດ ເພື່ອຄວາມທຸກຂ໌ ເພື່ອຄວາມຢູ່ບໍ່ຜາສຸກ.

 ໂລພະ ໂທສະ ໂມຫະ ທີ່ເກີດຂຶ້ນໃນຕົນຍ່ອມບຽດບຽນບຸກຄົນຜູ້ໃຈບາບ ເໝືອນຜົນຂອງຕົ້ນຍ່ອມບຽດບຽນຕົ້ນໄຜ່ (ຕະຈະສາຣັງວະ) ສັນນັ້ນ.

........................................................

 ສຸຕຕັນຕະປິດົກ ສັງຍຸຕຕະນິກາຍ ສະຄາຖະວັຄ ໑໕/໘໘-໘໙/໓໒໘-໓໓໐

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ