ເດຣະສານວິຊາ

ມະຫາຣາຊ ! ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນໂພສະນາທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດໂດຍມິດສາຊີບດ້ວຍເດຣັດສານວິຊາເຫັນປານນີ້ຄື : 

  ທຳນາຍອະໄວຍະວະ 

  ທຳນາຍຕຳຫນິ 

  ທຳນາຍລາງດີລາງຮ້າຍ 

  ທຳນາຍຝັນ 

  ທຳນາຍລັກສະນະ 

  ທຳນາຍໜູກັດຜ້າ 

  ທຳນາຍບູຊາໄຟ

  ເຮັດພິທີເບີກແວ່ນວຽນທຽນ 

  ເຮັດພິທີຊັດແກຣບບູຊາໄຟ 

  ເຮັດພິທີຊັດລຳບູຊາໄຟ 

  ເຮັດພິທີເຕີມເນີຍບູຊາໄຟ 

  ເຮັດພິທີເຕີມນໍ້າມັນບູຊາໄຟ 

  ເຮັດພິທີເສກເປົ່າບູຊາໄຟ

  ເຮັດພຣີກຳດ້ວຍໂລຫິດ

  ເປັນໝໍດູ ອະໄວຍະວະ 

  ດູລັກສະນະທີ່ບ້ານ

  ດູລັກສະນະທີ່ນາ

  ເປັນໝໍປຸກເສກ 

  ເປັນໝໍຜີ 

  ເປັນໝໍເລກລົງຍັນຄຸ້ມກັນບ້ານເຮືອນ 

  ເປັນໝໍງູ 

  ເປັນໝໍຢາພິດ 

  ເປັນໝໍມອງງອດ

  ເປັນໝໍຮັກສາແຜໜູກັດ

  ເປັນໝໍທາຍສຽງນົກ

  ເປັນໝໍທາຍສຽງກາ

  ເປັນໝໍທາຍອາຍຸ 

  ເປັນໝໍເສກກັນລູກສອນ

  ເປັນໝໍທາຍສຽງສັດ.

  ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນໂພສະນາທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດໂດຍມິດສາຊີບດ້ວຍເດຣັດສານວິຊາເຫັນປານນີ້ ຄື: 

  ທາຍລັກສະນະແກ້ວມະນີ 

  ທາຍລັກສະນະຜ້າ

  ທາຍລັກສະນະໄມ້ພອງ

  ທາຍລັກສະນະສັດຕຣາ 

  ທາຍລັກສະນະດາບ

  ທາຍລັກສະນະສອນ 

  ທາຍລັກສະນະທະນູ 

  ທາຍລັກສະນະອາວຸດ

  ທາຍລັກສະນະສະຕຣີ 

  ທາຍລັກສະນະບຸຣຸດ 

  ທາຍລັກສະນະກຸມາດ 

  ທາຍລັກສະນະກຸມາຣີ

  ທາຍລັກສະນະທາດ

  ທາຍລັກສະນະທາສີ 

  ທາຍລັກສະນະຊ້າງ 

  ທາຍລັກສະນະມ້າ

  ທາຍລັກສະນະກຣະບື 

  ທາຍລັກສະນະໂຄອຸສພາ 

  ທາຍລັກສະນະແກະ

  ທາຍລັກສະນະໄກ່

  ທາຍລັກສະນະນົກກະທາ 

  ທາຍລັກສະນະແລນ

  ທາຍລັກສະນະຕຸ່ນ 

  ທາຍລັກສະນະເຕົ່າ

  ທາຍລັກສະນະມະລືຄະ. 

  ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນໂພສະນາທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດໂດຍມິດສາຊີບດ້ວຍເດຣັດສານວິຊາເຫັນປານນີ້ ຄື: 

  ເບິ່ງເຣີກຍາມວ່າພຣະຣາຊາຈັກຍົກອອກ 

  ພຣະຣາຊາຈັກບໍ່ຍົກອອກ 

  ພຣະຣາຊາພາຍໃນຈັກຍົກເຂົ້າປະຊິດ 

  ພຣະຣາຊາພອຍນອກຖອຍ 

  ພຣະຣາຊາພາຍນອກຈັກຍົກເຂົ້າປະຊິດ

  ພຣະຣາຊາພາຍໃນຈັກຖອຍ

  ພຣະຣາຊາພາຍໃນຈັກມີໄຊ

  ພຣະຣາຊາພາຍນອກຈັກປຣາໄຊ

  ພຣະຣາຊາພາຍນອກຈັກມີໄຊ

  ພຣະຣາຊາພຣະອົງນີ້ຈັກມີໄຊ

  ພຣະຣາຊາພຣະອົງນີ້ຈັກປຣາໄຊ ເພາະເຫດນິ້ ໆ.

  ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນໂພສະນາທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດໂດຍມິດສາຊີບດ້ວຍເດຣັດສານວິຊາເຫັນປານນີ້ ຄື: 

  ທຳນາຍວ່າຈັກມີຈັນທະຣາຄາດ

  ຈັກມີສຸຣິຍະຄາດ

  ຈັກມີນັກສັດຕະຣະຄາດ 

  ດວງຈັນດວງອາທິດຈັກໂຄຈອນຖືກທາງ 

  ດວງຈັນດວງອາທິດຈັກໂຄຈອນຜິດທາງ 

  ນັກສັດຕະຣະຈັກໂຄຈອນຖືກທາງ 

  ນັກສັດຕະຣະຈັກໂຄຈອນຜິດທາງ

  ຈັກມີອຸກກາບາດ 

  ຈັກມີດາວຫາງ

  ຈັກມີແຜ່ນດິນໄຫວ

  ຈັກມີຟ້າຮ້ອງ 

  ດວງຈັນດວງອາທິດ ແລະ ດາວນັກສັດຕະຣະ ຈັກຂຶ້ນ ຈັກຕົກ ຈັກມົວໝອງ ຈັກກະຈ່າງ

  ຈັນທະຣະຄາດຈັກມີຜົນເປັນຢ່າງນີ້ 

  ສຸຣິຍະຄາດ ຈັກມີຜົນເປັນຢ່າງນີ້

  ນັກສັດຕະຣະຈັກມີຜົນເປັນຢ່າງນີ້ 

  ດວງຈັນ ດວງອາທິດຈັກໂຄຈອນຖືກທາງຈັກມີຜົນເປັນຢ່າງນີ້

  ດວງຈັນ ດວງອາທິດຈັກໂຄຈອນຜິດທາງຈັກມີຜົນເປັນຢ່າງນີ້ 

  ນັກສັດຕະຣະຈັກໂຄຈອນຖືກທາງຈັກມີຜົນເປັນຢ່າງນີ້ 

  ນັກສັດຕະຣະຈັກໂຄຈອນຜິດທາງຈັກມີຜົນເປັນຢ່າງນີ້ 

  ມີອຸກກາບາດຈັກມີຜົນເປັນຢ່າງນີ້ 

  ມີດາວຫາງຈັກມີຜົນເປັນຢ່າງນີ້ 

  ແຜ່ນດິນໄຫວຈັກມີຜົນເປັນຢ່າງນີ້

  ຟ້າຮ້ອງຈັກມີເປັນຢ່າງນີ້

  ດວງຈັນດວງອາທິດ ແລະ ດາວນັກສັດຕະຣະ ຂຶ້ນ ຕົກ ມົວໝອງ ກະຈ່າງ ຈັກມີຜົນເປັນຢ່າງນີ້. 

  ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນໂພສະນາທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດໂດຍມິດສາຊີບດ້ວຍເດຣັດສານວິຊາເຫັນປານນີ້ ຄື: 

  ທຳນາຍວ່າຈັກມີຝົນດີ 

  ຈັກມີຝົນແລ້ງ

  ຈັກມີອາຫານຫາໄດ້ງ່າຍ

  ຈັກມີອາຫານຫາໄດ້ຍາກ

  ຈັກມີຄວາມກະເສມ

  ຈັກມີໄພ

  ຈັກເກີດໂລກ

  ຈັກມີຄວາມສຳລານຫາໂລກບໍ່ໄດ້ ຫຼື

  ຄຳນວນເຣີກຍາມ

  ຄຳນວນດວງສະຕາຈັບຍາມ ແຕ່ງພາບ ໂລກາຍະສາດ.

  ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນໂພສະນາທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດໂດຍມິດສາຊີບດ້ວຍເດຣັດສານວິຊາເຫັນປານນີ້ ຄື: 

  ໃຫ້ໃຫ້ເຣີກສ໌ ອາວາດມົງຄຸນ ໑. 

  ໃຫ້ເຮີກສ໌ວິວາມົງຄົນ ໒. 

  ດູເຣີກສ໌ ຮຽງໝອນ ໓. 

  ເບິງເຣີກສ໌ ຫຍ່າຮ້າງ 

  ດູເຣີກສ໌ເກັບຊັບ

  ດູເຣີກ໌ຈ່າຍຊັບ 

  ດູໂຊກດີ

  ດູເຄາະຮ້າຍ 

  ໃຫ້ຢາຜະດຸງຄັນ 

  ໄລ່ມົນໃຫ້ລີ້ນກະດ້າງ 

  ໄລ່ມົນໃຫ້ຄາງແຂງ 

  ໄລ່ມົນໃຫ້ມືສັ່ນ

  ຣ່າຍມົນບໍ່ໃຫ້ຫູໄດ້ຍິນສຽງ

1 ເປັນໝໍສອນຕຳລາວ່າດ້ວຍທາງໂລກ

2 'ການພາຜູ້ຍິງມາບ້ານຕົນ' ໝາຍເຖິງ ການແຕ່ງງານແບບໜຶ່ງທີ່ຝ່າຍຊາຍຈະນຳຜູ້ຍິງທີ່ຕົນແຕ່ງງານມາຢູ່ທີ່ບ້ານຂອງຕົນ ເອີ້ນວ່າ ອາວາຫມົງຄຸນ ເປັນປະເພນີແຕ່ງງານທີ່ນິຍົມປະຕິບັດກັນໃນປະເທດອິນເດຍຝ່າຍເໜືອ

3 'ການພາອອກໄປ' ໝາຍເຖິງການແຕ່ງງານແບບໜຶ່ງທີ່ຝ່າຍຊາຍຈະຕ້ອງຖືກນຳໄປຢູ່ທີ່ບ້ານຝ່າຍຜູ້ຍິງ ເອິ້ນວ່າ ວິວາຫມົງຄົນ ເປັນປະເພນີແຕ່ງງານທີ່ນິຍົມປະຕິບັດກັນໃນປະເທດອິນເດຍຕອນໃຕ້

4 ພິທີຕອນໜຶ່ງໃນການແຕ່ງງານ ຜູ້ຖືເຣີກສ໌ຍາມມັກຖືວ່າ ເມື່ອໜຸ່ມສາວເຂົ້າສູ່ພິທີແຕ່ງງານຈະຕ້ອງນອນຄູ່ກັນເທິງຕຽງພໍເປັນພິທີ ເອີ້ນວ່າ ຮຽງໝອນ ຊົງກະຈົກ ເປັນໝໍຊົງຍິງສາວ ເປັນໝໍຊົງເຈົ້າ ບວງສວງພຣະອາທິດ ບວງສວງທ້າວມະຫາພຣົມ ໄລ່ມົນພົ່ນໄຟ ເຮັດພິທີເຊີນຂວັນ.

  ອີກຢ່າງໜຶ່ງ ເມື່ອສະມະນະ ຫຼື ພຣາມບາງພວກ ສັນໂພສະນາທີ່ເຂົາໃຫ້ດ້ວຍສັດທາແລ້ວ ທ່ານເຫຼົ່ານັ້ນຍັງລ້ຽງຊີວິດໂດຍມິດສາຊີບດ້ວຍເດຣັຈສານວິຊາເຫັນປານນີ້ ຄື:

  ເຮັດພິທີບົນບານ 

  ເຮັດພິທີແກ້ບົນ 

  ໄລ່ມົນຂັບຜີ 

  ສອນມົນປ້ອງກັນບ້ານເຮືອນ

  ເຮັດກະເທີຍໃຫ້ກາຍເປັນຊາຍ 

  ເຮັດຜູ້ຊາຍໃຫ້ກາຍເປັນກະເທີຍ

  ເຮັດພິທີປລູກເຮືອນ

  ເຮັດພິທີບວງສວງພື້ນທີ່ ພົ່ນນໍ້າມົນ ຣົດນໍ້າມົນເຮັດພິທີ່ບູຊາໄຟ ປຣຸງຢາສຳຣອກ ປຣຸງຢາຖ່າຍ ປຣຸງຢາແກ້ລົມຕີຂຶ້ນເບື້ອງເທິງ ປຣຸງຢາຖ່າຍ ປຣຸງຢາແກ້ລົມຕີລົງເບື້ອງລຸ່ມ ປຣຸງຢາແກ້ປວດຫົວ ຫຸງນໍ້າມັນຢອດຫູ ປຣຸງຢາຕາ.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ