ໂທດໃນປ່າຊ້າ 5 ປະການ

ພິກຂຸທັງຫລາຍ! ໂທດໃນປ່າຊ້າ 5 ປະການນີ້; 5 ປະການເປັນຢ່າງໃດ? ຄື:

  ເປັນບ່ອນທີ່ບໍ່ສະອາດ ໑

  ມີກິ່ນເໝັນ ໑

  ມີໄພສະເພາະໜ້າ ໑

  ເປັນທີ່ຢູ່ຂອງພວກອະມະນຸດຮ້າຍ ໑

  ເປັນທີ່ຣຳພັນທຸກຂອງຊົນທັງຫລາຍ ໑

ພິກຂຸທັງຫລາຍ ໂທດໃນປ່າຊ້າ 5 ປະການນີ້ແລ.

ພິກຂຸທັງຫລາຍ! ໂທດໃນບຸກຄົນຜູ້ປຽບດ້ວຍປ່າຊ້າ 5 ປະການນີ້ ສັນນັ້ນເໝືອນກັນ; 5 ປະການເປັນຢ່າງໃດ?

 ພິກຂຸທັງຫລາຍ ບຸກຄົນບາງຄົນໃນກໍຣະນີນີ້

  ຍ່ອມປະກອບດ້ວຍກາຍກັມທີ່ບໍ່ສະອາດ, 

  ປະກອບດ້ວຍວະຈີກັມທີ່ບໍ່ສະອາດ, 

  ປະກອບດ້ວຍມະໂນກັມທີ່ບໍ່ສະອາດ

 ເຮົາກ່າວຂໍ້ນີ້ເພາະເຂົາເປັນຜູ້ບໍ່ສະອາດ ປ່າຊ້ານັ້ນເປັນບ່ອນທີ່ບໍ່ສະອາດ ສັນໃດ;

 ເຮົາກ່າວບຸກຄົນນີ້ປຽບສັນນັ້ນ.

 ກິດຕິສັບອັນຊົ່ວຂອງເຂົາ

 ຜູ້ປະກອບດ້ວຍກາຍກັມທີ່ບໍ່ສະອາດ, 

 ປະກອບດ້ວຍວະຈີກັມທີ່ບໍ່ສະອາດ, 

 ປະກອບດ້ວຍມະໂນກັມທີ່ບໍ່ສະອາດຍ່ອມຟຸ້ງໄປ 

 ເຮົາກ່າວຂໍ້ນີ້ເພາະເຂົາເປັນຜູ້ມີກິ່ນເໝັນ ປ່າຊ້າມີກິ່ນເໝັນ ສັນໃດ; ເຮົາກ່າວບຸກຄົນນີ້ປຽບສັນນັ້ນ.

 ເພື່ອນພຣົມມະຈັນຜູ້ມີສີນເປັນທີ່ຮັກຍ່ອມເວັ້ນໄກຈາກບຸກຄົນນັ້ນ

  ຜູ້ປະກອບດ້ວຍກາຍກັມທີ່ບໍ່ສະອາດ, 

  ປະກອບດ້ວຍວະຈີກັມທີ່ບໍ່ສະອາດ,

  ປະກອບດ້ວຍມະໂນກັມທີ່ບໍ່ສະອາດ

 ເຮົາກ່າວຂໍ້ນີ້ເພາະເຂົາມີພັຍສະເພາະໜ້າ ປ່າຊ້າມີໄພສະເພາະໜ້າ ສັນໃດ; 

 ເຮົາກ່າວບຸກຄົນນີ້ປຽບສັນນັ້ນ.

 ເຂົາປະກອບດ້ວຍກາຍກັມທີ່ບໍ່ສະອາດ,

 ປະກອບດ້ວຍວະຈີກັມທີ່ບໍ່ສະອາດ, 

 ປະກອບດ້ວຍມະໂນກັມທີ່ບໍ່ສະອາດ 

 ຍ່ອມຢູ່ຮ່ວມກັບບຸກຄົນຜູ້ສະເໝີກັນ ເຮົາກ່າວຂໍ້ນີ້ເພາະເຂົາເປັນທີ່ຢູ່ຂອງສິ່ງຮ້າຍ ປ່າຊ້າເປັນທີ່ຢູ່ຂອງອະມະນຸດຮ້າຍ ສັນໃດ; 

 ເຮົາກ່າວບຸກຄົນນີ້ປຽບສັນນັ້ນ.

 ເພື່ອນພຣົມມະຈັນຜູ້ມີສີນເປັນທີ່ຮັກ

 ເຫັນເຂົາຜູ້ປະກອບດ້ວຍກາຍກັມທີ່ບໍ່ສະອາດ, 

 ປະກອບດ້ວຍວະຈີກັມທີ່ບໍ່ສະອາດ, 

 ປະກອບດ້ວຍມະໂນກັມທີ່ບໍ່ສະອາດແລ້ວ 

 ຍ່ອມຣຳພັນທຸກຂ໌ວ່າ ໂອ! ເປັນທຸກຂອງພວກເຮົາທີ່ຢູ່ຮ່ວມກັບບຸກຄົນເຫັນປານນີ້ ເຮົາກ່າວຂໍ້ນີ້ເພາະເຂົາເປັນທີ່ຣຳພັນທຸກ ປ່າຊ້າເປັນບ່ອນຣຳພັນທຸກຂອງຊົນທັງຫລາຍ ສັນໃດ; 

 ເຮົາກ່າວບຸກຄົນນີ້ປຽບສັນນັ້ນ.

 ພິກຂຸທັງຫລາຍ! ໂທດໃນບຸຄຄົລຜູ້ປຽບດ້ວຍປ່າຊ້າ 5 ປະການນີ້ແລ.

...................................................................

ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໒໔໗/໒໔໙.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ