Posts

ການບໍ່ຮູ້ອະຣິຍະສັດມືດຍິ່ງກວ່າໂລກັນຕິກະ

Image
.................(ໂລກັນຕະນະລົກ)............   ພິກຂຸທັງຫຼາຍ ! ໂລກັນຕິກະ (ໂລກັນຕະນະຣົກ) ມີແຕ່ ຄວາມທຸກຂ໌ ມືດຄຶ້ມມົວເປັນໝອກ ສັດຕະໃນໂລກັນຕິກະນັ້ນ ບໍ່ໄດ້ຮັບລັດສະໝີພະຈັນ ແລະ ພະອາທິດເຊິ່ງມີລິດ ມີອານຸພາບ ເຊັ່ນນີ້.    ຂ້າແຕ່ ພຣະອົງຜູ້ຈະເຣີນ ! ຄວາມມືດນັ້ນຫຼາຍ ຄວາມມືດນັ້ນຫຼາຍແທ້ໆ ຄວາມມືດຢ່າງອື່ນ ທີ່ໃຫຍ່ຫຼວງ ກວ່າ ເປັນຕາຢ້ານກວ່າ ຄວາມມືດນີ້ມີ ຢູ່ອີກ ຫຼືບໍ່ ?   ພິກຂຸທັງຫຼາຍ ! ຄວາມມືດຢ່າງອື່ນທີ່ໃຫຍ່ຫຼວງກວ່າ ເປັນຕາຢ້ານກວ່າ ຄວາມຮ້ອນນີ້ ມີຢູ່.    ຂ້າແຕ່ ພຣະອົງ ຜູ້ຈະເຣີນ ! ຄວາມມືດຢ່າງອື່ນທີ່ໃຫຍ່ຫຼວງກວ່າ ເປັນຕາຢ້ານກວ່າ ຄວາມມືດນີ້ເປັນແນວໃດໜໍ ?   ພິກຂຸທັງຫຼາຍ ! ກໍສະມະນະ ຫຼື ພຣາມເຫຼົ່າໃດ ເຫຼົ່າໜຶ່ງ ຍ່ອມບໍ່ຮູ້ແຈ້ງຕາມຄວາມເປັນຈິງວ່າ: * ນີ້ທຸກຂ໌ * ນີ້ເຫດຂອງທຸກ(ທຸກຂະສະມຸໄທ)  * ນີ້ຄວາມດັບບໍ່ເຫຼືອເເຫ່ງທຸກ(ທຸກຂະນິໂຣດ) * ນີ້ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫຼືອເເຫ່ງທຸກ(ທຸກຂະນິໂຣດະຄາມິນີປະຕິປະທາ)   ສະມະນະ ຫຼື ພຣາມເຫຼົ່ານັ້ນ  + ຍ່ອມຍິນດີໃນສັງຂານທັງຫຼາຍ  + ອັນເປັນໄປ ພ້ອມເພື່ອຄວາມເກີດ + ຄວາມແກ່  + ຄວາມຕາຍ  + ຄວາມໂສກ + ຄວາມລໍາພັນ  + ຄວາມທຸກຂ໌  + ຄວາມໂທມະນັດ ແລະ + ຄວາມຄັບແຄ້ນໃຈ    ຄັນຍິນດີແລ້ວ ຍ່ອມປຸງແຕ່ງ ຄັນປຸງແຕ່ງແລ້ວ ຍ່ອມຕົກໄປ

ທານຂອງສັບປະບຸຣຸດ

Image
ພິກຂຸທັງຫລາຍ! ສັປປຸຣິສະທານ (ທານຂອງຄົນດີ) 5 ປະການນີ້; 5 ປະການເປັນຢ່າງໃດ? ຄື ສັບປະບຸຣຸດຍ່ອມໃຫ້ທານດ້ວຍສັດທາ, ຍ່ອມໃຫ້ທານໂດຍເຄົາຣົບ, ຍ່ອມໃຫ້ທານໂດຍກາລອັນຄວນ, ເປັນຜູ້ມີຈິດອະນຸເຄາະໃຫ້ທານ, ຍ່ອມໃຫ້ທານໂດຍບໍ່ກະທົບຕົນ ແລະ ຜູ້ອື່ນ, ພິກຂຸທັງຫລາຍ! ສັປບຸຣຸສຄັນໃຫ້ທານດ້ວຍສັທທາແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັບຫລາຍ ມີໂພຄະຫລາຍ ແລະ ເປັນຜູ້ມີຮູບງາມ ໜ້າເບິ່ງໜ້າເຫລື້ອມໃສ ປະກອບດ້ວຍຜິວພັນອັນງາມຢ່າງຍິ່ງໃນບ່ອນທີ່ທານນັ້ນໃຫ້ຜົນ. ຄັນໃຫ້ທານໂດຍເຄົາຣົບແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັພຫລາຍ ມີໂພຄະຫລາຍ ແລະເປັນຜູ້ມີບຸຕ ພັນລະຍາ ທາສ ຄົນໃຊ້ຫລືຄົນງານເປັນຜູ້ເຊື່ອຟັງ ງ່ຽງໂສຕະລົງສະດັບຄຳສັ່ງ ຕັ້ງໃຈໃຝ່ຮູ້ ໃນບ່ອນທີ່ທານນັ້ນໃຫ້ຜົນ. ຄັນໃຫ້ທານໂດຍກາລອັນຄວນແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັພຫລາຍ ມີໂພຄະຫລາຍ ແລະ ເປັນຜູ້ມີຄວາມປາຖະໜາທີ່ເກີດຂຶ້ນຕາມກາລບໍຣິບູນໃນບ່ອນທີ່ທານນັ້ນໃຫ້ຜົລ. ຄັນເປັນຜູ້ມີຈິດອະນຸເຄາະໃຫ້ທານແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັພຫລາຍ ມີໂພຄະຫລາຍ ແລະ ເປັນຜູ້ມີຈິດນ້ອມໄປເພື່ອບໍຣິໂພຄກາມຄຸນ 5 ສູງຍິ່ງຂຶ້ນໃນບ່ອນທີ່ທານນັ້ນໃຫ້ຜົນ. ຄັນໃຫ້ທານໂດຍບໍ່ກະທົບຕົນແລະບໍ່ກະທົບຜູ້ອື່ນແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັພຫລາຍ ມີໂພຄະຫລາຍ ແລະຍ່ອມເປັນຜູ້ມີໂພຄະຊັພອັນບໍ່ມີພັຍອັນຕະລາຍມາແຕ່ທີ່

ຜົນແຫ່ງຄວາມເປັນໂສດາບັນ

Image
 ພິກຂຸທັງຫລາຍ ! ອານິສົງແຫ່ງການເຮັດໃຫ້ແຈ້ງ ເຊິ່ງໂສດາປັດຕິຜົນ 6 ຢ່າງເຫລົ່ານີ້ມີຢູ່ ຫົກຢ່າງເຫລົ່າໃດໜໍ ? ຫົກຢ່າງຄື :- 1. ເປັນຜູ້ທ່ຽງແທ້ຕໍ່ພຣະສັດທັມ 2. ເປັນຜູ້ມີທັມອັນບໍ່ຮູ້ເສື່ອມ 3. ທຸກຂ໌ດັບໄປທຸກຂັ້ນຕອນແຫ່ງການກະທຳທີ່ກະທຳແລ້ວ 4. ເປັນບຸກຄົນຜູ້ປະກອບດ້ວຍອະສາທາລະນະຍານ(ຍານທີ່ບໍ່ທົ່ວໄປແກ່ພວກອື່ນ) 5. ເປັນບຸກຄົນຜູ້ເຫັນທັມທີ່ເປັນເຫດ ແລະ  6. ທັມທັງຫລາຍທີ່ເກີດມາຈາກເຫດ  ພິກຂຸທັງຫລາຍ ! ເຫລົ່ານີ້ແລ ອານິສົງແຫ່ງການເຮັດໃຫ້ແຈ້ງ ເຊິ່ງໂສດາປັດຕິຜົນ. ...................................................................... - ບາລີ ສັກກະ.ອໍ.22/490/368.

ສັນດານກາ

Image
 ພິກຂຸທັງຫລາຍ.! ກາ ເປັນສັດທີ່ປະກອບດ້ວຍຄວາມຊົ່ວສິບປະການ. ສິບປະການເປັນຢ່າງໃດໜໍ?  10 ປະການ  ຄື :  (1) ກາ ເປັນສັດທຳລາຍຄວາມດີ.  (2) ກາເປັນສັດຄະນອງ.  (3) ກາ ເປັນສັດທະເຍີທະຍານ.   (4) ກາ ເປັນສັດກິນຫລາຍ.  (5) ກາເປັນສັດຫຍາບຄາຍ.  (6) ກາ ເປັນສັດບໍ່ກະລຸນາປານີ.  (7) ກາ ເປັນສັດທຸຣະພົນ  (8) ກາ ເປັນສັດຮ້ອງສຽງອຶງ  (9) ກາເປັນສັດປ່ອຍສະຕິ.  (10) ກາເປັນສັດສະສົມຂອງກິນ.    ພິກຂຸ ທ. !  ກາ ເປັນສັດທີ່ປະກອບດ້ວຍຄວາມຊົ່ວ 10 ປະການເຫລົ່ານີ້.   ພິກຂຸ ທ. ! ພິກຂຸລາມົກ ກໍເຊັ່ນດຽວກັບການັ້ນແຫລະ ເປັນຄົນປະກອບດ້ວຍ ອະສັດທັມສິບປະການ.   10 ປະການຢ່າງໃດກັນໝໍ? ສິບປະການຄື :  (1) ພິກຂຸລາມົກ ເປັນຄົນທຳລາຍຄວາມດີ.   (2) ພິກຂຸລາມົກເປັນຄົນຄະນອງ.   (3) ພິກຂຸລາມົກ ເປັນຄົນທະເຍີທະຍານ.   (4) ພິກຂຸລາມົກ ເປັນຄົນກິນຫລາຍ.  (5) ພິກຂຸລາມົກ ເປັນຄົນຫຍາບຄາຍ.   (6) ພິກຂຸລາ ມົກ ເປັນຄົນບໍ່ກະລຸນນາປານີ.    (7) ພິກຂຸກລາມົກເປັນຄົນທຸລະພົນ.  (8) ພິກຂຸລາມົກ ເປັນຄົນເວົ້າສຽງອຶງ   (9) ພິກຂຸລາມົກ ເປັນຄົນປ່ອຍສະຕິ.    (10) ພິກຂຸລາມົກ ເປັນຄົນສະສົມຂອງກິນ.   ພິກຂຸ ທ. ! ພິກຂຸລາມົກ ເປັນຄົນປະກອບດ້ວຍ ສັດທຳ 10 ປະການ ເຫລົ່ານີ້ແລ.  ...............................................

ການເຂົ້າເຖິງອາຊີບຂໍທານຂອງພິກຂຸ

Image
ດູຣາພິກຂຸທັງຫຼາຍ ! ອາຊີບທີ່ຕ່ຳທີ່ສຸດ ໃນບັນດາອາຊີບທັງຫຼາຍ ຄື ການຂໍທານ. ຄຳສາບແຊ່ງຢ່າງຍິ່ງໃນໂລກນີ້ ຄືຄຳສາບແຊ່ງວ່າ "ເຈົ້າຖືກະເບື້ອງໃນມືແລ້ວໄປຂໍທານເຖີດ" ດັ່ງນີ້.  ດູຣາພິກຂຸທັງຫຼາຍ ! ກຸລະບຸດທັງຫຼາຍ ເຂົ້າເຖິງອາຊີບນີ້ ເປັນຜູ້ເປັນໄປໃນ   ອຳນາດແຫ່ງປະໂຫຍດເພາະ   ອາໄສອຳນາດແຫ່ງປະໂຫຍດ,   ບໍ່ແມ່ນເປັນຄົນໜີຣາຊະທັນ,  ບໍ່ແມ່ນເປັນຄົນຂໍໃຫ້ໂຈນປ່ອຍໂຕໄປບວດ,  ບໍ່ແມ່ນເປັນຄົນໜີໜີ້,  ບໍ່ແມ່ນເປັນຄົນໜີໄພ,   ບໍ່ເປັນຄົນໄຮ້ອາຊີບ,   ຈິ່ງບວດ.  ອີກຢ່າງໜຶ່ງ ກຸລະບຸດນີ້ບວດແລ້ວ ໂດຍທີ່ຄິດແບບນີ້ວ່າ ເຮົາທັງຫຼາຍເປັນຖືກຢັ່ງເອົາແລ້ວໂດຍ    ຄວາມເກີດ    ຄວາມແກ່    ຄວາມເຈັບ    ຄວາມຕາຍ    ຄວາມໂສກ   ຄວາມຄ່ຳຄວານລຳພັນ    ຄວາມທຸກ    ຄວາມເສຍໃຈ    ຄວາມຄັບແຄ້ນໃຈ ທັງຫຼາຍ,    ເປັນຜູ້ອັນຄວາມທຸກຢັ່ງເອົາແລ້ວ ມີຄວາມທຸກເປັນເບື້ອງໜ້າແລ້ວ    ເຮັດແນວໃດການກະທຳທີ່ສຸດແຫ່ງກອງທຸກທັງສິ້ນນີ້ ຈະເພິງປະກົດແກ່ເຮົາໄດ້ ດັ່ງນີ້. ...................................................... 📜 ນັຍພຣະໄຕຣປິດົກ ຂັນທະກະ. ສັງ. ໑໗/໑໑໓/໑໗໗.

ມ້າອາຊາໄນ 4 ຈຳພວກ

Image
1. ມ້າທີ່ເຫັນພຽງເງົາປະຕັກກໍ່ອອກແລ່ນ = ຜູ້ທີ່ພຽງໄດ້ຟັງເລື່ອງຄວາມທຸກ ຫຼື ຄວາມຕາຍຂອງຜູ້ອື່ນ ກໍ່ເລີ່ມເຫັນຄວາມສຳຄັນຂອງພຣະທັມ  2. ​​ມ້າທີ່ຕ້ອງໃຫ້ປະຕັກແທງເຖິງຂຸມຂົນ  = ຜູ້ທີ່ຕ້ອງໄດ້ເຫັນຄວາມທຸກ ຫຼື ຄວາມຕາຍຂອງຜູ້ອື່ນ ຈຶ່ງຈະເຫັນຄວາມສຳຄັນຂອງພຣະທັມ  3. ມ້າທີ່ຕ້ອງໃຫ້ປະຕັກແທງເຖິງເນື້ອໜັງ  = ຜູ້ທີ່ຕ້ອງໃຫ້ຄົນຮັກເຖິງແກ່ຄວາມທຸກ ຫຼື ຄວາມຕາຍ ຈິ່ງຈະເຫັນຄວາມສຳຄັນຂອງພຣະທັມ  4. ມ້າທີ່ຕ້ອງໃຫ້ປະຕັກແທງເຖິງກະດູກ = ຜູ້ທີ່ຕ້ອງໃຫ້ຕົນໄດ້ຮັບທຸກຈຽນຕາຍຈຶ່ງຈະເຫັນຄວາມສຳຄັນຂອງພຣະທັມ. .........…........….................................... ສະບັບຫຼວງ ເຫຼັມທີ ໒໑, ສຸຕຕັນຕະປິດົກ, ອັງຄຸຕຕະຣະນິກາຍ, ຈະຕຸກກະນິບາດ, ໜ້າທີ່ ໑໑໔

ອະຄະຕິ 4

Image
ພິກຂຸທັງຫລາຍ! ການເຖິງເຊິ່ງອະຄະຕິ 4 ປະການນີ້, 4 ປະການເປັນຢ່າງໃດ? ຄື: * ບຸກຄົນຍ່ອມລຳອ່ຽງເພາະຮັກ (ສັນທາຄະຕິງ ຄັຈສະຕິ), * ຍ່ອມລຳອ່ຽງເພາະຊັງ (ໂທສາຄະຕິງ ຄັຈສະຕິ), * ຍ່ອມລຳອ່ຽງເພາະຫລົງ (ໂມຫາຄະຕິງ ຄັຈສະຕິ), * ຍ່ອມລຳອ່ຽງເພາະຢ້ານ (ພະຍາຄະຕິງ ຄັຈສະຕິ) ພິກຂຸທັງຫລາຍ! ການເຖິງເຊິ່ງອະຄະຕິ 4 ປະການນີ້ແລ. ຜູ້ໃດປະພຶດລ່ວງທັມເພາະຄວາມຮັກ ເພາະຄວາມຊັງ ເພາະຄວາມຫລົງ ເພາະຄວາມຢ້ານ ຍົດຂອງຜູ້ນັ້ນຍ່ອມເສື່ອມ ເໝືອນດວງຈັນໃນຂ້າງແຮມ ສັນນັ້ນ. ພິກຂຸທັງຫລາຍ! ການບໍ່ເຖິງເຊິ່ງອະຄະຕິ 4 ປະການນີ້, 4 ປະການເປັນຢ່າງໃດ? ຄື: * ບຸກຄົນຍ່ອມບໍ່ລຳອ່ຽງເພາະຮັກ (ນະ ສັນທາຄະຕິງ ຄັຈສະຕິ), * ຍ່ອມບໍ່ລຳອ່ຽງເພາະຊັງ (ນະ ໂທສາຄະຕິງ ຄັຈສະຕິ), * ຍ່ອມບໍ່ລຳອ່ຽງເພາະຫລົງ (ນະ ໂມຫາຄະຕິງ ຄັຈສະຕິ), * ຍ່ອມບໍ່ລຳອ່ຽງເພາະຢ້ານ (ນະ ພະຍາຄະຕິງ ຄັຈສະຕິ) ພິກຂຸທັງຫລາຍ! ການບໍ່ເຖິງເຊິ່ງອະຄະຕິ 4 ປະການນີ້ແລ. ຜູ້ໃດບໍ່ປະພຶດລ່ວງທັມເພາະຄວາມຮັກ ເພາະຄວາມຊັງ ເພາະຄວາມຫລົງ ເພາະຄວາມຢ້ານ ຍົດຂອງຜູ້ນັ້ນຍ່ອມເຕັມປ່ຽມ ເໝືອນດວງຈັນໃນຂ້າງຂຶ້ນ ສັນນັ້ນ. ............................................................................. ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໑໘/໑໙