ມ້າອາຊາໄນ 4 ຈຳພວກ

1. ມ້າທີ່ເຫັນພຽງເງົາປະຕັກກໍ່ອອກແລ່ນ

= ຜູ້ທີ່ພຽງໄດ້ຟັງເລື່ອງຄວາມທຸກ ຫຼື ຄວາມຕາຍຂອງຜູ້ອື່ນ ກໍ່ເລີ່ມເຫັນຄວາມສຳຄັນຂອງພຣະທັມ 


2. ​​ມ້າທີ່ຕ້ອງໃຫ້ປະຕັກແທງເຖິງຂຸມຂົນ 

= ຜູ້ທີ່ຕ້ອງໄດ້ເຫັນຄວາມທຸກ ຫຼື ຄວາມຕາຍຂອງຜູ້ອື່ນ ຈຶ່ງຈະເຫັນຄວາມສຳຄັນຂອງພຣະທັມ 


3. ມ້າທີ່ຕ້ອງໃຫ້ປະຕັກແທງເຖິງເນື້ອໜັງ 

= ຜູ້ທີ່ຕ້ອງໃຫ້ຄົນຮັກເຖິງແກ່ຄວາມທຸກ ຫຼື ຄວາມຕາຍ ຈິ່ງຈະເຫັນຄວາມສຳຄັນຂອງພຣະທັມ 


4. ມ້າທີ່ຕ້ອງໃຫ້ປະຕັກແທງເຖິງກະດູກ

= ຜູ້ທີ່ຕ້ອງໃຫ້ຕົນໄດ້ຮັບທຸກຈຽນຕາຍຈຶ່ງຈະເຫັນຄວາມສຳຄັນຂອງພຣະທັມ.

.........…........…....................................

ສະບັບຫຼວງ ເຫຼັມທີ ໒໑, ສຸຕຕັນຕະປິດົກ, ອັງຄຸຕຕະຣະນິກາຍ, ຈະຕຸກກະນິບາດ, ໜ້າທີ່ ໑໑໔

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ