ການເຂົ້າເຖິງອາຊີບຂໍທານຂອງພິກຂຸ

ດູຣາພິກຂຸທັງຫຼາຍ ! ອາຊີບທີ່ຕ່ຳທີ່ສຸດ ໃນບັນດາອາຊີບທັງຫຼາຍ ຄື ການຂໍທານ.
ຄຳສາບແຊ່ງຢ່າງຍິ່ງໃນໂລກນີ້ ຄືຄຳສາບແຊ່ງວ່າ "ເຈົ້າຖືກະເບື້ອງໃນມືແລ້ວໄປຂໍທານເຖີດ" ດັ່ງນີ້.
 ດູຣາພິກຂຸທັງຫຼາຍ ! ກຸລະບຸດທັງຫຼາຍ ເຂົ້າເຖິງອາຊີບນີ້ ເປັນຜູ້ເປັນໄປໃນ   ອຳນາດແຫ່ງປະໂຫຍດເພາະ 
 ອາໄສອຳນາດແຫ່ງປະໂຫຍດ, 
 ບໍ່ແມ່ນເປັນຄົນໜີຣາຊະທັນ,
 ບໍ່ແມ່ນເປັນຄົນຂໍໃຫ້ໂຈນປ່ອຍໂຕໄປບວດ,
 ບໍ່ແມ່ນເປັນຄົນໜີໜີ້,
 ບໍ່ແມ່ນເປັນຄົນໜີໄພ, 
 ບໍ່ເປັນຄົນໄຮ້ອາຊີບ, 
 ຈິ່ງບວດ.

 ອີກຢ່າງໜຶ່ງ ກຸລະບຸດນີ້ບວດແລ້ວ ໂດຍທີ່ຄິດແບບນີ້ວ່າ ເຮົາທັງຫຼາຍເປັນຖືກຢັ່ງເອົາແລ້ວໂດຍ 
  ຄວາມເກີດ 
  ຄວາມແກ່ 
  ຄວາມເຈັບ 
  ຄວາມຕາຍ 
  ຄວາມໂສກ
  ຄວາມຄ່ຳຄວານລຳພັນ 
  ຄວາມທຸກ 
  ຄວາມເສຍໃຈ 
  ຄວາມຄັບແຄ້ນໃຈ ທັງຫຼາຍ, 
  ເປັນຜູ້ອັນຄວາມທຸກຢັ່ງເອົາແລ້ວ ມີຄວາມທຸກເປັນເບື້ອງໜ້າແລ້ວ 
  ເຮັດແນວໃດການກະທຳທີ່ສຸດແຫ່ງກອງທຸກທັງສິ້ນນີ້ ຈະເພິງປະກົດແກ່ເຮົາໄດ້ ດັ່ງນີ້.

......................................................
📜 ນັຍພຣະໄຕຣປິດົກຂັນທະກະ. ສັງ. ໑໗/໑໑໓/໑໗໗.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ