ການບໍ່ຮູ້ອະຣິຍະສັດມືດຍິ່ງກວ່າໂລກັນຕິກະ

.................(ໂລກັນຕະນະລົກ)............

  ພິກຂຸທັງຫຼາຍ ! ໂລກັນຕິກະ (ໂລກັນຕະນະຣົກ) ມີແຕ່ ຄວາມທຸກຂ໌ ມືດຄຶ້ມມົວເປັນໝອກ ສັດຕະໃນໂລກັນຕິກະນັ້ນ ບໍ່ໄດ້ຮັບລັດສະໝີພະຈັນ ແລະ ພະອາທິດເຊິ່ງມີລິດ ມີອານຸພາບ ເຊັ່ນນີ້. 

  ຂ້າແຕ່ ພຣະອົງຜູ້ຈະເຣີນ ! ຄວາມມືດນັ້ນຫຼາຍ ຄວາມມືດນັ້ນຫຼາຍແທ້ໆ ຄວາມມືດຢ່າງອື່ນ ທີ່ໃຫຍ່ຫຼວງ ກວ່າ ເປັນຕາຢ້ານກວ່າ ຄວາມມືດນີ້ມີ ຢູ່ອີກ ຫຼືບໍ່ ?

  ພິກຂຸທັງຫຼາຍ ! ຄວາມມືດຢ່າງອື່ນທີ່ໃຫຍ່ຫຼວງກວ່າ ເປັນຕາຢ້ານກວ່າ ຄວາມຮ້ອນນີ້ ມີຢູ່. 

  ຂ້າແຕ່ ພຣະອົງ ຜູ້ຈະເຣີນ ! ຄວາມມືດຢ່າງອື່ນທີ່ໃຫຍ່ຫຼວງກວ່າ ເປັນຕາຢ້ານກວ່າ ຄວາມມືດນີ້ເປັນແນວໃດໜໍ ?

  ພິກຂຸທັງຫຼາຍ ! ກໍສະມະນະ ຫຼື ພຣາມເຫຼົ່າໃດ ເຫຼົ່າໜຶ່ງ ຍ່ອມບໍ່ຮູ້ແຈ້ງຕາມຄວາມເປັນຈິງວ່າ:

* ນີ້ທຸກຂ໌

* ນີ້ເຫດຂອງທຸກ(ທຸກຂະສະມຸໄທ) 

* ນີ້ຄວາມດັບບໍ່ເຫຼືອເເຫ່ງທຸກ(ທຸກຂະນິໂຣດ)

* ນີ້ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫຼືອເເຫ່ງທຸກ(ທຸກຂະນິໂຣດະຄາມິນີປະຕິປະທາ)

  ສະມະນະ ຫຼື ພຣາມເຫຼົ່ານັ້ນ 

+ ຍ່ອມຍິນດີໃນສັງຂານທັງຫຼາຍ 

+ ອັນເປັນໄປ ພ້ອມເພື່ອຄວາມເກີດ

+ ຄວາມແກ່ 

+ ຄວາມຕາຍ 

+ ຄວາມໂສກ

+ ຄວາມລໍາພັນ 

+ ຄວາມທຸກຂ໌ 

+ ຄວາມໂທມະນັດ ແລະ

+ ຄວາມຄັບແຄ້ນໃຈ 

  ຄັນຍິນດີແລ້ວ ຍ່ອມປຸງແຕ່ງ ຄັນປຸງແຕ່ງແລ້ວ ຍ່ອມຕົກໄປສູ່ຄວາມມືດ ຄື ຄວາມເກີດ ແດ່ ... ເຮົາກ່າວວ່າ 

 “ສະມະນະພຣາມເຫຼົ່ານັ້ນ ຍ່ອມບໍ່ພົ້ນໄປຈາກຄວາມເກີດ... ຍ່ອມບໍ່ພົ້ນໄປຈາກທຸກຂ໌. 

  ພິກຂຸທົງຫຼາຍ ! ສ່ວນສະມະນະ ຫຼື ພຣາມເຫຼົ່າໃດ ເຫຼົ່າໜຶ່ງ ຍ່ອມຮູ້ແຈ້ງຕາມຄວາມເປັນຈິງວ່າ:

* ນີ້ທຸກຂ໌

* ນີ້ເຫດຂອງທຸກ(ທຸກຂະສະມຸໄທ) 

* ນີ້ຄວາມດັບບໍ່ເຫຼືອເເຫ່ງທຸກ(ທຸກຂະນິໂຣດ)

* ນີ້ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫຼືອເເຫ່ງທຸກ(ທຸກຂະນິໂຣດະຄາມິນີປະຕິປະທາ)

  ສະມະນະ ຫຼື ພຣາມເຫຼົ່ານັ້ນ 

+ ຍ່ອມບໍ່ຍິນດີໃນສັງຂານທັງຫຼາຍ

+ ອັນເປັນໄປ ພ້ອມເພື່ອຄວາມເກີດ... 

+ ຄັນບໍ່ຍິນດີແລ້ວ ຍ່ອມບໍ່ປຸງແຕ່ງ ... 

+ ຄັນບໍ່ປຸງແຕ່ງແລ້ວ 

+ ຍ່ອມບໍ່ຕົກໄປສູ່ຄວາມມືດ ຄື 

+ ຄວາມເກີດ ແດ່ ... ເຮົາກ່າວວ່າ:

 “ສະມະນະຫຼືພຣາມເຫຼົ່ານັ້ນ ຍ່ອມຫຼຸດພົ້ນ ໄປຈາກຄວາມເກີດ ... 'ຍ່ອມຫຼຸດພົ້ນໄປຈາກຄວາມທຸກຂ໌.'

  ພິກຂຸທັງຫຼາຍ ! ເພາະສະນັ້ນແລ ເຈົ້າທັງຫຼາຍຈົ່ງຕັ້ງ ຄວາມພຽນ ເພື່ອຮູ້ຕາມຄວາມເປັນຈິງວ່າ:

* ນີ້ທຸກຂ໌

* ນີ້ເຫດຂອງທຸກ(ທຸກຂະສະມຸໄທ) 

* ນີ້ຄວາມດັບບໍ່ເຫຼືອເເຫ່ງທຸກ(ທຸກຂະນິໂຣດ)

* ນີ້ຂໍ້ປະຕິບັດໃຫ້ເຖິງຄວາມດັບບໍ່ເຫຼືອເເຫ່ງທຸກ(ທຸກຂະນິໂຣດະຄາມິນີປະຕິປະທາ)

</b>ດັ່ງນີ້ເປັນຕົ້ນ.  

.......................................................................

- ບາລີ ມຫາວາຣ. ສັງ. 19/566-567/1739-1742.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ