ທານຂອງສັບປະບຸຣຸດ

ພິກຂຸທັງຫລາຍ! ສັປປຸຣິສະທານ (ທານຂອງຄົນດີ) 5 ປະການນີ້; 5 ປະການເປັນຢ່າງໃດ? ຄື

ສັບປະບຸຣຸດຍ່ອມໃຫ້ທານດ້ວຍສັດທາ,

ຍ່ອມໃຫ້ທານໂດຍເຄົາຣົບ,

ຍ່ອມໃຫ້ທານໂດຍກາລອັນຄວນ,

ເປັນຜູ້ມີຈິດອະນຸເຄາະໃຫ້ທານ,

ຍ່ອມໃຫ້ທານໂດຍບໍ່ກະທົບຕົນ ແລະ ຜູ້ອື່ນ,

ພິກຂຸທັງຫລາຍ! ສັປບຸຣຸສຄັນໃຫ້ທານດ້ວຍສັທທາແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັບຫລາຍ ມີໂພຄະຫລາຍ ແລະ ເປັນຜູ້ມີຮູບງາມ ໜ້າເບິ່ງໜ້າເຫລື້ອມໃສ ປະກອບດ້ວຍຜິວພັນອັນງາມຢ່າງຍິ່ງໃນບ່ອນທີ່ທານນັ້ນໃຫ້ຜົນ.

ຄັນໃຫ້ທານໂດຍເຄົາຣົບແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັພຫລາຍ ມີໂພຄະຫລາຍ ແລະເປັນຜູ້ມີບຸຕ ພັນລະຍາ ທາສ ຄົນໃຊ້ຫລືຄົນງານເປັນຜູ້ເຊື່ອຟັງ ງ່ຽງໂສຕະລົງສະດັບຄຳສັ່ງ ຕັ້ງໃຈໃຝ່ຮູ້ ໃນບ່ອນທີ່ທານນັ້ນໃຫ້ຜົນ.

ຄັນໃຫ້ທານໂດຍກາລອັນຄວນແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັພຫລາຍ ມີໂພຄະຫລາຍ ແລະ ເປັນຜູ້ມີຄວາມປາຖະໜາທີ່ເກີດຂຶ້ນຕາມກາລບໍຣິບູນໃນບ່ອນທີ່ທານນັ້ນໃຫ້ຜົລ.

ຄັນເປັນຜູ້ມີຈິດອະນຸເຄາະໃຫ້ທານແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັພຫລາຍ ມີໂພຄະຫລາຍ ແລະ ເປັນຜູ້ມີຈິດນ້ອມໄປເພື່ອບໍຣິໂພຄກາມຄຸນ 5 ສູງຍິ່ງຂຶ້ນໃນບ່ອນທີ່ທານນັ້ນໃຫ້ຜົນ.

ຄັນໃຫ້ທານໂດຍບໍ່ກະທົບຕົນແລະບໍ່ກະທົບຜູ້ອື່ນແລ້ວ ຍ່ອມເປັນຜູ້ຮັ່ງມີ ມີຊັພຫລາຍ ມີໂພຄະຫລາຍ ແລະຍ່ອມເປັນຜູ້ມີໂພຄະຊັພອັນບໍ່ມີພັຍອັນຕະລາຍມາແຕ່ທີ່ໃດໆ ຄື ຈາກໄຟ ຈາກນ້ຳ ຈາກພຣະຣາຊາ ຈາກໂຈຣ ຈາກຄົນທີ່ບໍ່ເປັນທີ່ຮັກ ຫລືຈາກທາຍາດໃນບ່ອນທີ່ທານນັ້ນໃຫ້ຜົນ.

ພິກຂຸທັງຫລາຍ! ສັປປຸຣິສະທານ 5 ປະການນີ້ແລ.

 ............................................................

 ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ພາສາໄທ ສະບັບຫລວງ ໜ້າທີ 22/155/148

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ