ຜົນແຫ່ງຄວາມເປັນໂສດາບັນ

 ພິກຂຸທັງຫລາຍ ! ອານິສົງແຫ່ງການເຮັດໃຫ້ແຈ້ງ ເຊິ່ງໂສດາປັດຕິຜົນ 6 ຢ່າງເຫລົ່ານີ້ມີຢູ່
ຫົກຢ່າງເຫລົ່າໃດໜໍ ? ຫົກຢ່າງຄື :-
1. ເປັນຜູ້ທ່ຽງແທ້ຕໍ່ພຣະສັດທັມ
2. ເປັນຜູ້ມີທັມອັນບໍ່ຮູ້ເສື່ອມ
3. ທຸກຂ໌ດັບໄປທຸກຂັ້ນຕອນແຫ່ງການກະທຳທີ່ກະທຳແລ້ວ
4. ເປັນບຸກຄົນຜູ້ປະກອບດ້ວຍອະສາທາລະນະຍານ(ຍານທີ່ບໍ່ທົ່ວໄປແກ່ພວກອື່ນ)
5. ເປັນບຸກຄົນຜູ້ເຫັນທັມທີ່ເປັນເຫດ ແລະ 
6. ທັມທັງຫລາຍທີ່ເກີດມາຈາກເຫດ
 ພິກຂຸທັງຫລາຍ ! ເຫລົ່ານີ້ແລ ອານິສົງແຫ່ງການເຮັດໃຫ້ແຈ້ງ ເຊິ່ງໂສດາປັດຕິຜົນ.
......................................................................
- ບາລີ ສັກກະ.ອໍ.22/490/368.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ