ສັນດານກາ


 ພິກຂຸທັງຫລາຍ.! ກາ ເປັນສັດທີ່ປະກອບດ້ວຍຄວາມຊົ່ວສິບປະການ. ສິບປະການເປັນຢ່າງໃດໜໍ?  10 ປະການ 

ຄື :

 (1) ກາ ເປັນສັດທຳລາຍຄວາມດີ.

 (2) ກາເປັນສັດຄະນອງ.

 (3) ກາ ເປັນສັດທະເຍີທະຍານ. 

 (4) ກາ ເປັນສັດກິນຫລາຍ.

 (5) ກາເປັນສັດຫຍາບຄາຍ.

 (6) ກາ ເປັນສັດບໍ່ກະລຸນາປານີ.

 (7) ກາ ເປັນສັດທຸຣະພົນ

 (8) ກາ ເປັນສັດຮ້ອງສຽງອຶງ

 (9) ກາເປັນສັດປ່ອຍສະຕິ.

 (10) ກາເປັນສັດສະສົມຂອງກິນ. 

  ພິກຂຸ ທ. !  ກາ ເປັນສັດທີ່ປະກອບດ້ວຍຄວາມຊົ່ວ 10 ປະການເຫລົ່ານີ້.

  ພິກຂຸ ທ. ! ພິກຂຸລາມົກ ກໍເຊັ່ນດຽວກັບການັ້ນແຫລະ ເປັນຄົນປະກອບດ້ວຍ ອະສັດທັມສິບປະການ.  

10 ປະການຢ່າງໃດກັນໝໍ? ສິບປະການຄື :

 (1) ພິກຂຸລາມົກ ເປັນຄົນທຳລາຍຄວາມດີ. 

 (2) ພິກຂຸລາມົກເປັນຄົນຄະນອງ. 

 (3) ພິກຂຸລາມົກ ເປັນຄົນທະເຍີທະຍານ. 

 (4) ພິກຂຸລາມົກ ເປັນຄົນກິນຫລາຍ.

 (5) ພິກຂຸລາມົກ ເປັນຄົນຫຍາບຄາຍ. 

 (6) ພິກຂຸລາ ມົກ ເປັນຄົນບໍ່ກະລຸນນາປານີ.  

 (7) ພິກຂຸກລາມົກເປັນຄົນທຸລະພົນ.

 (8) ພິກຂຸລາມົກ ເປັນຄົນເວົ້າສຽງອຶງ 

 (9) ພິກຂຸລາມົກ ເປັນຄົນປ່ອຍສະຕິ.  

 (10) ພິກຂຸລາມົກ ເປັນຄົນສະສົມຂອງກິນ. 

 ພິກຂຸ ທ. ! ພິກຂຸລາມົກ ເປັນຄົນປະກອບດ້ວຍ

ສັດທຳ 10 ປະການ ເຫລົ່ານີ້ແລ. 

...............................................

 ບາລີ ພຣະພຸທທະພາສິຕ ທສກ.  ອໍ. ໒໔/໑໕໙/໗໗

ຕຣັສແກ່ພິກຂຸທັງຫລາຍ.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ