ອະຄະຕິ 4

ພິກຂຸທັງຫລາຍ! ການເຖິງເຊິ່ງອະຄະຕິ 4 ປະການນີ້, 4 ປະການເປັນຢ່າງໃດ? ຄື:

* ບຸກຄົນຍ່ອມລຳອ່ຽງເພາະຮັກ (ສັນທາຄະຕິງ ຄັຈສະຕິ),

* ຍ່ອມລຳອ່ຽງເພາະຊັງ (ໂທສາຄະຕິງ ຄັຈສະຕິ),

* ຍ່ອມລຳອ່ຽງເພາະຫລົງ (ໂມຫາຄະຕິງ ຄັຈສະຕິ),

* ຍ່ອມລຳອ່ຽງເພາະຢ້ານ (ພະຍາຄະຕິງ ຄັຈສະຕິ)

ພິກຂຸທັງຫລາຍ! ການເຖິງເຊິ່ງອະຄະຕິ 4 ປະການນີ້ແລ.

ຜູ້ໃດປະພຶດລ່ວງທັມເພາະຄວາມຮັກ ເພາະຄວາມຊັງ ເພາະຄວາມຫລົງ ເພາະຄວາມຢ້ານ ຍົດຂອງຜູ້ນັ້ນຍ່ອມເສື່ອມ ເໝືອນດວງຈັນໃນຂ້າງແຮມ ສັນນັ້ນ.

ພິກຂຸທັງຫລາຍ! ການບໍ່ເຖິງເຊິ່ງອະຄະຕິ 4 ປະການນີ້, 4 ປະການເປັນຢ່າງໃດ? ຄື:

* ບຸກຄົນຍ່ອມບໍ່ລຳອ່ຽງເພາະຮັກ (ນະ ສັນທາຄະຕິງ ຄັຈສະຕິ),

* ຍ່ອມບໍ່ລຳອ່ຽງເພາະຊັງ (ນະ ໂທສາຄະຕິງ ຄັຈສະຕິ),

* ຍ່ອມບໍ່ລຳອ່ຽງເພາະຫລົງ (ນະ ໂມຫາຄະຕິງ ຄັຈສະຕິ),

* ຍ່ອມບໍ່ລຳອ່ຽງເພາະຢ້ານ (ນະ ພະຍາຄະຕິງ ຄັຈສະຕິ)

ພິກຂຸທັງຫລາຍ! ການບໍ່ເຖິງເຊິ່ງອະຄະຕິ 4 ປະການນີ້ແລ.

ຜູ້ໃດບໍ່ປະພຶດລ່ວງທັມເພາະຄວາມຮັກ ເພາະຄວາມຊັງ ເພາະຄວາມຫລົງ ເພາະຄວາມຢ້ານ ຍົດຂອງຜູ້ນັ້ນຍ່ອມເຕັມປ່ຽມ ເໝືອນດວງຈັນໃນຂ້າງຂຶ້ນ ສັນນັ້ນ.

.............................................................................

ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໑໘/໑໙

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ