Posts

ວ່າດ້ວຍທາງຫລີກລ້ຽງຄົນຊົ່ວ

Image
ດູຣາຈຸນທະ ປຽບເໝືອນທາງທີ່ບໍ່ລຽບ ກໍຕ້ອງມີທາງເສັ້ນອື່ນທີ່ລຽບ ສຳລັບຫລີກທາງທີ່ບໍ່ລຽບນັ້ນ ອັນໜຶ່ງ ປຽບເໝືອນທ່ານ້ຳທີ່ບໍ່ພຽງລຽບ ກໍເພິ່ງມີທ່ານ້ຳອື່ນທີ່ພຽງລຽບ ສຳລັບຫລີກທ່ານ້ຳທີ່ບໍ່ພຽງລຽບນັ້ນ - ຄວາມບໍ່ບຽດບຽນກໍສັນນັ້ນແລ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ບຽດບຽນ. - ການງົດເວັ້ນຈາກປານາຕິບາດ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ຂ້າສັດ. - ການງົດເວັ້ນຈາກອະທິນນາທານ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ລັກຊັບ. - ການປະພຶດພຣົມມະຈັນ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ເສບເມຖຸນ. - ການງົດເວັ້ນຈາກມຸສາວາດ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ເວົ້າບໍ່ຈິງ. - ການງົດເວັ້ນຈາກປິສຸນາວາຈາ ເປັນທາງສຳລັບຫລີກລ້ຽງລ້ຽງບຸກຄົນຜູ້ກ່າວສໍ່ສຽດ. - ການງົດເວັ້ນຈາກຜະຣຸສະວາຈາ ເປັນທາງສຳລັບຫລີກລ້ຽງບຸຄຄົນຜູ້ກ່າວຄຳຫຍາບ. - ການງົດເວັ້ນຈາກສັມຜັບປະລາປະ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ເວົ້າເພີ້ເຈີ້. - ຄວາມເປັນຜູ້ບໍ່ເພັ່ງເລັງ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມັກເພັ່ງເລັງ. - ຄວາມບໍ່ພະຍາບາດ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີຈິດພະຍາບາດ. - ຄວາມເຫັນຖືກຕ້ອງ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີຄວາມເຫັນຜິດ. - ຄວາມດຳຣິຖືກຕ້ອງ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີຄວາມດຳຣິຜິດ. - ການກ່າວວາຈາຖືກຕ້ອງ ເປັນທາງສຳລັບຫລີກລ

ການກະທຳທີ່ເປັນເຫດໃຫ້ໄປສູ່ນະຣົກ

Image
ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ; ທັມ 4 ປະການເປັນແນວໃດ? ຄື:  1. ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ກ່າວສັນລະເສີນບຸກຄົນທີ່ຄວນຕິຕຽນ.  2. ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ກ່າວຕິຕຽນບຸກຄົນທີ່ຄວນສັນລະເສີນ.  3. ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມເຫລື້ອມໃສໃນຖານະທີ່ບໍ່ຄວນເຫລື້ອມໃສ.  4. ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມບໍ່ເຫລື້ອມໃສໃນຖານະທີ່ຄວນເຫລື້ອມໃສ.  ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການນີ້ແລ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ.  ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການນີ້ ຍ່ອມເກີດໃນສະຫວັນເໝືອນຖືກເຊີນມາ; ທັມ 4 ປະການເປັນແນວໃດ? ຄື:  1. ພິຈາຣະນາໃຄ່ຄວນກ່ອນແລ້ວ ຕິຕຽນບຸກຄົນທີ່ຄວນຕິຕຽນ.  2. ພິຈາຣະນາໃຄ່ຄວນກ່ອນແລ້ວ ສັນລະເສີນບຸກຄົນທີ່ຄວນສັນລະເສີນ.  3. ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມບໍ່ເຫລື້ອມໃສໃນຖານະທີ່ບໍ່ຄວນເຫລື້ອມໃສ.  4. ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມເຫລື້ອມໃສໃນຖານະທີ່ຄວນເຫລື້ອມໃສ. ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 4 ປະການນີ້ແລ ຍ່ອມເກີດໃນສະຫວັນເໝືອນຖືກເຊີນມາ. ........................................................... ພຣະໄຕປິດົກສະບັບຫລວງ ພາສາໄທ ໒໑/໘໓/໘໓

ທັມເປັນຮຸ່ງອາລຸນແຫ່ງອະຣິຍະມັກມີອົງຄ໌ 8

Image
ພິກຂຸທັງຫລາຍ! ເມື່ອດວງອາທິດກຳລັງຂຶ້ນ ສິ່ງທີ່ມາກ່ອນເປັນນິມິດໃຫ້ເຫັນກ່ອນ ຄື: ການປາກົດແຫ່ງອາລຸນ ສັນໃດ;  ພິກຂຸທັງຫລາຍ! ເມື່ອມີການເກີດຂຶ້ນແຫ່ງອະຣິຍະມັຄມີອົງຄ໌ 8   ຂອງພິກຂຸ ສິ່ງທີ່ມາກ່ອນ ເປັນນິມິດໃຫ້ເຫັນກ່ອນ ຄື ຄວາມເປັນຜູ້ມີກັນລະຍານະມິດ ສັນນັ້ນເໝືອນກັນ.  ພິກຂຸທັງຫລາຍ! ນີ້ຄືຄວາມຫວັງຂອງພິກຂຸຜູ້ມີກັນລະຍານະມິດ ຄື: ທ່ານຈັກຈະເຣີນອະຣິຍະມັຄມີອົງຄ໌ 8 ໄດ້ ຈັກກະທຳໃຫ້ຫລາຍເຊິ່ງອະຣິຍະມັຄມີອົງຄ໌ 8 ໄດ້.  ຫິງຫ້ອຍ ນັ້ນຍ່ອມສ່ອງແສງຢູ່ໄດ້ຊົ່ວເວລາທີ່ດວງອາທິດຍັງບໍ່ຂຶ້ນມາ ຄັນດວງອາທິດຂຶ້ນມາ ຫິງຫ້ອຍກໍໝົດແສງບໍ່ມີສະຫວ່າງອີກເດຍຣະຖີທັງຫລາຍກໍເປັນເຊັ່ນນັ້ນ ໂອກາດຢູ່ໄດ້ຊົ່ວເວລາທີ່ບຸກຄົນ ຜູ້ຕຣັດສະຮູ້ຊອບໄດ້ດ້ວຍຕົນເອງຍັງບໍ່ເກີດຂຶ້ນໃນໂລກ ພວກທີ່ໄດ້ແຕ່ນຶກໆເອົາ ຍ່ອມບໍຣິສຸດບໍ່ໄດ້ ແມ່ນແຕ່ສາວົກຂອງເຂົາກໍເໝືອນກັນ ຜູ້ທີ່ມີຄວາມເຫັນຜິດ ຍ່ອມບໍ່ພົ້ນທຸກຂ໌ໄປໄດ້ເລີຍ. .............................................. - ມະຫາວາຣ.ສໍ. ໑໙/໓໖/໑໒໙.

ຂໍ້ປະຕິບັດທີ່ໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ

Image
ພິກຂຸທັງຫລາຍ! ກາລ 4 ນີ້ ອັນບຸກຄົນບຳເພັນໂດຍຊອບ ກະທຳໃຫ້ເປັນໄປໂດຍຊອບ ຍ່ອມໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ. ກາລ 4 ເປັນແນວໃດ? ຄື:   1.ການຟັງທັມຕາມການ.  2.ການສົນທະນາທັມຕາມການ.  3.ສະມະຖະຕາມການ.  4.ວິປັດສະນາຕາມການ. ພິກຂຸທັງຫລາຍ! ການ 4 ນີ້ແລ ອັນບຸກຄົນບຳເພັນໂດຍຊອບ ກະທຳໃຫ້ເປັນໄປໂດຍຊອບ ຍ່ອມໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ.  ພິກຂຸທັງຫລາຍ! ເມື່ອຝົນເມັດໃຫຍ່ຕົກລົງເທິງພູເຂົາ ນ້ຳໄຫລໄປຕາມທີ່ຕ່ຳ ຍ່ອມເຮັດໃຫ້ຮ່ອມພູ ລຳທານ ແລະ ຫ້ວຍເຕັມ ເມື່ອຮ່ອມພູ ລຳທານ ແລະ ຫ້ວຍເຕັມແລ້ວ ຍ່ອມເຮັດໃຫ້ ໜອງເຕັມ ເມື່ອໜອງເຕັມແລ້ວ ຍ່ອມເຮັດໃຫ້ບຶງເຕັມ ເມື່ອບຶງເຕັມແລ້ວ ຍ່ອມເຮັດໃຫ້ແມ່ນ້ຳນ້ອຍເຕັມ ເມື່ອແມ່ນ້ຳນ້ອຍເຕັມແລ້ວ ຍ່ອມເຮັດໃຫ້ແມ່ນ້ຳໃຫຍ່ເຕັມ ເມື່ອແມ່ນ້ຳໃຫຍ່ເຕັມແລ້ວ ຍ່ອມເຮັດໃຫ້ສະໝຸດສາຄອນເຕັມ ສັນໃດ; ພິກຂຸທັງຫລາຍ! ການ 4 ນີ້ອັນບຸກຄົນບຳເພັນໂດຍຊອບ ກະທຳໃຫ້ເປັນໄປໂດຍຊອບ ຍ່ອມໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ ສັນນັ້ນເໝືອນກັນ. ................................................................... ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໑໓໙/໑໔໗

ການຈະເຣີນອານາປານະສະຕິສະມາທິ

Image
ອານົນທ໌! ກໍອານາປານະສະຕິເປັນຢ່າງໃດໜໍ? ອານົນທ໌! ພິກຂຸໃນທັມວິໄນນີ້ ໄປສູ່ປ່າກໍດີ ໄປສູ່ເຫງົ້າໄມ້ກໍດີ ໄປສູ່ເຮືອນວ່າງກໍດີ ນັ່ງຄູ້ບັນລັງ ຕັ້ງກາຍຕົງ ດຳຣົງສະຕິໄວ້ສະເພາະໜ້າ ເຂົາມີສະຕິຫາຍໃຈເຂົ້າ ມີສະຕິ ຫາຍໃຈອອກ. ເມື່ອຫາຍໃຈເຂົ້າຍາວ ກໍຮູ້ວ່າ ຫາຍໃຈເຂົ້າຍາວ; ເມື່ອຫາຍໃຈອອກຍາວ ກໍຮູ້ວ່າຫາຍໃຈອອກຍາວ. ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ວ່າ ຫາຍໃຈເຂົ້າສັ້ນ; ເມື່ອຫາຍໃຈອອກສັ້ນ ກໍຮູ້ວ່າ ຫາຍໃຈອອກສັ້ນ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ. ຍ່ອມທຳການຝຶກຫັດສຶກສາວ່າ: ຈັກກະທຳກາຍສັງຂານໃຫ້ສະຫງົບຣະງັບ ຫາຍໃຈເຂົ້າ. ຍ່ອມທຳການຝຶກຫັດສຶກສາວ່າ: ຈັກກະທຳກາຍສັງຂານໃຫ້ສະຫງົບຣະງັບ ຫາຍໃຈອອກ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈເຂົ້າ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງສຸກ ຫາຍໃຈເຂົ້າ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງສຸກ ຫາຍໃຈອອກ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງຈິດຕະສັງຂານ ຫາຍໃຈເຂົ້າ. ຍ່ອມທຳການຝຶກຫັດສຶກສາວ່າ: ຮູ້ພ້ອມສະເພາະເຊິ່ງຈິຕຕະສັງຂານ ຫາຍໃຈອອກ. ຍ່ອມທ

ຄວາມປາຖະນາແຫ່ງໃຈຂອງບຸກຄົນຜູ້ມີສີນຍ່ອມສຳເລັດໄດ້ເພາະຈິດບໍຣິສຸດ

Image
ພິກຂຸທັງຫລາຍ! ເຫດເກີດຂຶ້ນແຫ່ງທານ 8 ປະການນີ້, 8 ປະການເປັນຢ່າງໃດ?  ພິກຂຸທັງຫລາຍ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານຄື: ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໃສ ແລະ ປະທີບໂຄມໄຟແກ່ສະມະນະຫລື ພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາເຫັນກະສັດມະຫາສານ ພຣາມມະຫາສານ ຫລື ຄະຫະບໍດີມະຫາສານ ຜູ້ເອີບອິ່ມພັ່ງພ້ອມບຳເຣີຢູ່ດ້ວຍກາມຄຸນ 5 ເຂົາຈຶ່ງມີຄວາມປາຖະໜາຢ່າງນີ້ວ່າ ໂອໜໍ ເມື່ອແຕກກາຍຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັດມະຫາສາດ ພຣາມມະຫາສານ ຫລື ຄະຫະບໍດີມະຫາສານ ເຂົາຕັ້ງຈິດນັ້ນ ອະທິຖານຈິດນັ້ນ ຈະເຣີນຈິດນັ້ນຢູ່ ຈິດຂອງເຂົານຶກນ້ອມໄປໃນທາງຊາມ ບໍ່ຈະເຣີນຍິ່ງຂຶ້ນ (ໂສ ຕັງ ຈິຕຕັງ ປະທະຫະຕິ ຕັງ ຈິຕຕັງ ອະທິຕຖາຕິ ຕັງ ຈິຕຕັງ ພາເວຕິ ຕັສສະ ຕັງ ຈິຕຕັງ ຫີເນທິມຸຕຕັງ ອຸຕຕຣິງ ອະພາວິຕັງ) ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັດມະຫາສານ ພຣາມມະຫາສານ ຫລື ຄະຫະບໍດີມະຫາສານ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີນ ບໍ່ແມ່ນຂອງຜູ້ທຸສີນ. ພິກຂຸທັງຫລາຍ! ຄວາມປາຖນາແຫ່ງໃຈຂອງບຸກຄົນຜູ້ມີສີນຍ່ອມສຳເລັດໄດ້ເພາະຈິດບໍຣິສຸດ.  ພິກຂຸທັງຫລາຍ! ສ່ວນບຸກຄົນບາງຄົນໃນໂລກນີ້ ໃຫ້ທານຄື: ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ

ຕະຖາຄົດເປັນພຽງຜູ້ບອກທາງ

Image
...​ພຣາມ ເຊັ່ນໃດກໍເຊັ່ນນັ້ນ ທີ່ພຣະນິບພານ ກໍຍັງຕັ້ງຢູ່,​ ຫົນທາງເປັນເຄື່ອງໃຫ້ເຖີງນິບພານ ກໍຍັງຕັ້ງຢູ່,​ ຜູ້ຊັກຊວນກໍ່ຍັງຕັ້ງຢູ່,​ ແຕ່ສາວົກແມ່ນວ່າເຮົາກ່າວສອນ ພ່ຳສອນຢູ່ແນວນີ້ ໜ້ອຍພວກໄດ້ບັນລຸນິບພານ ອັນເປັນຜົນສຳເລັດຍິ່ງ,​ ບາງພວກບໍ່ໄດ້ບັນລຸ. ພຣາມ ໃນເລື້ອງນີ້​ ເຮົາຈະເຮັດແນວໃດໄດ້ໜໍ,​ ເເພາະເຮົາເປັນແຕ່ຜູ້ບອກທາງເທົ່ານັ້ນ. ....................................... - ອຸປຣິ.​ມ.​ ໑໔/໘໕/໑໐໑.