ວ່າດ້ວຍທາງຫລີກລ້ຽງຄົນຊົ່ວ

ດູຣາຈຸນທະ ປຽບເໝືອນທາງທີ່ບໍ່ລຽບ ກໍຕ້ອງມີທາງເສັ້ນອື່ນທີ່ລຽບ ສຳລັບຫລີກທາງທີ່ບໍ່ລຽບນັ້ນ

ອັນໜຶ່ງ ປຽບເໝືອນທ່ານ້ຳທີ່ບໍ່ພຽງລຽບ ກໍເພິ່ງມີທ່ານ້ຳອື່ນທີ່ພຽງລຽບ ສຳລັບຫລີກທ່ານ້ຳທີ່ບໍ່ພຽງລຽບນັ້ນ

- ຄວາມບໍ່ບຽດບຽນກໍສັນນັ້ນແລ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ບຽດບຽນ.

- ການງົດເວັ້ນຈາກປານາຕິບາດ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ຂ້າສັດ.

- ການງົດເວັ້ນຈາກອະທິນນາທານ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ລັກຊັບ.

- ການປະພຶດພຣົມມະຈັນ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ເສບເມຖຸນ.

- ການງົດເວັ້ນຈາກມຸສາວາດ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ເວົ້າບໍ່ຈິງ.

- ການງົດເວັ້ນຈາກປິສຸນາວາຈາ ເປັນທາງສຳລັບຫລີກລ້ຽງລ້ຽງບຸກຄົນຜູ້ກ່າວສໍ່ສຽດ.

- ການງົດເວັ້ນຈາກຜະຣຸສະວາຈາ ເປັນທາງສຳລັບຫລີກລ້ຽງບຸຄຄົນຜູ້ກ່າວຄຳຫຍາບ.

- ການງົດເວັ້ນຈາກສັມຜັບປະລາປະ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ເວົ້າເພີ້ເຈີ້.

- ຄວາມເປັນຜູ້ບໍ່ເພັ່ງເລັງ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມັກເພັ່ງເລັງ.

- ຄວາມບໍ່ພະຍາບາດ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີຈິດພະຍາບາດ.

- ຄວາມເຫັນຖືກຕ້ອງ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີຄວາມເຫັນຜິດ.

- ຄວາມດຳຣິຖືກຕ້ອງ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີຄວາມດຳຣິຜິດ.

- ການກ່າວວາຈາຖືກຕ້ອງ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີວາຈາຜິດ.

- ການງານຖືກຕ້ອງ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີການງານຜິດ.

- ການລ້ຽງຊີບຖືກຕ້ອງ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີອາຊີບຜິດ.

- ຄວາມພຽນຖືກຕ້ອງ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີຄວາມພຽນຜິດ.

- ຄວາມລະນຶກຖືກຕ້ອງ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີຄວາມລະນຶກຜິດ.

- ຄວາມຕັ່ງໃຈຖືກຕ້ອງ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ຕັ້ງໃຈຜິດ.

- ຄວາມຮູ້ຖືກຕ້ອງ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີຄວາມຮູ້ຜິດ.

- ວິມຸດຕິຖືກຕ້ອງ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີວິມຸດຕິຜິດ.

- ຄວາມເປັນຜູ້ປາສະຈາກຖີ່ນະມິດທະ ເປັນທາງສຳລັບຫລີກລ້ຽງບຸກຄົນຖືກຖີ່ນະມິດທະຄອບງຳ.

- ຄວາມບໍ່ຟຸ້ງຊ່ານ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີຈິດຟຸ້ງຊ່ານ.

- ຄວາມເປັນຜູ້ຂ້າມພົ້ນຈາກຄວາມສົງໃສ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີຄວາມສົງໃສ.

- ຄວາມບໍ່ໂກດ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມັກໂກດ.

- ຄວາມບໍ່ເຂົ້າໄປຜູກໂກດ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ເຂົ້າໄປຜູກໂກດ.

- ຄວາມບໍ່ລົບລູ່ຄຸນທ່ານ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມັກລົບລູ່ຄຸນທ່ານ.

- ຄວາມບໍ່ຍົກຕົນທຽມທ່ານ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມັກຍົກຕົນທຽມທ່ານ.

- ຄວາມບໍ່ຣິດສະຫຍາ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ຣິດສະຫຍາ.

- ຄວາມບໍ່ຂີ້ຖີ່ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ຂີ້ຖີ່.

- ຄວາມບໍ່ໂອ້ອວດ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ໂອ້ອວດ.

- ຄວາມບໍ່ມີມານຍາ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີມານຍາ.

- ຄວາມເປັນຄົນບໍ່ດື້ດ້ານ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ດື້ດ້ານ.

- ຄວາມບໍ່ດູໝິ່ນທ່ານ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ດູໝິ່ນທ່ານ.

- ຄວາມເປັນຜູ້ວ່າງ່າຍ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ວ່າຍາກ.

- ຄວາມເປັນຜູ້ມີມິດດີ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ມີມິດຊົ່ວ.

- ຄວາມບໍ່ປະໝາດ ເປັນທາງສຳຫລັບຫລີກລ້ຽງບຸກຄົນຜູ້ປະໝາດ.

- ຄວາມມີສັດທາ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ບໍ່ມີສັດທາ.

- ຄາມລະອາຍຕໍ່ບາບ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ບໍ່ມີຄວາມລະອາຍຕໍ່ບາບ.

- ຄວາມສະດຸ້ງກົວຕໍ່ບາບ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ບໍ່ມີຄວາມສະດຸ້ງກົວຕໍ່ບາບ.

- ຄວາມເປັນພະຫູສູດ ເປັນທາງສຳລັບຫລີກລ້ຽງ ບຸກຄົນຜູ້ມີການສະດັບໜ້ອຍ.

- ການປາຣົກຄວາມພຽນ ເປັນທາງສຳລັບຫລີກລ້ຽງ ບຸກຄົນຜູ້ຂີ້ຄ້ານ.

ຄວາມເປັນຜູ້ມີສະຕິດຳຣົງໝັ້ນ ເປັນທາງສຳລັບຫລີກລ້ຽງ ບຸກຄົນຜູ້ມີສະຕິຫລົງລືມ.

- ຄວາມເຖິງພ້ອມດ້ວຍປັນຍາ ເປັນທາງສຳລັບຫລີກລ້ຽງ ບຸກຄົນຜູ້ມີປັນຍາຊາມ.

- ຄວາມເປັນຜູ້ບໍ່ລູບຄຳທິດຖິຂອງຕົນ ບໍ່ຢຶດຖືໝັ້ນຄົງ ແລະ ບຸກຄົນອື່ນໃຫ້ລະຄືນໄດ້ໂດຍງ່າຍ ເປັນທາງສຳລັບຫລີກລ້ຽງບຸກຄົນຜູ້ລູບຄຳທິດຖິຂອງຕົນຢຶດຖືໝັ້ນຄົງ ແລະບຸກຄົນອື່ນ ໃຫ້ສະຫລະຄືນໄດ້ໂດຍຍາກ.

ດູຣາຈຸນທະ ປຽບເໝືອນອະກຸສົນທັມທັງມວນ ເປັນເຫດໃຫ້ເຖິງຄວາມເປັນເບື້ອງລຸ່ມ

ກຸສົນທັມທັງມວນເປັນເຫດໃຫ້ເຖິງຄວາມເປັນເບື້ອງເທິງ ເຊັ່ນໃດ...

ຄວາມບໍ່ບຽດບຽນກໍເຊັ່ນນັ້ນແລ ຍ່ອມເປັນທັມສຳລັບ ຄວາມເປັນເບື້ອງເທິງຂອງບຸກຄົນຜູ້ບຽດບຽນ.

ການງົດເວັ້ນຈາກປານາຕິບາດ ຍ່ອມເປັນທັມສຳລັບ ຄວາມເປັນເບື້ອງເທິງຂອງບຸກຄົນຜູ້ຂ້າສັດ

ການງົດເວັ້ນຈາກອະທິນນາທານ ຍ່ອມເປັນທັມສຳລັບ ຄວາມເປັນເບື້ອງເທິງຂອງບຸກຄົນຜູ້ລັກຊັບ ແລະ ອື້ນໆ

ຄວາມເປັນຜູ້ບໍ່ລູບຄຳທິດຖິຂອງຕົນ ບໍ່ຢຶດຖືໝັ້ນຄົງ ແລະ ສະລະຄືນໄດ້ໂດຍງ່າຍເປັນທາງສຳລັບຄວາມເບື້ອງເທິງຂອງບຸກຄົນຜູ້ລູບຄຳທິດຖິຂອງຕົນ ຢຶດຖືໝັ້ນຄົງ ແລະ ສະລະຄືນໄດ້ໂດຍຍາກ.



ພຣະໄຕປິດົກ ໄທ (ສະບັບຫລວງ) ເຫລັ້ມ ໑໒.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ