ນອນກອດກອງໄຟນັ້ນແຫລະດີກວ່າ
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍເຫັນກອງໄຟໃຫຍ່ອັນຮ້ອນແຮງ ລຸກໄໝ້ຢູ່ ມີແສງສະຫວ່າງສະໄຫວນັ້ນ ຫລື ບໍ່? "ເຫັນ" ພຣະອົງຄ໌ຜູ້ຈະຈະເຣີນ! ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນີ້ວ່າແນວໃດ ວ່າອັນໃດຈະດີກວ່າກັນ ຄື: ການທີ່ເຂົ້າໄປນັ່ງກອດ ນອນກອດກອງໄຟໃຫຍ່ອັນຮ້ອນແຮງ ລຸກໄໝ້ຢູ່ ມີແສງສະຫວ່າງສະໄຫວ ກັບການທີ່ເຂົ້າໄປນັ່ງກອດ ນອນກອດນາງສາວນ້ອຍຂອງກະສັດ ຫລື ນາງສາວນ້ອຍຂອງພຣາມ ຫລື ນາງສາວນ້ອຍຂອງຄະຫະບໍດີ ຜູ້ມີຝາມືຝາເທົ້າອັນນິ້ມນວນ? ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ການທີ່ເຂົ້າໄປນັ່ງກອດ ນອນກອດນາງສາວນ້ອຍຂອງກະສັດ ຫລື ນາງສາວນ້ອຍຂອງພຣາມ ຫລື ນາງສາວນ້ອຍຂອງຄະຫະບໍດີ ຜູ້ມີຝາມືຝາເທົ້າອັນນິ້ມນວນນັ້ນແຫລະດີກວ່າ ເພາະວ່າການທີ່ເຂົ້າໄປນັ່ງກອດ ນອນກອດກອງໄຟໃຫຍ່ອັນຮ້ອນແຮງ ລຸກໄໝ້ຢູ່ ມີແສງສະຫວ່າງສະໄຫວ ນັ້ນເປັນຄວາມທຸກຂ໌ທົນໄດ້ຍາກ ພຣະອົງຄ໌ຜູ້ຈະເຣີນ! ພິກຂຸທັງຫລາຍ! ເຮົາຈະບອກ ເຮົາຈະອະທິບາຍແກ່ພວກເຈົ້າທັງຫລາຍໃຫ້ເຂົ້າໃຈ ການທີ່ເຂົ້າໄປນັ່ງກອດ ນອນກອດກອງໄຟໃຫຍ່ອັນຮ້ອນແຮງ ລຸກໄໝ້ຢູ່ ມີແສງສະຫວ່າງສະໄຫວ ນັ້ນແຫລະດີກວ່າ ສຳຫລັບຄົນເຊິ່ງເປັນຄົນທຸສີນ ມີຄວາມເປັນຢູ່ຊົ່ວຊາມ ບໍ່ສະອາດ ມີຄວາມປະພຶດຊະນິດທີ່ຕົນເອງນຶກແລ້ວກໍກິນແໜງຕົວເອງ ມີການກະທຳທີ່ຕ້ອງປົກປິດເຊື່ອງຊ້ອນ ບໍ່