ນອນກອດກອງໄຟນັ້ນແຫລະດີກວ່າ

ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍເຫັນກອງໄຟໃຫຍ່ອັນຮ້ອນແຮງ ລຸກໄໝ້ຢູ່ ມີແສງສະຫວ່າງສະໄຫວນັ້ນ ຫລື ບໍ່?

 "ເຫັນ" ພຣະອົງຄ໌ຜູ້ຈະຈະເຣີນ!

 ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນີ້ວ່າແນວໃດ ວ່າອັນໃດຈະດີກວ່າກັນ ຄື: ການທີ່ເຂົ້າໄປນັ່ງກອດ ນອນກອດກອງໄຟໃຫຍ່ອັນຮ້ອນແຮງ ລຸກໄໝ້ຢູ່ ມີແສງສະຫວ່າງສະໄຫວ ກັບການທີ່ເຂົ້າໄປນັ່ງກອດ ນອນກອດນາງສາວນ້ອຍຂອງກະສັດ ຫລື ນາງສາວນ້ອຍຂອງພຣາມ ຫລື ນາງສາວນ້ອຍຂອງຄະຫະບໍດີ ຜູ້ມີຝາມືຝາເທົ້າອັນນິ້ມນວນ?

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ການທີ່ເຂົ້າໄປນັ່ງກອດ ນອນກອດນາງສາວນ້ອຍຂອງກະສັດ ຫລື ນາງສາວນ້ອຍຂອງພຣາມ ຫລື ນາງສາວນ້ອຍຂອງຄະຫະບໍດີ ຜູ້ມີຝາມືຝາເທົ້າອັນນິ້ມນວນນັ້ນແຫລະດີກວ່າ ເພາະວ່າການທີ່ເຂົ້າໄປນັ່ງກອດ ນອນກອດກອງໄຟໃຫຍ່ອັນຮ້ອນແຮງ ລຸກໄໝ້ຢູ່ ມີແສງສະຫວ່າງສະໄຫວ ນັ້ນເປັນຄວາມທຸກຂ໌ທົນໄດ້ຍາກ ພຣະອົງຄ໌ຜູ້ຈະເຣີນ!

 ພິກຂຸທັງຫລາຍ! ເຮົາຈະບອກ ເຮົາຈະອະທິບາຍແກ່ພວກເຈົ້າທັງຫລາຍໃຫ້ເຂົ້າໃຈ ການທີ່ເຂົ້າໄປນັ່ງກອດ ນອນກອດກອງໄຟໃຫຍ່ອັນຮ້ອນແຮງ ລຸກໄໝ້ຢູ່ ມີແສງສະຫວ່າງສະໄຫວ ນັ້ນແຫລະດີກວ່າ ສຳຫລັບຄົນເຊິ່ງເປັນຄົນທຸສີນ ມີຄວາມເປັນຢູ່ຊົ່ວຊາມ ບໍ່ສະອາດ ມີຄວາມປະພຶດຊະນິດທີ່ຕົນເອງນຶກແລ້ວກໍກິນແໜງຕົວເອງ ມີການກະທຳທີ່ຕ້ອງປົກປິດເຊື່ອງຊ້ອນ ບໍ່ແມ່ນສະມະນະກໍປະຕິຍານວ່າ ເປັນສະມະນະ ບໍ່ແມ່ນຄົນປະພຶດພຣົມມະຈັນກໍປະຕິຍານຕົນວ່າ ປະພຶດພຣົມມະຈັນ ເປັນຄົນເນົ່າໃນ ປຽກແຊະ ມີສັນຊາດໝັກໝົມ ເໝືອນບໍ່ທີ່ເທຂີ້ເຫຍື່ອມູນຝອຍ ຂໍ້ນັ້ນເພາະເຫດໃດ?

 ພິກຂຸທັງຫລາຍ! ເພາະວ່າ ການທີ່ເຂົາຈະຕ້ອງຕາຍ ຫລື ໄດ້ຮັບທຸກຂ໌ປາງຕາຍເນື່ອງຈາກເຫດທີ່ເຂົາເຂົ້າໄປນັ່ງກອດ ນອນກອດກອງໄຟໃຫຍ່ນັ້ນ ບໍ່ໄດ້ເປັນເຫດໃຫ້ເຂົາຕ້ອງເກີດໃນອະບາຍ ທຸຄະຕິ ວິນິບາດ ນະຣົກ ພາຍຫລັງແຕ່ການຕາຍ ເພາະການທຳລາຍແຫ່ງກາຍ; ສ່ວນການທີ່ເຂົາເປັນຄົນທຸສີນ ມີຄວາມເປັນຢູ່ຊົ່ວຊາມ ບໍ່ສະອາດ ມີຄວາມປະພຶດຊະນິດທີ່ຕົນເອງນຶກແລ້ວກໍກິນແໜງຕົວເອງ ມີການກະທຳທີ່ຕ້ອງປົກປິດເຊື່ອງຊ້ອນ ບໍ່ແມ່ນສະມະນະກໍປະຕິຍານວ່າ ເປັນສະມະນະ ບໍ່ແມ່ນຄົນປະພຶດພຣົມມະຈັນກໍປະຕິຍານຕົນວ່າ ປະພຶດພຣົມມະຈັນ ເປັນຄົນເນົ່າໃນ ປຽກແຊະ ມີສັນຊາດໝັກໝົມ ເໝືອນບໍ່ທີ່ເທຂີ້ເຫຍື່ອມູນຝອຍ ແລ້ວຍັງຈະເຂົ້າໄປນັ່ງກອດ ນອນກອດນາງສາວນ້ອຍຂອງກະສັດ ຫລື ນາງສາວນ້ອຍຂອງພຣາມ ຫລື ນາງສາວນ້ອຍຂອງຄະຫະບໍດີ ຜູ້ມີຝາມືຝາເທົ້າອັນນິ້ມນວນນັ້ນ ຍ່ອມເປັນໄປເພື່ອຄວາມທຸກຂ໌ ບໍ່ເກື້ອກູນແກ່ເຂົາຕະລອດກາລະນານ ພາຍຫລັງແຕ່ການຕາຍ ເພາະການທຳລາຍແຫ່ງກາຍ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາດ ນະຣົກ. 

...................................................

ຂຸມຊັພຈາກພຣະໂອຖ ໜ້າທີ ໑໑-໑໒

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ