ຂໍ້ປະຕິບັດທີ່ໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ

 ພິກຂຸທັງຫລາຍ! ກາລະ 4 ນີ້ ອັນບຸກຄົນບຳເພັນໂດຍຊອບ ກະທຳໃຫ້ເປັນໄປໂດຍຊອບ ຍ່ອມໃຫ້ເຖິງຄວາມສິ້ນອາສະວະ(ກິເຫຼຼດ)ໂດຍລຳດັບ. ກາລະ 4 ເປັນແນວໃດ? ຄື:

 1.ການຟັງທັມຕາມກາລະ

 2.ການສົນທະນາທັມຕາມກາລະ 

 3.ສະມະຖະຕາມກາລະ 

 4.ວິປັດສະນາຕາມກາລະ 

ພິກຂຸທັງຫລາຍ! ກາລ 4 ນີ້ແລ ອັນບຸກຄົນບຳເພັນໂດຍຊອບ ກະທຳໃຫ້ເປັນໄປໂດຍຊອບ ຍ່ອມໃຫ້ເຖິງຄວາມສິ້ນອາສະວະໂດຍລຳດັບ.

 ພິກຂຸທັງຫລາຍ! ເມື່ອຝົນເມັດໃຫຍ່ຕົກລົງເທິງພູເຂົາ ນ້ຳໄຫລໄປຕາມທີ່ຕ່ຳ ຍ່ອມເຮັດໃຫ້ຮ່ອມພູ ລຳທານ ແລະ ຫ້ວຍເຕັມ ເມື່ອຮ່ອມພູ ລຳທານ ແລະ ຫ້ວຍເຕັມແລ້ວ ຍ່ອມເຮັດໃຫ້ ໜອງເຕັມ ເມື່ອໜອງເຕັມແລ້ວ ຍ່ອມເຮັດໃຫ້ບຶງເຕັມ ເມື່ອບຶງເຕັມແລ້ວ ຍ່ອມເຮັດໃຫ້ແມ່ນ້ຳນ້ອຍເຕັມ ເມື່ອແມ່ນ້ຳນ້ອຍເຕັມແລ້ວ ຍ່ອມເຮັດໃຫ້ແມ່ນ້ຳໃຫຍ່ເຕັມ ເມື່ອແມ່ນ້ຳໃຫຍ່ເຕັມແລ້ວ ຍ່ອມເຮັດໃຫ້ສະໝຸດສາຄອນເຕັມ ສັນໃດ;

 ພິກຂຸທັງຫລາຍ! ກາລະ 4 ນີ້ ອັນບຸກຄົນບຳເພັນໂດຍຊອບ ກະທຳໃຫ້ເປັນໄປໂດຍຊອບ ຍ່ອມໃຫ້ເຖິງຄວາມສິ້ນອາສະວະ(ກິເຫຼຼດ)ໂດຍລຳດັບ ສັນນັ້ນເໝືອນກັນ.



ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໑໓໙/໑໔໗

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ