ເພາະບໍ່ຮູ້ໃນອະຣິຍະສັດ ສັດຕະທັງຫລາຍຈຶ່ງວຽນຫວາຍຕາຍເກີດໃນສັງສາຣະວັດບໍ່ຈົບບໍ່ສິ້ນ

 ພິກຂຸທັງຫລາຍ! ປຽບເໝືອນບຸກຄົນແກວ່ງທ່ອນໄມ້ຂຶ້ນເທິງອາກາດ ບາງຄັ້ງຕົກລົງມາທາງກົກ ບາງຄັ້ງຕົກລົງມາທາງກາງ ບາງຄາວຕົກລົງມາທາງປາຍ ສັນໃດ; 

 ສັດຕະທັງຫລາຍຜູ້ມີອະວິຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ຍ່ອມແລ່ນໄປຢູ່ ທ່ອງທ່ຽວໄປຢູ່ ບາງຄັ້ງກໍຈາກໂລກນີ້ໄປສູ່ໂລກອື່ນ ບາງຄາວກໍຈາກໂລກອື່ນມາສູ່ໂລກນີ້ ສັນນັ້ນເໝືອນກັນ;

  ຂໍ້ນັ້ນເພາະເຫດໃດ? 

  ເພາະບໍ່ເຫັນອະຣິຍະສັດ 4; ອະຣິຍະສັດ 4 ເປັນແນວໃດ?

ຄື: 

  ຄວາມຈິງອັນປະເສີດຄື: ທຸກຂ໌, 

  ຄວາມຈິງອັນປະເສີດຄື: ເຫດໃຫ້ເກີດທຸກຂ໌, 

  ຄວາມຈິງອັນປະເສີດຄື: ຄວາມດັບແຫ່ງທຸກຂ໌, 

  ຄວາມຈິງອັນປະເສີດຄື: ທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫລືອແຫ່ງທຸກຂ໌.


 ພິກຂຸທັງຫລາຍ! ເພາະເຫດນັ້ນແລ ພວກເຈົ້າທັງຫລາຍຈົ່ງກະທຳຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ 

  ນີ້ທຸກຂ໌, 

  ນີ້ເຫດໃຫ້ເກີດທຸກຂ໌, 

  ນີ້ຄວາມດັບແຫ່ງທຸກຂ໌, 

  ນີ້ທາງດຳເນີນໃຫ້ເຖິງຄວາມດັບແຫ່ງທຸກຂ໌



ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໔໓໕/໑໗໑໖

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ