ເຫດທີ່ເຮັດໃຫ້ພຣະເທວະທັດຕົກນະຣົກຕະຫລອດກັບແກ້ໄຂບໍ່ໄດ້

ພິກຂຸທັງຫລາຍ ! ພຣະເທວະທັດມີຈິດອັນອະສັດທັມ 8 ປະການຄອບງຳຍ່ຳຍີແລ້ວ ຕ້ອງໄປບັງເກີດໃນອະບາຍ ໃນນະຣົກຕະຫລອດກັບ ແກ້ໄຂບໍ່ໄດ້. ອະສັດທັມ 8 ປະການເປັນແນວໃດ? ຄື: 
1.ລາບ 
2.ຄວາມເສື່ອມລາບ 
3.ຍົດ 
4.ຄວາມເສື່ອມຍົດ 
5.ສັກກາຣະ 
6.ຄວາມເສື່ອມສັກກາຣະ 
7.ຄວາມປາຖະໜາຊົ່ວ 
8.ຄວາມເປັນຜູ້ມີມິດຊົ່ວ 
 ພິກຂຸທັງຫລາຍ ! ພຣະເທວະທັດມີຈິດອັນອະສັດທັມ 8 ປະການນີ້ແລ ຄອບງຳຍ່ຳຍີແລ້ວ ຕ້ອງໄປບັງເກີດໃນອະບາຍ ໃນນະຣົກຕະຫລອດກັບ ແກ້ໄຂບໍ່ໄດ້.
................................................................................................................................

[ກັບໜຶ່ງນານແທ້ຯ ບໍ່ງ່າຍທີ່ຈະນັບເປັນປີຯ ]

 ມີພິກຂຸອົງຄ໌ເຂົ້າໄປທູນຖາມພຣະຜູ້ມີພຣະພາຄເຈົ້າ
 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກັບໜຶ່ງນານພຽງໃດໜໍ?
 ພິກຂຸ ! ກັບໜຶ່ງນານແລ ບໍ່ໄດ້ງ່າຍທີ່ຈະນັບກັບນັ້ນວ່າ ເທົ່ານີ້ 100 ປີ ເທົ່ານີ້ 1,000 ປີ ເທົ່ານີ້ 100,000 ປີ.

 ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍພຣະອົງຄ໌ອາດຈະອຸປະມາໄດ້ບໍ ຂ້ານ້ອຍ!
ອາດອຸປະມາໄດ້ ພິກຂຸ !

 ພິກຂຸ ! ເໝືອນຢ່າງວ່າ ພູເຂົາຫີນໜ່ວຍໃຫຍ່ ຍາວໂຍດໜຶ່ງ ກວ້າງໂຍດໜຶ່ງ ສູງໂຍດໜຶ່ງ ບໍ່ມີຊ່ອງ ບໍ່ມີຮູ ເປັນຫີນແທ່ງທຶບ ບຸຣຸດນຳເອົາຜ້າຈາກແຄວ້ນກາສີມາແລ້ວ ປັດພູເຂົານັ້ນ 100 ປີຕໍ່ຄັ້ງ ຈົນເຮັດໃຫ້ພູເຂົາຫີນໜ່ວຍໃຫຍ່ນັ້ນ ຍ່ອມເຖິງການໝົດໄປ ສິ້ນໄປ ເພາະຄວາມພະຍາຍາມນັ້ນ ນີ້ຍັງໄວກວ່າ ສ່ວນກັບໜຶ່ງຍັງບໍ່ເຖິງການໝົດໄປ ສິ້ນໄປ; ກັບນັ້ນນານຢ່າງນີ້ແລ...

[ໂຍດໜຶ່ງເທົ່າກັບ 16 ກິໂລແມັດ]


ສູຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ສັຕຕະກະ-ອັຕຖະກະ-ນະວະກະນິບາຕ ພາສາໄທ ສະບັບຫລວງ ເຫລັ້ມທີ໒໓/໑໒໕-໑໒໖/໙໗


Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ