ຜູ້ຊ່ວຍໃຫ້ຮູ້ອະຣິຍະສັດ ນັບເນື່ອງຢູ່ໃນບຸກຄົນຜູ້ມີອຸປະກາລະຫລາຍ

ພິກຂຸ ທ. ! ບຸກຄົນມີອຸປາກາຣະຫລາຍຕໍ່ບຸກຄົນ 3 ຈຳພວກ ເຫລົ່ານີ້ ມີຢູ່.

 ສາມຈຳພວກແບບໃດໜໍ?

 ພິກຂຸ ທ. ! ບຸກຄົນອາໃສບຸກຄົນໃດແລ້ວ ໄດ້ເປັນຜູ້

 ເຖິງພຣະພຸດທະເຈົ້າເປັນສະຣະນະ

 ເຖິງພຣະທັມເປັນສາຣະນະ

 ເຖິງພຣະສົງເປັນສາຣະນະ. 

 ພິກຂູ ທ. ! ບຸກຄົນນີ້ຊື່ວ່າເປັນຜູ້ມີອຸປະກາຣະຫລາຍຕໍ່ບຸກຄົນນີ້.

 ພິກຂຸ ທ. ! ຂໍ້ອື່ນອີກ, ບຸກຄົນອາໃສບຸກຄົນໃດແລ້ວ ໃດ້ຮູ້ແຈ້ງຕາມເປັນຈິງວ່າ:

 ນີ້ທຸກຂ໌,

 ນີ້ທຸກຂ໌ສະມຸໄທ, (ເຫດເກີດທຸກ)

 ນີ້ທຸກຂ໌ນິໂລດ, (ຄວາມດັບບໍ່ເຫຼືເເຫ່ງທຸກ) 

 ນີ້ທຸກຂະນິໂຣທະຄາມິນີປະຖິປະທາ" (ທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫຼືອເເຫ່ງທຸກ)

 ດັ່ງນີ້.

ພິກຂຸ ທ. ! ບຸກຄົນນີ້ ຊື່ວ່າມີອຸປະກາລະຫລາຍຕໍ່ບຸກຄົນນີ້.

ພິກຂຸ ທ. ! ຂໍ້ອື່ນອີກ, ບຸກຄົນອາໃສບຸກຄົນໃດແລ້ວ ໄດ້ທຳໃຫ້ແຈ້ງຊຶ່ງ

 ເຈໂຕວິມຸດຕິ 

 ປັນຍາວິມຸດຕິ 

 ອັນຫາອາສະວະບໍ່ໄດ້ ເພາະຄວາມສິ້ນໄປແຫ່ງອາສະວະທັງຫລາຍ ດ້ວຍປັນຍາອັນຍິ່ງເອງ ໃນທິດຖະທັມ ເຂົ້າເຖິງແລ້ວແລຢູ່.

 ພິກຂຸ ທ. ! ບຸກຄົນນີ້

 ພິກຂຸ ທ. ! ບຸກຄົນ 3 ຈຳພວກເຫລົ່ານີ້ແລ ຊື່ວ່າບຸກຄົນ

 ຜູ້ມີອຸປະກາລະຫລາຍຕໍ່ບຸກຄົນ.

 ພິກຂຸ ທ. ! ເຮົາກ່າວວ່າ ບໍ່ມີບຸກຄົນອື່ນທີ່ມີອຸປະກາລະ

ຫລາຍຕໍ່ບຸກຄົນ ຍິ່ງໄປກວ່າບຸກຄົນ 3 ຈຳພວກນີ້.

 ພິກຂຸ ທ. ! ສຳຫລັບບຸກຄົນ 3 ຈຳພວກນັ້ນ ບຸກຄົນຈະກະທຳປະຖິກາຣະ ໄດ້ໂດຍງ່າຍຫາບໍ່ໄດ້ ແມ່ນດ້ວຍການອະພິວາດ ການລຸກຂື້ນຢືນຮັບ ການທຳອັນຊະລີ ການທຳສາມິຈິກັມ ແລະ ການຕາມຖວາຍຊຶ່ງຜ້າ ບິນທະບາດເສນາສະນະ ແລະ ຄິລານະປັດໃຈ

ເພສັດບໍຣິຂານ, ແລ້ວ. (ຄື ບໍ່ເປັນການງ່າຍທີ່ຈະມີໂອກາດໄດ້ກຣາບໄຫວ້, ຮັບໃຊ້, ... , ຖວາຍປັດໃຈ 4 ໃນບຸກຄົນ 3 ຈຳພວກນີ້.)

....................................................

- ຕິກ. ອໍ. ໒໐/໑໕໕/໔໖໓.

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ