Posts

ຕັ້ງຈິດກ່ອນນອນ

Image
ມານມາຂວາງພຣະພຸທທະເຈົ້າຕອນບັນທົມ ສະກະລິກສູດທີ່ 3      ສະໄໝໜຶ່ງພະຜູ້ມີພະພາກປະທັບຢູ່ທີ່ ມັດທະກຸດສິມິຄະທາຍະວັນ ເຂດກຸງລາຊະຄຶ ກໍໂດຍສະໄໝນັ້ນແລ ພະບາດຂອງພຣະຜູ້ພຣະພາກເຈົ້າ ຖືກສະເກັດຫີນເຈາະແລ້ວ ໄດ້ຍິນວ່າເວທະນາທັງຫຼາຍ ອັນຍິ່ງ ເປັນໄປໃນພະສະຣີລະ ເປັນທຸກຂ໌ ແຮງກ້າ ເຜັດຮ້ອນ ບໍ່ເປັນທີ່ຍິນດີ ບໍ່ເປັນທີ່ຊົງສະບາຍ ຍ່ອມເປັນໄປແດ່ພຣະຜູ້ມີພຣະພາກ ພະອົງມີສະຕິສຳປະຊັນຍະອົດກັ້ນເຊິ່ງເວທະນາເຫຼົ່ານັ້ນ ບໍ່ກະສັບກະສ່າຍ ລຳດັບນັ້ນພຣະຜູ້ມີພຣະພາກຮັບສັ່ງ ໃຫ້ປູຜ້າສັງຄາຕິເປັນ 4 ຊັ້ນ ແລ້ວສຳເລັດ ສີຫະໄສຍາ ຕະແຄງຂວາ ພຣະບາດຊ້າຍເຫຼື່ອມພຣະບາດຂວາ ມີສະຕິສຳປະຊັນຍະ     ຄັ້ງນັ້ນແລມານຜູ້ມີບາບເຂົ້າໄປເຝົ້າພຣະອົງຮອດທີ່ປະທັບ ແລ້ວທູນຖາມພຣະຜູ້ມີພຣະພາກດ້ວຍຄາຖາວ່າ “ທ່ານນອນດ້ວຍຄວາມເຂລົາ ຫຼື ມົ່ວເມົາຄິດກາບກອນຢູ່ ປະໂຍດຂອງທ່ານບໍ່ມີຫລາຍ ທີ່ຢູ່ໃນທີ່ນັ່ງທີ່ນອນອັນສະຫງັດແຕ່ຜູ້ດຽວ ຕັ້ງໜ້ານອນຫລັບ ນີ້ແມ່ນຫຍັງ ? ທ່ານຫລັບລະຫວານິ ?   ພຣະຜູ້ມີພຣະພາກຈຶ່ງຕອບວ່າ ເຮົາບໍ່ໄດ້ນອນດ້ວຍຄວາມເຂລົາ ທັງບໍ່ໄດ້ມົ່ວເມົາຄິດກາບກອນຢູ່ ເຮົາບັນລຸປະໂຍດແລ້ວປາສະຈາກຄວາມໂສກ ຢູ່ໃນທີ່ນັ່ງທີ່ນອນອັນສະຫງັດແຕ່ຜູ້ດຽວ ນອນລຳພຶງດ້ວຍຄວາມເອັນດູ ໃນສັດຕະທັງປ່ວງ ລູກສອນເຂົາໄປໃນເອີກຂອງຊົນເຫຼົ່າໃດ ຍັງຫະໄທໃຫ້ລຸ່ມ

ຖານະ 5 ປະການທີ່ບໍ່ໄດ້ຕາມປາດຖະໜາ

Image
ພິກຂຸທັງຫລາຍ! ຖານະ 5 ປະການເຫຼົ່ານີ້ອັນ ສະມະນະ, ພຣາມ, ເທບ, ມານ, ພຣົມ, ຫຼື ໃຜໆໃນໂລກບໍ່ໄດ້ຕາມປາດຖະໜາມີຢູ່ 5 ປະການຢ່າງໃດແດ່?  5 ປະການຄື: ສະທະນະ, ພຣາມ, ເທບ, ມານ, ພົມ ຫຼື ໃຜໆໃນໂລກບໍ່ໄດ້ຕາມປາດຖະໜາວ່າ: 1. ສີ່ງທີ່ມີຄວາມແກ່ເປັນທຳມະດາຢ່າແກ່ເລີຍ. 2. ສີ່ງທີ່ມີຄວາມເຈັບໄຂ້ທຳມາດາຢ່າເຈັບໄຂ້ເລີຍ. 3. ສີ່ງທີ່ມີຄວາມຕາຍເປັນທຳມະດາຢ່າຕາຍເລີຍ.  4. ສີ່ງທີ່ມີຄວາມສີ້ນໄປເປັນທຳມາດາຢ່າສີນໄປເລີຍ. 5. ສີ່ງທີ່ມີຄວາມວິນາດເປັນທຳມະດາຢ່າວິນາດເລີຍດັ່ງນີ້.  ພິກຂຸທັງຫລາຍ! ສີ່ງທີ່ມີຄວາມແກ່ເປັນທຳມະດາຍ່ອມແກ່ສຳລັບປຸຕຸຊົນຜູ້ທີ່ບໍ່ໄດ້ສະດັບ, ເມື່ອສີ່ງທີ່ມີຄວາມແກ່ເປັນທຳມະດາແກ່ແລ້ວເຂົາກໍບໍ່ໄດ້ພິຈາລະນາເຫັນໂດຍລະອຽດວ່າ, ບໍ່ແມ່ນສີ່ງທີ່ມີຄວາມແກ່ເປັນທຳມະດາຈະແກ່ສຳລັບເຮົາຜູ້ດຽວເທົ່ານັ້ນ. ໂດຍທີ່ແທ້ແລ້ວສີ່ງທີ່ມີຄວາມແກ່ເປັນທຳມະດາຍ່ອມແກ່ສຳລັບສັດຕະທັງຫລາຍທັງປວງທີ່ມີການມາ, ການໄປ, ການຈຸຕິ(ເກີດ), ການອຸບັດ(ຕາຍ). ກໍເມື່ຶອສີ່ງທີ່ມີຄວາມແກ່ເປັນທຳມະດາແກ່ແລ້ວ ເຮົາຈະມາມົວເສົ້າໂສກກະວົນກະຫວາຍ, ລ້ຳໄລລຳພັນ, ທຸກອົກລ້ຳໃຫ້, ເຖີງຄວາມຫຼົງໄຫລ, ແມ້ອາຫານກໍບໍ່ຍ່ອຍ, ກາຍກໍເສົ້າໝອງ,  ການງານກໍຢຸກສະງັກ, ພວກອາມິດກໍດີໃຈ, ມິດສະຫາຍກໍເສົ້າໃຈດັ່ງນີ້. ປຸຕຸຊົນນັ້ນເມື່ອສີ່ງທີ່ມີຄວາມແກ່

ບຸກຄົນທີ່ບໍ່ຄວນບູຊາ

Image
   ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 10 ປະການ ເປັນຜູ້ບໍ່ຄວນບູຊາ; ທັມ 10 ປະການເປັນຢ່າງໃດ? ຄື: ບຸກຄົນເປັນຜູ້ຂ້າສັດຕະ, ລັກຊັບ, ປະພຶດຜິດໃນກາມ, ເວົ້າຕົວະ, ເວົ້າສຽດສີ, ເວົ້າຄຳຫຍາບ, ເວົ້າຄຳທີ່ບໍ່ປະກອບດ້ວຍປະໂຫຍດ, ມີຄວາມຢາກໄດ້ຂອງຜູ້ອື່ນ, ມີຈິດພະຍາບາດ, ມີຄວາມເຫັນຜິດ.   ພິກຂຸທັງຫລາຍ ບຸກຄົນຜູ້ປະກອບດ້ວຍທັມ 10 ປະການນີ້ແລ ເປັນຜູ້ບໍ່ຄວນບູຊາ.  ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ 10 ປະການ ເປັນຜູ້ຄວນບູຊາ;   ທັມ 10 ປະການເປັນຢ່າງໃດ? ຄື:  1. ບຸກຄົນເປັນຜູ້ງົດເວັ້ນຈາກການຂ້າສັດຕະ,   2. ງົດເວັ້ນຈາກການລັກຊັບ,   3. ງົດເວັ້ນຈາກການປະພຶດຜິດໃນກາມ,  4. ງົດເວັ້ນຈາກການເວົ້າຕົວະ,   5. ງົດເວັ້ນຈາກການເວົ້າສຽດສີ,   6. ງົດເວັ້ນຈາກການເວົ້າຄຳຫຍາບ,   7. ງົດເວັ້ນຈາກການເວົ້າຄຳທີ່ບໍ່ປະກອບດ້ວຍປະໂຫຍດ,   8. ບໍ່ມີຄວາມຢາກໄດ້ຂອງຜູ້ອື່ນ,   9. ບໍ່ມີຈິດພະຍາບາດ,   10. ມີຄວາມເຫັນຊອບ.  ພິກຂຸທັງຫລາຍ ບຸກຄົນຜູ້ປະກອບດ້ວຍທັມ 10 ປະການນີ້ແລ ເປັນຜູ້ຄວນບູຊາ. ......................................... ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໒໕໗/໑໘໘

ເຄື່ອງຜູກທີ່ແກ້ໄດ້ຍາກ

Image
ຜູ້ມີປັນຍາທັງຫລາຍ ບໍ່ກ່າວເຄື່ອງຈອງຈຳທີ່ເຮັດດ້ວຍເຫລັກ ເຮັດດ້ວຍໄມ້ ແລະເຮັດດ້ວຍຫຍ້າ ວ່າເປັນເຄື່ອງຈອງຈຳທີ່ໝັ້ນຄົງ. ຜູ້ມີປັນຍາທັງຫລາຍ ຍ່ອມກ່າວຄວາມຮັກໃຄ່ພໍໃຈໃນຕຸ້ມຫູ ແກ້ວມະນີ ແລະຄວາມຫ່ວງອາໄລໃນບຸດ ແລະພັນລະຍານັ້ນແຫລະວ່າ ເປັນເຄື່ອງຈອງຈຳທີ່ໝັ້ນຄົງ ຜັກດັນໃຫ້ສັດຕະລົງຕ່ຳ ເຊິ່ງເປັນເຄື່ອງຈອງຈຳທີ່ຜູກໄວ້ຢ່ອນໆ (ຫລົມໆ) ແຕ່ແກ້ໄດ້ຍາກ.  ຜູ້ມີປັນຍາທັງຫລາຍ ຕັດເຄື່ອງຈອງຈຳເຊັ່ນນັ້ນ ອອກບວດ ເປັນຜູ້ບໍ່ມີຄວາມຫ່ວງອາໄລ ລະກາມມະສຸກເສຍແລ້ວ. ............................................................ ພຸທທະວະຈະນະ ອນາຄາມີ ໜ້າທີ ໑໑໔

ບຸກຄົນ 3 ຈຳພວກນີ້ ເປັນຜູ້ມີອຸປະກາຣະມາກມາຍແກ່ຜູ້ອາໄສ

Image
ພິກຂຸທັງຫຼາຍ ! ບຸກຄົນ 3 ຈຳພວກນີ້ ເປັນຜູ້ມີອຸປະກາຣະມາກມາຍແກ່ຜູ້ອາໄສ 3 ຈຳພວກ ເປັນແນວໃດ? ຄື: 1. ບຸກຄົນອາໄສບຸກຄົນໃດແລ້ວ ເປັນຜູ້ເຖິງພຣະພຸດທະເຈົ້າວ່າເປັນສະຣະນະ.  ພິກຂຸທັງຫຼາຍ ! ບຸກຄົນນີ້ແລ ເປັນຜູ້ມີອຸປະກາຣະມາກມາຍແກ່ບຸກຄົນຜູ້ອາໄສ. 2. ອີກປະການໜຶ່ງ ບຸກຄົນອາໄສບຸກຄົນໃດແລ້ວ ຍ່ອມຮູ້ຊັດຕາມຄວາມເປັນຈິງວ່າ ນີ້ທຸກຂ໌, ນີ້ທຸກຂະສະມຸທັຍ, ນີ້ທຸກຂະນິໂຣດ, ນີ້ທຸກຂະນິໂຣທະຄາມິນີປະຕິປະທາ.    ພິກຂຸທັງຫຼາຍ ! ບຸກຄົນນີ້ແລ ເປັນຜູ້ມີອຸປະກາຣະມາກມາຍແກ່ບຸກຄົນຜູ້ອາໄສ. 3. ອີກປະການໜຶ່ງ ບຸກຄົນອາໄສບຸກຄົນໃດແລ້ວ ກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫຼາຍສິ້ນໄປດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນເຂົ້າເຖິງຢູ່.   ພິກຂຸທັງຫຼາຍ ! ບຸກຄົນນີ້ແລ ເປັນຜູ້ມີອຸປະກາຣະມາກມາຍແກ່ບຸກຄົນຜູ້ອາໄສ.   ພິກຂຸທັງຫຼາຍ ! ເຮົາກ່າວວ່າ ບຸກຄົນອື່ນນອກຈາກ ບຸກຄົນ 3 ຈຳພວກນີ້ ຈະເປັນຜູ້ມີອຸປະກາຣະມາກມາຍ ແກ່ບຸກຄົນນີ້ຫາບໍ່ໄດ້.  ພິກຂຸທັງຫຼາຍ ! ເຮົາຍ່ອມກ່າວວ່າ ບຸກຄົນຈະໃຫ້ການຕອບແທນຄື: ດ້ວຍການຂາບໄຫວ້ ການລຸກຮັບ ການປະນົມມືໄຫວ້ ການກະທຳຄວາມເຄົາຣົບ ການໃຫ້ຜ້ານຸ່ງຫົ່ມ ອາຫານ ທີ່ຢູ່ອາໄສ ຢາຮັກໂຣຄແກ່ບຸກຄົນ 3 ຈຳພວກນີ້ບໍ່ໄດ້ງ່າຍ. ..............................

ຖ້າບໍ່ໄດ້ສະຫາຍທີ່ມີປັນຍາເປັນນັກປຣາດຮ່ວມທາງເດີນ

Image
ຖ້າບໍ່ໄດ້ສະຫາຍທີ່ມີປັນຍາເປັນນັກປຣາດຮ່ວມທາງເດີນ ກໍຈົ່ງທ່ຽວສັນຈອນໄປຄົນດຽວ ເໝືອນພຣະຣາຊາທີ່ຊົງສະລະຣາຊະສົມບັດ, ເໝືອນຊ້າງມາຕັງຄະໃນປ່າ ສັນນັ້ນ; ການທ່ຽວໄປຄົນດຽວປະເສີດກວ່າ ເພາະຄວາມເປັນສະຫາຍຍ່ອມບໍ່ມີໃນຄົນພານ ຈົ່ງເປັນຜູ້ທ່ຽວໄປຄົນດຽວ ແລະບໍ່ກະທຳບາບ ເໝືອນຊ້າງມາຕັງຄະທີ່ມີຄວາມຂົນຂວາຍນ້ອຍໃນປ່າ ສັນນັ້ນ. ....................................................................... ສູຕຕັນຕະປິດົກ ມັຊຊິມະນິກາຍ ອຸປະຣິປັນນາສ ໑໔/໒໓໑/໔໔໓

ເຮົາກ່າວເຊິ່ງເຈຕະນາວ່າເປັນກັມ

Image
ພິກຂຸທັງຫລາຍ ! ເຮົາກ່າວເຊິ່ງເຈຕະນາວ່າເປັນກັມ ເພາະວ່າບຸກຄົນເຈຕະນາແລ້ວ ຍ່ອມກະທຳເຊິ່ງກັມດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ. ສັດຕະທັງຫລາຍເປັນຜູ້ມີກັມເປັນຂອງຕົນ ເປັນທາຍາດແຫ່ງກັມ ມີກັມເປັນກຳເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ກະທຳກັມໃດໄວ້ ດີກໍຕາມ ຊົ່ວກໍຕາມ ເຂົາຈັກເປັນຜູ້ຮັບຜົນຂອງກັມນັ້ນ. ພຸທທະພົຈນ໌