ໂຣກ 2 ຢ່າງ
ພິກຂຸທັງຫລາຍ ! ໂຣກສອງຢ່າງເຫລົ່ານີ້ມີຢູ່ສອງຢ່າງອັນໃດຫນໍ ຄື: ໂຣກທາງກາຍ ແລະ ໂຣກທາງໃຈ. ພິກຂຸທັງຫລາຍ ! ຍ່ອມເຫັນກັນຢູ່ແລ້ວວ່າສັດຕະທັງຫລາຍ ທີ່ຍືນຍັນເຖິງຄວາມບໍ່ມີໂຣກທາງກາຍຕະຫລອດ 1 ປີແດ່ , 2 ປີແດ່ , 3 ປີແດ່ , 4 ປີແດ່ , 5 ປີແດ່ , 10 ປີແດ່ , 20 ປີແດ່ , 30 ປີແດ່ , 40 ປີແດ່ , 50 ປີແດ່ ແລະ ຍືນຍັນຄວາມບໍ່ມີໂຣກທາງກາຍແມ້ຫຼາຍກວ່າ 100 ປີແດ່ ກໍຍັງພໍມີປຣາກົດ. ພິກຂຸທັງຫລາຍ ! ແຕ່ຫມູ່ສັດຕະ ທີ່ຈະກ້າຍືນຍັນເຖິງ ຄວາມບໍ່ມີໂຣກທາງໃຈແມ້ຊົ່ວເວລາພຽງຫນ້ອຍດຽວ ເວັ້ນແດ່ຜູ້ມີ ອາສາວະສິ້ນແລ້ວ ນັບວ່າຫາໄດ້ແສນຍາກໃນໂລກ. .............................................. - ບາລີ ຈຕກກ.ອໍ.21/191/156.