ອິນຊີພາວະນາຊັ້ນເລີດ


 ໃນກໍລະນີແຫ່ງຮູບ ທີ່ຮູ້ແຈ້ງດ້ວຍຈັກສຸ (ຕາ) 👀
 ອານົນ ! ອິນຊີພາວະນາຊັ້ນເລີດໃນອະຣິຍະວິໃນ ເປັນຢ່າງໃດ ? 
 ອານົນ ! ໃນກໍລະນີນີ້ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈ ອັນບັງເກີດຂຶ້ນແກ່ພິກຂຸ ເພາະເຫັນຮູບດ້ວຍຕາ
 ພິກຂຸນັ້ນ ຮູ້ແຈ້ງຢ່າງນີ້ວ່າອາລົມທີ່ເກິດຂື້ນແລ້ວແກ່ເຮົານີ້ເປັນສິ່ງມີປັດໃຈປຸງແຕ່ງເປັນຂອງຫຍາບໆເປັນສິ່ງທີ່ອາໄສເຫດປັດໃຈເກີດຂຶ້ນ ແຕ່ມີສິ່ງນັ້ນຊຶ່ງສະຫງົບລະງັບ ແລະ ປະນີດກ່າວຄື: ອຸເປກຂາ ດັ່ງນີ້ 
 ເມື່ອຮູ້ແຈ້ງຢ່າງນີ້ ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈອັນບັງເກີດຂຶ້ນແກ່ພິກຂຸນັ້ນຍ່ອມ ດັບໄປອຸເປກຂາ ຍັງຄົງດຳລົງຢູ່
ອານົນ ! ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈ ອັນບັງເກີດຂຶ້ນແກ່ພິກຂຸນັ້ນ ຍ່ອມດັບໄປ ໄວເໝືອນການກຣະພຣິບຕາຂອງຄົນ ອຸເບກຂາ ຢັງຄົງດຳຣົງຢູ່ 
 ອານົນ ! ນີ້ແລ ເຮົາເອີ້ນວ່າອິນຊີພາວະນາຊັ້ນເລີດໃນອະຣິຍະວິໃນ ໃນກໍລະນີແຫ່ງຮູບ ທີ່ຮູ້ແຈ້ງດ້ວຍຈັກສຸ

 ໃນກໍລະນີແຫ່ງສຽງ ທີ່ຮູ້ແຈ້ງດ້ວຍໂສຕະ (ຫູ) 👂
 ອານົນ ! ໃນກໍລະນີນີ້ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈອັນບັງເກີດຂຶ້ນແກ່ພິກຂຸ ເພາະຟັງສຽງດ້ວຍຫູ 
 ພິກຂຸນັ້ນ ຮູ້ແຈ້ງຢ່າງນີ້ວ່າ ອາລົມທີ່ເກິດຂື້ນແລ້ວແກ່ເຮົານີ້ ເປັນສິ່ງມີປັດໃຈປຸງແຕ່ງເປັນຂອງຫຍາບໆ ເປັນສິ່ງທີ່ອາໄສເຫດປັດໃຈເກີດຂຶ້ນ ແຕ່ມີສິ່ງນັ້ນຊຶ່ງສະຫງົບລະງັບ ແລະ ປະນີດກ່າວຄື ອຸເປກຂາ ດັ່ງນີ້ ເມື່ອຮູ້ແຈ້ງຢ່າງນີ້ ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈອັນບັງເກີດຂຶ້ນແກ່ພິກສຸນັ້ນຍ່ອມ ດັບໄປອຸເປກຂາ ຍັງຄົງດຳລົງຢູ່
 ອານົນ ! ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈ ອັນບັງເກີດຂຶ້ນແກ່ພິກຂຸນັ້ນ ຍ່ອມດັບໄປ ໄວເໝືອນການດີດນິ້ວມື ອຸເບກຂາ ຢັງຄົງດຳຣົງຢູ່ 
 ອານົນ ! ນີ້ແລ ເຮົາເອີ້ນວ່າອິນຊີພາວະນາຊັ້ນເລີດໃນອະຣິຍະວິໃນ ໃນກໍລະນີແຫ່ງສຽງ ທີ່ຮູ້ແຈ້ງດ້ວຍໂສຕະ

 ໃນກໍລະນີແຫ່ງກິ່ນ ທີ່ຮູ້ແຈ້ງດ້ວຍຄານະ (ດັງ) 👃
 ອານົນ ! ໃນກໍລະນີນີ້ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈອັນບັງເກີດຂຶ້ນແກ່ພິກຂຸ ເພາະດົມກິ່ນດ້ວຍດັງ
ພິກສຸນັ້ນ ຮູ້ແຈ້ງຢ່າງນີ້ວ່າ ອາລົມທີ່ເກິດຂື້ນແລ້ວແກ່ເຮົານີ້ ເປັນສິ່ງມີປັດໃຈປຸງແຕ່ງເປັນຂອງຫຍາບໆ ເປັນສິ່ງທີ່ອາໄສເຫດປັດໃຈເກີດຂຶ້ນ ແຕ່ມີສິ່ງນັ້ນຊຶ່ງສະຫງົບລະງັບ ແລະ ປະນີດກ່າວຄື ອຸເປກຂາ ດັ່ງນີ້ ເມື່ອຮູ້ແຈ້ງຢ່າງນີ້ ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈອັນບັງເກີດຂຶ້ນແກ່ພິກສຸນັ້ນຍ່ອມ ດັບໄປອຸເປກຂາ ຍັງຄົງດຳລົງຢູ່
 ອານົນ ! ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈ ອັນບັງເກີດຂຶ້ນແກ່ພິກຂຸນັ້ນ ຍ່ອມດັບໄປ ໄວເໝືອນຢາດນ້ຳກີ້ງໄປເທິງໃບບົວ ຍ່ອມບໍ່ຕິດໃນທີທີ່ກີ້ງໄປຈັກນ້ອຍໜຶ່ງອຸເບກຂາ ຢັງຄົງດຳຣົງຢູ່ 
 ອານົນ ! ນີ້ແລ ເຮົາເອີ້ນວ່າອິນຊີພາວະນາຊັ້ນເລີດໃນອະຣິຍະວິໃນ ໃນກໍລະນີແຫ່ງສຽງ ທີ່ຮູ້ແຈ້ງດ້ວຍຄານະ

 ໃນກໍລະນີແຫ່ງຣົດ ທີ່ຮູ້ແຈ້ງດ້ວຍຊິວຫາ (ລີ້ນ)👅
 ອານົນ ! ໃນກໍລະນີນີ້ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈອັນບັງເກີດຂຶ້ນແກ່ພິກຂຸ ເພາະລີ້ມຣົດດ້ວຍລີ້ນ 
 ພິກຂຸນັ້ນ ຮູ້ແຈ້ງຢ່າງນີ້ວ່າ ອາລົມທີ່ເກິດຂື້ນແລ້ວແກ່ເຮົານີ້ ເປັນສິ່ງມີປັດໃຈປຸງແຕ່ງເປັນຂອງຫຍາບໆ ເປັນສິ່ງທີ່ອາໄສເຫດປັດຈັຍເກີດຂຶ້ນ ແຕ່ມີສິ່ງນັ້ນຊຶ່ງສະຫງົບລະງັບ ແລະ ປະນີດກ່າວຄື ອຸເປກຂາ ດັ່ງນີ້ ເມື່ອຮູ້ແຈ້ງຢ່າງນີ້ ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈອັນບັງເກີດຂຶ້ນແກ່ພິກຂຸນັ້ນຍ່ອມ ດັບໄປອຸເປກຂາ ຍັງຄົງດຳລົງຢູ່
 ອານົນ ! ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈ ອັນບັງເກີດຂຶ້ນແກ່ພິກຂຸນັ້ນ ຍ່ອມດັບໄປ ໄວເໝືອນບູຣຸດມີກຳລັງຕ້ອມກ້ອນເຂລະ(ຂີ້ກະເທີ່) ໄວ້ໃນປາຍລີ້ນເເລ້ວຖົ່ມໄປໂດຍບໍ່ລຳບາກ ອຸເບກຂາ ຢັງຄົງດຳຣົງຢູ່ 
 ອານົນ ! ນີ້ແລ ເຮົາເອີ້ນວ່າອິນຊີພາວະນາຊັ້ນເລີດໃນອະຣິຍະວິໃນ ໃນກໍລະນີແຫ່ງຣົດ ທີ່ຮູ້ແຈ້ງດ້ວຍຊິວຫາ

 ໃນກໍລະນີແຫ່ງສຳຜັດທີຮູ້ໄດ້ດ້ວຍກາຍ ທີ່ຮູ້ແຈ້ງດ້ວຍໂຜດຖັບພະ (ກາຍ) 🧠
 ອານົນ ! ໃນກໍລະນີນີ້ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈອັນບັງເກີດຂຶ້ນແກ່ພິກຂຸ ເພາະຖືກຕ້ອງໂຜດຖັບພະດ້ວຍກາຍ
ພິກສຸນັ້ນ ຮູ້ແຈ້ງຢ່າງນີ້ວ່າ ອາລົມທີ່ເກິດຂື້ນແລ້ວແກ່ເຮົານີ້ ເປັນສິ່ງມີປັດໃຈປຸງແຕ່ງເປັນຂອງຫຍາບໆ ເປັນສິ່ງທີ່ອາໄສເຫດປັດຈັຍເກີດຂຶ້ນ ແຕ່ມີສິ່ງນັ້ນຊຶ່ງສະຫງົບລະງັບ ແລະ ປະນີດກ່າວຄື ອຸເປກຂາ ດັ່ງນີ້ ເມື່ອຮູ້ແຈ້ງຢ່າງນີ້ ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈອັນບັງເກີດຂຶ້ນແກ່ພິກຂຸນັ້ນຍ່ອມ ດັບໄປອຸເປກຂາ ຍັງຄົງດຳລົງຢູ່
 ອານົນ ! ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈ ອັນບັງເກີດຂຶ້ນແກ່ພິກສຸນັ້ນ ຍ່ອມດັບໄປ ໄວເໝືອນບູຣຸດມີກຳລັງຫຍຽດເເຂນທີ່ຄູ້ ຫຼື ຄູ້ເເຂນທີ່ຫຍຽດໂດຍບໍ່ລຳບາກ ອຸເບກຂາ ຢັງຄົງດຳຣົງຢູ່ 
 ອານົນ ! ນີ້ແລ ເຮົາເອີ້ນວ່າອິນຊີພາວະນາຊັ້ນເລີດໃນອະຣິຍະວິໃນ ໃນກໍລະນີແຫ່ງສຳຜັດທີຮູ້ໄດ້ດ້ວຍກາຍ ທີ່ຮູ້ແຈ້ງດ້ວຍໂຜດຖັບພະ

 ໃນກໍລະນີແຫ່ງຄວາມຮູ້ສຶກທາງໃຈ ທີ່ຮູ້ແຈ້ງດ້ວຍທຳມາຣົມ (ໃຈ) 💙
 ອານົນ ! ໃນກໍລະນີນີ້ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈອັນບັງເກີດຂຶ້ນແກ່ພິກຂຸ ເພາະຖືກຕ້ອງທຳມາຣົມດ້ວຍມະໂນ
ພິກສຸນັ້ນ ຮູ້ແຈ້ງຢ່າງນີ້ວ່າ ອາລົມທີ່ເກິດຂື້ນແລ້ວແກ່ເຮົານີ້ ເປັນສິ່ງມີປັດໃຈປຸງແຕ່ງເປັນຂອງຫຍາບໆ ເປັນສິ່ງທີ່ອາໄສເຫດປັດຈັຍເກີດຂຶ້ນ ແຕ່ມີສິ່ງນັ້ນຊຶ່ງສະຫງົບລະງັບ ແລະ ປະນີດກ່າວຄື ອຸເປກຂາ ດັ່ງນີ້ ເມື່ອຮູ້ແຈ້ງຢ່າງນີ້ ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈອັນບັງເກີດຂຶ້ນແກ່ພິກຂຸນັ້ນຍ່ອມ ດັບໄປອຸເປກຂາ ຍັງຄົງດຳລົງຢູ່
 ອານົນ ! ອາລົມອັນເປັນທີ່ພໍໃຈ ບໍ່ເປັນທີ່ພໍໃຈ ທັງເປັນທີ່ພໍໃຈ ແລະ ບໍ່ເປັນທີ່ພໍໃຈ ອັນບັງເກີດຂຶ້ນແກ່ພິກຂຸນັ້ນ ຍ່ອມດັບໄປ ໄວເໝືອນບຸລຸດມີກຳລັງຫຍົດຫຍາດນ້ຳສອງຫຼືສາມຫຍາດລົງໃນໝໍ້ຂາງເຫຼັກທີ່ຮ້ອນເເດງຢູ່ຕະຫລອດມື້ ອຸເບກຂາ ຢັງຄົງດຳຣົງຢູ່ 
 ອານົນ ! ນີ້ແລ ເຮົາເອີ້ນວ່າອິນຊີພາວະນາຊັ້ນເລີດໃນອະຣິຍະວິໃນ ໃນກໍລະນີແຫ່ງທຳມາຣົມ ທີ່ຮູ້ແຈ້ງດ້ວຍໃຈ

Comments

Popular posts from this blog

ສະລາຍະຕະນະວິພັງ(ການຈຳແນກອາຍະຕະນະໂດຍລະອຽດ)

ຄວາມແກ່

ຜູ້ມີສະຕິສຳປະຊັນຍະ

ກິເລດເຄື່ອງນຳໄປສູ່ພົບ​

ຄວາມປະພຶດທີ່ບໍ່ຊອບທັມທຳລາຍໂລກ ແລະ ສັງຄົມມະນຸດ

ໂຣກ 2 ຢ່າງ

ວິບາກກັມຂອງນັກເຕັ້ນລຳ

ສຳມາທິ 4 ແບບ

ທາງສາຍກາງ

ການອະນຸເຄາະ